ເປັນເຈົ້າການຈັດຕັ້ງປະຕິບັດການເຝິກຊ້ອມ ກອບກູ້ໄພພິບັດຮ່ວມ 3 ກອງທັບ ໃຫ້ໄດ້ຮັບຜົນດີ
ເວລາອອກຂ່າວ: 2025-10-17 09:18:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1421 | ຄວາມນິຍົມ: ![]()
ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ຫົວໜ້າຮັບຜິດຊອບເນື້ອໃນ ການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມກອງທັບວ່າ: ໂດຍອີງຕາມບົດບັນທຶກການພົບປະ ລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ, ລາວ, ຫວຽດນາມ ຢູ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳ ປູເຈຍ ຄັ້ງວັນທີ 25 ພະຈິກ 2024 ມອບໃຫ້ກອງທັບປະຊາຊົນລາວ ເປັນເຈົ້າພາບໃນການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ, ຄະນະຮັບຜິດຊອບການເຝິກຊ້ອມ ໄດ້ເລີ່ມກະກຽມແຕ່ເດືອນພຶດ ສະພາ ຫາ ເດືອນກໍລະກົດ 2025, ໂດຍໄດ້ກະກຽມຫົວບົດເຝິກ ຊ້ອມ, ສົ່ງຫົວບົດໃຫ້ກອງທັບເພື່ອນ, ດຳເນີນກອງປະຊຸມທາງ ໄກຮ່ວມ 3 ກອງທັບ, ກວດກາສະໜາມການເຝິກຊ້ອມຮ່ວມ, ເປີດກອງປະຊຸມປຶກສາຫາລືເອ ກະພາບເນື້ອໃນ, ວຽກງານຮັບ ປະກັນຮ່ວມກັນ ຂອງຄະນະຮັບ ຜິດຊອບການເຝິກຊ້ອມ 3 ກອງ ທັບ. ໃນເດືອນສິງຫາ 2025 ກອງທັບປະຊາຊົນລາວ ສຳເລັດການເຝິກຊ້ອມຝ່າຍດຽວ ເພື່ອກະກຽມໃຫ້ແກ່ການເຝິກຊ້ອມຮ່ວມ 3 ກອງທັບ, ວັນທີ 29 ກັນຍາ 2025 ກອງທັບປະຊາຊົນລາວ ໄດ້ຮັບໜັງສືແຈ້ງການ ກ່ຽວກັບການມາເຂົ້າຮ່ວມ ຂອງກອງກຳລັງຝ່າຍຫວຽດນາມ ແລະ ກຳປູເຈຍ. ດັ່ງນັ້ນ, ມາຮອດວັນທີ1-2 ຕຸລາ 2025, ຄະນະຮັບຜິດຊອບກອບກູ້ໄພພິບັດຮ່ວມ 3 ກອງທັບ ໄດ້ນຳກຳລັງທຸກພາກສ່ວນເຂົ້າຍຶດ ແລະ ກໍ່ສ້າງສະໜາມ ພ້ອມທັງເປີດການເຝິກ ຊ້ອມຮ່ວມ 3 ກອງທັບ ໃນວັນທີ 6 ຕຸລາ 2025, ພາຍຫຼັງເປີດການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຢ່າງເປັນທາງ ການກຳລັງເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກຳ ປູເຈຍ-ລາວ-ຫວຽດນາມ ໄດ້ພ້ອມກັນສຸມໃສ່ເຝິກຊ້ອມຕາມແຜນການຢ່າງຕັ້ງໜ້າ ແລະ ຄະ ນະຊີ້ນຳ ໄດ້ເອົາໃຈໃສ່ຢ່າງໃກ້ ຊິດ, ຕິດຕາມ ແລະ ເຂົ້າຮ່ວມປຶກສາຫາລືແລກປ່ຽນບົດຮຽນ, ປະສານງານກັບຄະນະຊີ້ນຳ ຂອງກອງທັບເພື່ອນ ກ່ຽວກັບແຜນການເຄື່ອນໄຫວຫັດແອບໃນແຕ່ລະວັນ ເພື່ອນຳມາເຜີຍແຜ່, ມອບໝາຍ ໃຫ້ກຳລັງຂອງຕົນ ພ້ອມກັນເຄື່ອນໄຫວຫັດແອບຕາມແຜນການເຝິກຊ້ອມ ຢ່າງເຂັ້ມງວດ.
ເນື້ອໃນການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ປະ ກອບມີ: ຊອກຄົ້ນ, ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພທາງນ້ຳ ຄື: ລາດຕະເວນ, ຊອກຄົ້ນຜູ້ປະສົບໄພຂອບເຂດນ້ຳຖ້ວມຕາມຈຸດຕ່າງໆ ດ້ວຍເຮືອ ແລະ ໂດຣນ, ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພທີ່ຕິດຄ້າງຕາມບ້ານ, ເຮືອນ, ຕົ້ນໄມ້ ແລະ ເກາະດອນ, ກອບກູ້ ແລະ ຊ່ວຍເຫຼືອເອົາຜູ້ປະສົບໄພທີ່ຖືກບາດເຈັບ ໄຫຼມາຕາມກະແສນ້ຳ, ໜ່ວຍແພດສຸກເສີນ ປະຖົມພະຍາບານຂັ້ນຕົ້ນກ່ອນນຳສົ່ງໄປໂຮງໝໍພາກສະໜາມ; ຊອກຄົ້ນ-ກອບກູ້ ຊ່ວຍເຫຼືອຜູ້ປະ ສົບໄພທາງບົກ ຄື: ໄດ້ຮັບການລາຍງານມີດິນເຈື່ອນທັບຖົມ ໜ່ວຍສືບຂ່າວເຄື່ອນໄຫວເກັບກຳຂໍ້ມູນສະຖິຕິພົນລະເມືອງ ຢູ່ຂອບເຂດທີ່ເກີດໄພພິບັດ, ຊອກຄົ້ນ-ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພ ດິນເຈື່ອນທັບຖົມ ປະຕິບັດການຊ່ວຍເຫຼືອຜູ້ປະສົບໄພທາງດ້ານການແພດຕໍ່ຜູ້ບາດເຈັບ ແລະ ເສຍຊີວິດ ແລ້ວນຳສົ່ງຜູ້ປະສົບໄພທີ່ມີອາການເຈັບໜັກ ໄປໂຮງໝໍແນວຫຼັງ ດ້ວຍເຮືອບິນ (MI-17).
ກຳລັງຝ່າຍລາວ ເຂົ້າຮ່ວມທັງໝົດ 520 ສະຫາຍ ໃນນັ້ນ, ກຳລັງເຝິກຊ້ອມ 178 ສະຫາຍ, ກຳລັງຝ່າຍຫວຽດນາມ ມີ 145 ສະຫາຍ, ກຳລັງຝ່າຍກຳປູເຈຍ 65 ສະຫາຍ, ລວມຈຳນວນພົນເຂົ້າຮ່ວມເຝິກຊ້ອມທັງໝົດ 720 ສະຫາຍ. ພາຫະນະເຝິກຊ້ອມ ຝ່າຍກອງທັບກຳປູເຈຍ ມີເຮືອລົງ ຢາງ 2 ລຳ, ເຮືອທ້ອງແບນກອບ ກູ້ 2 ລຳ, ຝ່າຍລາວ ມີເຮືອລາດ ຕະເວນ 3 ລຳ, ເຮືອທ້ອງແບນກອບກູ້ 4 ລຳ, ເຮືອກາໂນ 2 ລຳ, ເຮືອກອບກູ້ເສນາຮັກ 3 ລຳ, ລົດກູ້ໄພ 1 ຄັນ, ລົດອຳມູລັງ 6 ຄັນ, ລົດ PTS 2 ຄັນ, ສຳຮອງ 1 ຄັນ, ລົດດ່າມ 1 ຄັນ, ລົດຈົກ 1 ຄັນ, ລົດສົ່ງກຳລັງເຂົ້າສະໜາມ 3 ຄັນ, ຍົນ MI-17 (ລາວ) 1 ລຳ, ໂດຣນ 4 ລຳ; ຝ່າຍຫວຽດນາມ ມີເຮືອລາດຕະເວນ 1 ລຳ, ເຮືອທ້ອງແບນ 2 ລຳ, ຍົນຂຶ້ນຊື່ (ຫວຽດນາມ) 1 ລຳ, ລົດອຳມູລັງ 1 ຄັນ. ນອກນັ້ນ, ຍັງມີອຸປະກອບການເຝິກທາງນ້ຳ, ທາງບົກ ຂອງ 3 ກອງທັບຄົບຊຸດ. ການຈັດວາງລະບົບສະໜາມເຝິກຊ້ອມ ມີເດີ່ນຈັດຕັ້ງພິທີເປີດ-ປິດ 1 ຈຸດ, ສູນບັນຊາຮ່ວມ 1 ຈຸດ, ສູນບັນຊາຮ່ວມເຫຼົ່າຮົບຊ່າງແສງ, ເສນາຮັກ ແລະ ທະຫານອາກາດ 1 ຈຸດ, ສູນບັນຊາໂດຣນ 1 ຈຸດ, ຈຳລອງໝູ່ບ້ານຖືກນ້ຳຖ້ວມ 3 ຈຸດ ຈຳນວນ 20 ຫຼັງ, ສະໜາມຈຳລອງພູດິນເຈື່ອນທັບຖົມ ຂະໜາດ 20x40 ແມັດ ຈຳນວນ 1 ຈຸດ, ບ່ອນຕ້ອນຮັບຜູ້ປະສົບໄພທາງນ້ຳ 1 ຈຸດ, ບ່ອນຕ້ອນຮັບຜູ້ປະສົບໄພທາງບົກ 1 ຈຸດ, ໂຮງໝໍພາກສະໜາມຂັ້ນ 1 ຈຳນວນ 1 ຈຸດ, ໂຮງໝໍພາກສະໜາມຂັ້ນ 2 ຈໍານວນ 1 ຈຸດ, ເດີ່ນບິນຍົນຊົ່ວຄາວ MI-17 ຈຳນວນ 1 ຈຸດ, ເດີ່ນວາງສະແດງອຸປະກອນຊອກຄົ້ນ ແລະ ກູ້ໄພ 1 ຈຸດ, ເດີ່ນຈອດລົດຂັ້ນເທິງ ແລະ ຄະນະຊີ້ນຳ 1 ຈຸດ.
ໃນການຈັດຕັ້ງປະຕິບັດ ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ສົມທົບກັບຜູ້ບັນຊາພາກສະໜາມກອງທັບ ເພື່ອຈັດ ຕັ້ງຊີ້ນຳການເຝິກຊ້ອມໄປຕາມບາດກ້າວ-ຂັ້ນຕອນທີ່ຂັ້ນເທິງໄດ້ອະນຸມັດ, ໂດຍພາຍໃຕ້ການຊີ້ນຳໂດຍກົງຂອງກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ບັນດາກົມກອງເຫຼົ່າຮົບທີ່ເຂົ້າຮ່ວມການເຝິກຊ້ອມ ໃນເວລາເຄື່ອນໄຫວເຮັດໜ້າທີ່ຊອກຄົ້ນ, ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພ ຕ້ອງປະສານສົມທົບ, ແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຊອກໃຫ້ໄດ້ບົດຮຽນທີ່ດີມີຄຸນນະພາບ ໄປໝູນໃຊ້ໃນເວລາເຮັດໜ້າທີ່ຕົວຈິງ, ທຸກພາກສ່ວນເປັນເຈົ້າການເຮັດວຽກງານກະກຽມຮອບດ້ານ, ຄົບຖ້ວນຕາມຂອບເຂດວຽກງານ ທີ່ໄດ້ຮັບການມອບໝາຍ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງເຝິກຊ້ອມຮ່ວມຄັ້ງນີ້ ໄດ້ຮັບຜົນດີ, ພາຍຫຼັງສຳເລັດ ຈັດຕັ້ງສະຫຼຸບຖອດຖອນບົດຮຽນ ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ແລ້ວລາຍງານຂັ້ນເທິງ.
ນອກຈາກເຝິກຊ້ອມກອບກູ້ໄພພິບັດຮ່ວມກັນແລ້ວ ຍັງມີຫຼາຍກິດຈະກຳທີ່ຈະໄດ້ຈັດຕັ້ງປະຕິບັດຮ່ວມກັນຕື່ມອີກ ເປັນຕົ້ນແມ່ນ ການແຂ່ງຂັນກິລາດຶງເຊືອກ ແລະ ກິລາບານສົ່ງ, ການສະແດງສິ ລະປະ-ວັດທະນະທຳ, ນັກເຝິກ ຊ້ອມ ໄດ້ແລກປ່ຽນບົດຮຽນ, ປະ ສົບການ, ຄວາມຊຳນານດ້ານ ວິຊາສະເພາະ, ແລກປ່ຽນດ້ານ ວັດທະນະທຳ, ກິລາ ແລະ ຮີດ ຄອງປະເພນີຮ່ວມກັນ ອັນເປັນການເສີມສ້າງຄວາມສາມັກຄີ, ສາຍພົວພັນມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈກັນ.
ໂດຍ: ສຸເວດ ສີດາຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















