ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 13 ພະຈິກ 2025

  

ປະກາດການອະນຸມັດໃຫ້ນາຍທະຫານຂັ້ນສູງ ພັກການ ກຽມຮັບຮັບບໍານານ, ແຕ່ງຕັ້ງໜ້າທີ່ຂັ້ນບັນຊາ ແລະ ເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ກົມໃຫຍ່ເສນາທິການກອງທັບ
ເວລາອອກຂ່າວ: 2025-10-17 10:35:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 492 | ຄວາມນິຍົມ:



ໃນວັນທີ 16 ຕຸລາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັັດພິທີ ປະກາດການອະນຸມັດໃຫ້ນາຍທະຫານຂັ້ນສູງ ພັກການ ກຽມຮັບບໍານານ, ແຕ່ງຕັ້ງໜ້າທີ່ຂັ້ນບັນຊາ ແລະ ເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ບັນດາກົມ, ຫ້ອງການ, ກອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ບົວຄໍາ ສາມາວົງ ກໍາມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກົມໃຫຍ່ເສນາທິການກອງທັບ ພັກການ ກຽມຮັບບຳນານ, ອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍອາຍຸກະສຽນຮັບບຳນານ ຂອງນາຍທະຫານ, ອີງຕາມ ການຄົ້ນຄວ້າຕົກລົງເຫັນດີເປັນເອກະພາບ ຂອງກອງປະຊຸມຄະນະປະຈຳພັກກະຊວງປ້ອງກັນປະເທດ ແລະ ນໍາສະເໜີ ຂອງກົມໃຫຍ່ການເມືອງກອງທັບ ດັ່ງນັ້ນ, ກະຊວງປ້ອງກັນປະເທດ ຕົກລົງ ອະນຸມັດໃຫ້ນາຍທະຫານ ພັກການ ກຽມຮັບບຳນານ ຈໍານວນ 7 ສະຫາຍ ຄື: ສະຫາຍ ພົນຈັດຕະວາ ທຽມ ຫອມຊະນະ ຫົວໜ້າກົມເຄມີສາດ, ສະຫາຍ ພັນເອກ ສົມພຸດ ພິລາ ຫົວໜ້າກົມແຜນທີ່ກອງທັບ, ສະຫາຍ ພັນເອກ ສາຍລົມ ໄຊຍະສຸກ ຮອງຫົວໜ້າກົມລົດຕັງ-ຍານເກາະ, ສະຫາຍ ພັນເອກ ບົວພາ ໄມພອນ ຮອງຫົວໜ້າກົມຊ່າງແສງ, ສະຫາຍ ພັນເອກ ທອງສອນ ແກ້ວບົວທອງ ຫົວໜ້າການເມືອງ ກອງສໍາຫຼວດວັດແທກແຜນທີ່ກອງທັບ, ສະຫາຍ ພັນເອກ ສີບຸນ ທໍາມະວົງ ຫົວໜ້າການເມືອງ ກອງກິລາກອງທັບ ແລະ ສະຫາຍ ພັນເອກ ພອນແກ້ວ ສຸລິວັນວົງສາ ຫົວໜ້າການທະຫານ ກອງຍິງປືນ 199 ແລະ ຜ່ານຂໍ້ຕົກລົງ ຍົກຍ້າຍ-ແຕ່ງຕັ້ງໜ້າທີ່ໃໝ່ ຄື: ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ຫົວໜ້າກົມສື່ສານ ໄປຢູ່ ບໍລິສັດ ລາວສະຕາໂທລະຄົມ ຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພັນເອກ ພົງສຸລິຍາ ເພັງຄຸນ ຫົວໜ້າກົມໂຮງຮຽນ ໄປຮັບໜ້າທີ່ໃໝ່ ຢູ່ ໂຮງຮຽນກໍ່ສ້າງນາຍສິບ ເລກ 1; ສະຫາຍ ພັນເອກ ພູວຽງ ສອນສົມໃຈ ຫົວໜ້າກົມລົດຕັງ-ຍານເກາະ ໄປຮັບໜ້າທີ່ໃໝ່ ຢູ່ ໂຮງຮຽນນາຍສິບເຫຼົ່າຮົບ; ສາຍຫາຍ ພັນເອກ ພູເງິນ ພົມເມືອງ ຫົວໜ້າກົມອົບຮົມ ໄປຮັບໜ້າທີ່ໃໝ່ ຢູ່ ກົມໂຮງຮຽນ; ສະຫາຍ ພັນເອກ ສີສະຫວັນ ພິມມະສອນ ຮອງຫົວໜ້າກົມລົດຕັງ-ຍານເກາະ ໄປຮັບໜ້າທີ່ໃໝ່ ຢູ່ ກອງພັນໃຫຍ່ 661; ສະຫາຍ ພັນເອກ ພິມ ວິຈິດວົງສາ ຮອງຫ້ອງການເມືອງ ໄປຮັບໜ້າທີ່ໃໝ່ ຢູ່ ກອງກິລາກອງທັບ ແລະ ສະຫາຍ ພັນໂທ ລອນທອງ ສິງລືໄຊ ຮອງຫົວໜ້າກົມປືນໃຫຍ່ໜ້າດິນ ໄປຮັບໜ້າທີ່ໃໝ່ ຢູ່ ກອງພັນໃຫຍ່ 619. ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງ ແຕ່ງຕັ້ງໜ້າທີ່ ໃຫ້ນາຍທະຫານ ຢູ່ ກົມໃຫຍ່ເສນາທິການກອງທັບ ຄື: ສະຫາຍ ພັນເອກ ພູເງິນ ພົມເມືອງ ເປັນຫົວໜ້າກົມໂຮງຮຽນ; ສະຫາຍ ພັນເອກ ຄໍາຜາຍ ອ້ວນວິໄລ ເປັນຫົວໜ້າກົມອົບຮົມ; ສະຫາຍ ພັນເອກ ພູວຽງ ຈັນທະວົງ ເປັນຫົວໜ້າກົມສື່ສານ; ສະຫາຍ ພັນເອກ ສຸດໃຈ ດວງໃຈ ເປັນ ຫົວໜ້າກົມແຜນທີ່ກອງທັບ; ສະຫາຍ ພັນເອກ ຄໍາສະຫວັດ ໄຊຍະລາດ ເປັນຫົວໜ້າກົມເຄມີສາດ; ສະຫາຍ ພັນເອກ ບຸນໄທ ຄໍາມະນີວົງ ເປັນຮັກສາການຫົວໜ້າກົມປືນໃຫຍ່ໜ້າດິນ; ສະຫາຍ ພັນເອກ ບຸນປອນ ລົມພະຈັນ ເປັນຮັກສາການຫົວໜ້າກົມລົດຕັງ-ຍານເກາະ; ສະຫາຍ ພັນເອກ ຄໍາຈັນ ແສນມະນີ ເປັນ ຮອງຫົວໜ້າກົມລົດຕັງ-ຍານເກາະ; ສະຫາຍ ພັນໂທ ຄອນສະຫວັນ ແກ້ວຄໍາພອນ ເປັນຮອງຫົວໜ້າກົມອົບຮົມ; ສະຫາຍ ພັນໂທ ຄໍາຜາຍ ຄໍາປັນຍາ ເປັນຮອງຫົວໜ້າປືນໃຫຍ່ໜ້າດິນ; ສະຫາຍ ພັນໂທ ສົມທອງ ຈັນທະວົງ ເປັນຮອງຫົວໜ້າກົມການທະຫານທ້ອງຖິ່ນ; ສະຫາຍ ພັນເອກ ພິມ ວິຈິດວົງສາ ເປັນຫົວໜ້າການເມືອງ ກອງກິລາກອງທັບ; ສະຫາຍ ພັນໂທ ບຸນທັນ ພະສະຫວັດ ເປັນຫົວໜ້າການເມືອງ ໂຮງຮຽນເຫຼົ່າຮົບຊ່າງແສງ; ສະຫາຍ ພັນໂທ ອານຸສັກ ພົມວົງສາ ເປັນຫົວໜ້າການທະຫານ ໂຮງຮຽນເຫຼົ່າຮົບຊ່າງແສງ; ສະຫາຍ ພັນໂທ ບຸນຍົກ ນັນໂສພາ ເປັນຮອງຫົວໜ້າການເມືອງ ທັງເປັນ ຫົວໜ້າພະແນກການເມືອງ ໂຮງງານແຜນທີ່ກອງທັບ; ສະຫາຍ ພັນໂທ ບຸນກອງ ສີວົງຊໍາ ເປັນຮອງຫົວໜ້າສູນ ຮັບຜິດຊອບວຽກງານເຕັກນິກ ທັງເປັນຫົວໜ້າພະແນກເຕັກນິກ ສູນ 523 ແລະ ສະຫາຍ ພັນໂທ ສີພັດ ນິນສົມພັນ ເປັນຮອງຫົວໜ້າສູນ ຮັບຜິດຊອບວຽກງານພະລາທິການ ທັງເປັນຫົວໜ້າພະແນກພະລາທິການ ສູນ 523. ຈາກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ກົມໃຫຍ່ເສນາທິການກອງທັບ ໃນນັ້ນ, ເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 55 ສະຫາຍ; ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 83 ສະຫາຍ; ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈໍານວນ 32 ສະຫາຍ ແລະ ວາທີ ຂຶ້ນ ຮ້ອຍຕີ ຈໍານວນ 16 ສະຫາຍ. ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ໂອ້ລົມຕໍ່ບັນດາສະຫາຍ ນາຍທະຫານ ທີ່ໄດ້ຮັບນະໂຍບາຍ ພັກການ ກຽມຮັບບຳນານ ເຊິ່ງແຕ່ລະສະຫາຍແມ່ນຜູ້ທີ່ມີຜົນງານອັນໃຫຍ່ຫຼວງປະກອບສ່ວນທາງດ້ານສະຕິປັນຍາ, ເຫື່ອແຮງຂອງຕົນ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ກໍຄືການປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກອງທັບໃນຕະຫຼອດໄລຍະຜ່ານມາ, ເຮັດໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ. ພ້ອມດຽວກັນນີ້, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ ແລະ ການເລື່ອນຊັ້ນ, ເລື່ອນທຽບຊັ້ນໃໝ່ ຈົ່ງພ້ອມກັນຍົກສູງ ຄວາມຮູ້ ຄວາມສາມາດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນທຸກຂົງເຂດວຽກງານ ແລະ ຕັ້ງໜ້າເຂົ້າຮ່ວມທຸກຂະບວນການຂອງກົມກອງໃຫ້ເປັນຂະບວນການຟົດຟື້ນ. ໂດຍ: ລຸນທອງ ສີບຸນເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ