ປຶກສາຫາລື ກະກຽມຖ່າຍທອດສົດ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ເວລາອອກຂ່າວ: 2025-11-13 09:07:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 622 | ຄວາມນິຍົມ: ![]()
ວັນທີ 11 ພະຈິກ 2025 ນີ້, ກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຮ່ວມກັບ ໂທລະພາບ ສສ ຫວຽດນາມ ໄດ້ປຶກສາລືກ່ຽວກັບການກະກຽມຖ່າຍຖອດສົດ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ຕາງໜ້າຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີສະຫາຍ ພັນໂທ ພູວົງ ພົມມະລາດ ຫົວໜ້າພະແນກສື່ມວນຊົນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຜູ້ອຳນວຍການໂທລະພາບແຫ່ງຊາດລາວ ແລະ ຕາງໜ້າຝ່າຍຫວຽດນາມ ນຳໂດຍ ສະຫາຍ ໂດຼດຶກຮວ່າງ ຮອງຜູ້ອຳນວຍການໃຫຍ່ໂທລະພາບ ສສ ຫວຽດນາມ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ໄດ້ລາຍງານການກະກຽມດ້ານຕ່າງໆ ໃນງານໂຮມຊຸມນຸມ ແລະ ເດີນສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ຈາກນັ້ນ, ທັງສອງຝ່າຍ ໄດ້ປຶກ
ສາຫາລືກ່ຽວກັບການກະກຽມຖ່າຍທອດສົດເປັນຕົ້ນແມ່ນ ຮັບປະກັນການກຳນົດຈຸດຖ່າຍພາບໃຫ້ນັກສື່ມວນຊົນ, ການອະນຸຍາດຕິດຕັ້ງກ້ອງຖ່າຍພາບນິ້ງ, ຕິດຕັ້ງ
ກ້ອງຖ່າຍວິດີໂອ, ຕິດຕັ້ງກ້ອງຖ່າຍທອດສົດ, ກຳນົດຈຸດໃຊ້ໄຟຟ້າຕ່າງໆ, ກຳນົດຈຸດຕິດຕັ້ງກ້ອງ, ຮັບປະກັນການຮັບ-ສົ່ງສັນຍານ ແລະ ການອະນຸຍາດບິນໂດຣນ ທັງນີ້, ກໍເພື່ອເປັນການຮັບປະກັນໃຫ້ແກ່ວຽກງານການຖ່າຍຖອດສົດ ໃນວັນສະເຫຼີມສະຫຼອງວັນສະຖາປະຖາ ສປປ ລາວ ຄົບຮອບ 50 ປີ ທີ່ໃກ້ຈະມາເຖິງໃນມໍ່ໆນີ້ ໃຫ້ໄດ້ຮັບໝາກຜົນສູງ.
ໂດຍ: ນາງ ອາຄົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















