ເຜີຍແຜ່ ພາລະບົດບາດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຢູ່ແຂວງຜົ້ງສາລີ
ເວລາອອກຂ່າວ: 2025-10-17 10:37:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 541 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 16-17 ຕຸລາ 2025 ນີ້, ຢູ່ ຫ້ອງປະຊຸມໃຫຍ່ ສະພາປະຊາຊົນແຂວງຜົ້ງສາລີ ໄດ້ເຜີຍແຜ່ ພາລະບົດບາດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໂດຍການເປັນປະທານ ຂອງທ່ານ ຄໍາໃບ ດໍາລັດ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີທ່ານ ພົນຕີ ສົມພອນ ມິດຕະພອນ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ທອງສີ ເສົາສຸລິພົມ ປະທານສະພາປະຊາຊົນແຂວງ, ມີບັນດາຄະນະກໍາມະການປົກຄອງແຂວງ, ຄະນະສະພາປະຊາຊົນແຂວງ ຫົວໜ້າພະແນກ, ຫົວໜ້າອົງການອ້ອມແຂວງ, ເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງທົ່ວແຂວງຜົ້ງສາລີ ແລະ ຄະນະຮັບຜິດຊອບມາຈາກສະພາແຫ່ງຊາດ ເຂົ້າຮ່ວມ.
ທ່ານ ສຸບັນ ສະວະບຸດ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການວຽກງານ ສະມາຊິກສະພາແຫ່ງຊາດ ໄດ້ສະເໜີຫົວຂໍ້: ຍົກສູງການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ຂະບວນວິວັດການກຳເນີດເຕີບໃຫຍ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ການກຳເນີດສະພາແຫ່ງຊາດ ຂອງປະເທດລາວ ກ່ອນ ແລະ ຫຼັງ ການສະຖາປະນາ ສປປ ລາວ, ຄວາມໝາຍ ຄວາມສໍາຄັນ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ນອກນີ້, ຍັງໄດ້ສະເໜີ ໂຄງປະກອບກົງຈັກການຈັດຕັ້ງ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ແບບແຜນວິທີເຮັດວຽກ ເຊັ່ນ: ລະບົບກອງປະຊຸມສະພາ, ລະບົບການເຮັດວຽກຂອງຄະນະປະຈໍາ, ລະບົບເຮັດວຽກຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ລະບົບເຮັດວຽກຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ. ບາງຕອນໃຫ້ຮູ້ວ່າ: ການກຳເນີດສະພາແຫ່ງຊາດ ຂອງປະເທດລາວ ກ່ອນການສະຖາປະນາ ສປປ ລາວ ໂດຍນັບແຕ່ສັນຍາວຽງຈັນໃນປີ 1973 ເປັນຕົ້ນມາ ປະເທດລາວແບ່ງເປັນສາມເຂດອໍານາດການປົກຄອງທີ່ມີຄວາມແຕກຕ່າງກັນຄື: ເຂດປົດປ່ອຍທີ່ເປັນເຂດອໍານາດການປົກຄອງ ຂອງຝ່າຍປະຕິວັດ, ເຂດຄວບຄຸມກວດກາຂອງຝ່າຍລາຊະອານາຈັກທີ່ເປັນເຂດອໍານາດການປົກຄອງຂອງລັດຖະບານຫຸ່ນວຽງຈັນ ທີ່ເປັນເຂດອໍານາດປະສົມສູນກາງ, ພັກປະຊາຊົນປະຕິວວັດລາວ ໄດ້ມີແຜນຍຸດທະສາດໃນການຍຶດອໍານາດ ເຊິ່ງເອີ້ນວ່າ: "ສົມທົບບາດຄ້ອນຍຸດທະສາດ". 3 ບາດຄ້ອນບຸກໂຈມຕີ ຄື: ນໍາໃຊ້ການຜັນແຍກພາຍໃນຂອງກໍາລັງຝ່າຍກົງກັນຂ້າມ, ໃຊ້ການລຸກຮືຂຶ້ນຂອງປະຊາຊົນ, ໃຊ້ກອງທະຫານບຸກຕີໜູນໜີບເພື່ອບົບຮັດຝ່າຍສັດຕູ, ມາຮອດຕົ້ນເດືອນພຶດສະພາ ປີ 1975 ພັກປະຊາຊົນປະຕິວັດລາວ ຈຶ່ງໄດ້ຕົກລົງລຸກຮືຂຶ້ນເພື່ອຍຶດອໍານາດພ້ອມກັນທົ່ວປະເທດ ໃນທຸກດ້ານ ແລະ ທຸກຈຸດ, ໄດ້ປະກາດລົບລ້າງອໍານາດການປົກຄອງເກົ່າຢ່າງສິ້ນເຊີງ, ປະຊາຊົນທໍາການເລືອກຕັ້ງເອົາຄະນະປົກຄອງຂອງຕົນແຕ່ຂັ້ນບ້ານ, ຕາແສງ, ເມືອງ ແລະ ແຂວງຢ່າງເປັນຂະບວນຟົດຟື້ນ, ລະບົບອຳນາດການປົກຄອງປະຕິວັດ ໄດ້ສ້າງຕັ້ງ 15 ແຂວງ, 4 ຕົວເມືອງໃຫຍ່ (ວຽງຈັນ, ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ). ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 1 ທັນວາ 1975, ທີ່ ນະຄອນຫຼວງວຽງຈັນ ມີບັນດາຜູ້ແທນ ທີ່ໄດ້ຮັບຄັດເລືອກຈາກປະຊາຊົນຢູ່ທ້ອງຖິ່ນຕ່າງໆ ແລະ ຖືກເຊື້ອເຊີນຈາກ ປະທານສູນກາງແນວລາວຮັກຊາດຢູ່ເຂດແຂວງຕ່າງໆ ເຊິ່ງຖືກຄັດເລືອກໃຫ້ເປັນຜູ້ຕາງໜ້າປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນເຂົ້າມາຮ່ວມທັງໝົດ 264 ທ່ານ ມາໃນວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ລົບລ້າງລະບອບລາຊາທິປະໄຕ ແລະ ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ຂຶ້ນແທນຢ່າງເປັນທາງການ ແລະ ໄດ້ມີມະຕິລົບລ້າງລະບອບລາຊາທິປະໄຕ ແລະ ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ, ມະຕິສ້າງຕັ້ງສະພາປະຊາຊົນສູງສຸດ, ເນື່ອງຈາກມີຄວາມຈໍາເປັນຕ້ອງມີອໍານາດລັດທາງດ້ານນິຕິບັນຍັດ, ເພື່ອປະຕິບັດໜ້າທີ່ຄົ້ນຄວ້າຮ່າງລັດຖະທຳມະນູນ ແລະ ອອກບັນດາກົດໝາຍ, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ຕົກລົງແຕ່ງຕັ້ງ ທ່ານ ສຸພານຸວົງ ເປັນປະທານສະພາ, ທ່ານ ສີສົມພອນ ລໍວັນໄຊ ເປັນຮອງປະທານສະພາ, ທ່ານ ສີທົນ ກົມມະດໍາ ເປັນຮອງປະທານສະພາ, ທ່ານ ໄຟດ່າງ ລໍເບຍຢາວ ເປັນຮອງປະທານສະພາ, ທ່ານ ຄໍາສຸກ ແກ້ວລາ ເປັນຮອງປະທານສະພາ ແລະ ເລຂາທິການໃຫຍ່ຂອງສະພາ, ທ່ານ ໄຊ ເພັດລາສີ ເປັນຮອງເລຂາທິການໃຫຍ່, ທ່ານ ສຸວັນນະລາດ ໄຊຍະວົງ ເປັນຮອງເລຂາທິການໃຫຍ່. ສະພາປະຊາຊົນສູງສຸດ ແຫ່ງ ສປປ ລາວ ຊຸດທຳອິດ ປະກອບມີສະມາຊິກ ຈໍານວນ 38 ທ່ານ, ສະພາປະຊາຊົນສູງສຸດ ຊຸດທີ I (1975-1989) ມີພາລະບົດບາດເຮັດໜ້າທີ່ເຕົ້າໂຮມຄວາມສາມັກຄີປອງດອງຊາດ, ປົກປັກຮັກສາ ແລະ ຮໍາບາດແຜສົງຄາມ ປົວແປງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ເປັນປົກກະຕິ, ສະພາປະຊາຊົນສູງສຸດ ຊຸດທີ I ແມ່ນອົງການໜຶ່ງຂອງອົງການອໍານາດແຫ່ງລັດ, ມີພາລະບົດບາດປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ, ທາງດ້ານອໍານາດນິຕິບັນຍັດ, ພາລະບົດບາດຕິດຕາມ, ຊ່ວຍເຫຼືອ, ຊຸກຍູ້ ແລະ ກວດກາການເຄື່ອນໄຫວ ຂອງສະພາລັດຖະມົນຕີ, ສະພາຜູ້ແທນປະຊາຊົນ ແລະ ຄະນະກຳມະການປົກຄອງປະຊາຊົນຂັ້ນຕ່າງໆ, ດ້ານກົງຈັກມີ 3 ຄະນະກຳມາທິການ ຄື: ຄະນະກຳມາທິການຮ່າງລັດຖະທຳມະນູນ; ຄະນະກຳມາທິການລັດຖະບັນຍັດ ແລະ ກົດໝາຍເລືອກຕັ້ງຄະນະກຳມາທິການແຜນການ ແລະ ການເງິນ, ວັນທີ 26 ມີນາ 1989 ໄດ້ເລືອກຕັ້ງສະພາແຫ່ງຊາດ ຊຸດທີ II (1989-1992) ມີສະມາຊິກສະພາປະຊາຊົນສູງສຸດ ຊຸດທີ II ມີຈໍານວນ ທັງໝົດ 79 ທ່ານ, ຍິງ 5 ທ່ານ, ວັນທີ 20 ທັນວາ 1992 ເລືອກຕັ້ງສະພາແຫ່ງຊາດ ຊຸດທີ III (1993-1997) ສະມາຊິກສະພາຊຸດນີ້ ມີທັງໝົດ 85 ທ່ານ, ຍິງ 8 ທ່ານ, ສະພາແຫ່ງຊາດ ຊຸດທີ IV (1998-2002), ເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ IV ໃນວັນທີ 21 ທັນວາ 1997 ມີສະມາຊິກທັງໝົດ 99 ທ່ານ, ຍິງ 21 ທ່ານ, ສະພາແຫ່ງຊາດ ຊຸດທີ V (2002-2006), ສະມາຊິກສະພາແຫ່ງຊາດ ຊຸດທີ V ໄດ້ຮັບການເລືອກຕັ້ງ ໃນວັນທີ 24 ກຸມພາ 2002, ມີຈໍານວນທັງໝົດ 109 ທ່ານ, ຍິງ 25 ທ່ານ, ສະພາແຫ່ງຊາດ ຊຸດທີ VI (2006-2011), ສະມາຊິກສະພາແຫ່ງຊາດ ຊຸດທີ VI ໄດ້ຮັບການເລືອກຕັ້ງ ໃນວັນທີ 30 ເມສາ 2006, ມີທັງໝົດ 115 ທ່ານ, ຍິງ 29 ທ່ານ, ສະພາແຫ່ງຊາດ ຊຸດທີ VII (2011-2016), ສະມາຊິກສະພາແຫ່ງຊາດ ຊຸດທີ VII ໄດ້ຮັບການເລືອກຕັ້ງໃນວັນທີ 30 ເມສາ 2011 ມີທັງໝົດ 132 ທ່ານ, ຍິງ 33 ທ່ານ, ສະພາແຫ່ງຊາດ ຊຸດທີ VIII (2016-2021), ສະມາຊິກສະພາແຫ່ງຊາດ ຊຸດທີ VIII ໄດ້ຮັບການເລືອກຕັ້ງໃນວັນທີ 20 ມີນາ 2016 ມີທັງໝົດ 149 ທ່ານ, ຍິງ 41 ທ່ານ, ສະພາແຫ່ງຊາດ ຊຸດທີ IX (ປີ 2021 ຫາ ປັດຈຸບັນ): ສະມາຊິກສະພາແຫ່ງຊາດ ຊຸດທີ IX ໄດ້ຮັບການເລືອກຕັ້ງ ໃນວັນທີ 21 ກຸມພາ 2021 ທັງໝົດ 164 ທ່ານ, ຍິງ 36 ທ່ານ. ສະພາປະຊາຊົນຂັ້ນແຂວງ ແຕ່ປີ 1975-2025 ເຊິ່ງສະພາປະຊາຊົນທ້ອງຖິ່ນ ໄດ້ຮັບການເລືອກຕັ້ງມາແລ້ວ 4 ຊຸດ ຄື: 2 ຊຸດ ກ່ອນມີລັດຖະທໍາມະນູນແຫ່ງ ສປປ ລາວ ແລະ 2 ຊຸດ ຫຼັງມີລັດຖະທໍາມະນູນ ແຫ່ງ ສປປ ລາວ. ສະພາປະຊາຊົນທ້ອງຖິ່ນ ຊຸດທຳອິດ ວັນທີ 20-22 ພະຈິກ 1975 ໃນທົ່ວປະເທດ ໄດ້ຈັດຕັ້ງດໍາເນີນການເລືອກຕັ້ງສະມາຊິກສະພາປະຊາຊົນ ແລະ ຄະນະກຳມະການປົກຄອງຂັ້ນຕາແສງ, ຂັ້ນເມືອງ ແລະ ຂັ້ນແຂວງ, ກຳແພງນະຄອນ. ມາຮອດວັນທີ 26 ມິຖຸນາ 1988 ໄດ້ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນເມືອງທົ່ວປະເທດ ແລະ ວັນທີ 20 ພະຈິກ 1988 ດໍາເນີນການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ, ກຳແພງນະຄອນ.
ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຢ່າງກົງໄປກົງມາ ພາວະວິໄສ ເພື່ອເປັນການຖອດຖອນບົດຮຽນ ພ້ອມທັງ ມີຄໍາເຫັນແລກປ່ຽນເຊິ່ງກັນ ແລະ ກັນ.
ໂດຍ: ທອງໄຊ ແສງອຸດົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















