ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ມອບເຄື່ອງກິລາ ໃຫ້ກອງຮ້ອຍກິລາບານສົ່ງ ກອງກິລາກອງທັບ
ເວລາອອກຂ່າວ: 2025-10-17 09:00:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1338 | ຄວາມນິຍົມ: ![]()
ໃນວັນທີ 15 ຕຸລາ 2025 ນີ້, ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ນຳໂດຍ ທ່ານ ສີພັນ ພັນທະລາວົງ ຮອງປະທານ ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງກິລາ ລວມມູນຄ່າ ທັງໝົດ 3.000.000 ກີບ ມາມອບໃຫ້ກອງຮ້ອຍກິລາບານສົ່ງ ກອງກິລາກອງທັບ ເຊິ່ງກ່າວຮັບໂດຍ ທ່ານ ພັນໂທ ຄອນສະຫວັນ ພົມມະສີ ຫົວໜ້າການເມືອງ ກອງຮ້ອຍກິລາບານສົ່ງ ກອງກິລາກອງທັບ ພ້ອມດ້ວຍຄະນະ.
ທ່ານ ສີພັນ ພັນທະນາວົງ ໄດ້ກ່າວວ່າ: ການມອບເຄື່ອງກິລາໃນຄັ້ງນີ້ ເປັນການປະກອບສ່ວນຊຸກຍູ້ຂະບວນການກິລາ ຢູ່ກອງຮ້ອຍກິລາບານສົ່ງ ກອງກິ
ລາກອງທັບ ເນື່ອງໃນໂອກາດສ້າງຂະບວນການຂໍ່ານັບຮັບຕ້ອນງານແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ແລະ ຂໍ່ານັບຮັບຕ້ອນຮັບວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ, ທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ກັບ ກອງຮ້ອຍກິລາບານສົ່ງ ກອງກິລາກອງທັບ ໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງ.
ໂອກາດນີ້, ທ່ານ ພັນໂທ ຄອນສະຫວັນ ພົມມະສີ ໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ຮອງປະທານ ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະ ທີ່ເຫັນໄດ້ຄວາມໝາຍສຳຄັນ ຂອງຂະບວນການກິລາ ຢູ່ກອງຮ້ອຍກິລາບານສົ່ງ ກອງກິລາກອງທັບ ຈຶ່ງໄດ້ນຳເອົາເຄື່ອງກິລາມາມອບໃຫ້ໃນຄັ້ງນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະນຳເອົາເຄື່ອງກິລາດັ່ງກ່າວ ໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















