ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 11 ທັນວາ 2025

  

ກະຊວງການເງິນ ຈະເພີ່ມດັດສະນີເງິນເດືອນ, ເງິນນະໂຍບາຍ ຂອງພະນັກງານ-ລັດຖະກອນ ເລີ່ມແຕ່ປີ 2026
ເວລາອອກຂ່າວ: 2025-11-13 16:00:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1003 | ຄວາມນິຍົມ:



ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ10 ຂອງສະພາແຫ່ງຊາດ ຊຸດທີ IX , ໃນວັນທີ 13 ພະຈິກ 2025, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ໃນການເພີ່ມດັດສະນີເງິນເດືອນ, ເງິນນະໂຍບາຍ ຂອງພະນັກງານ-ລັດຖະກອນ ເລີ່ມແຕ່ປີ 2026 ເປັນຕົ້ນໄປ, ຈະຈັດຕັ້ງປະຕິບັດ ຄືແນວໃດ? ໂດຍສະເພາະ ແຫຼ່ງລາຍຮັບ ທີ່ຈະມາຮອງຮັບ ການຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ ມີໜ້ອຍຫຼາຍປານໃດ ຜົນທີ່ຕາມມາ ຄືລາຄາສິນຄ້າ ຈະເພີ່ມຂຶ້ນຕື່ມ, ລັດຖະບານ ຈະມີມາດຕະການຄວບຄຸມລາຄາສິນຄ້າ ຄືແນວໃດ? ໂດຍທ່ານໄດ້ຊີ້ແຈງວ່າ: ໃນໄລຍະຜ່ານມາ ເສດຖະກິດຂອງພວກເຮົາ ໄດ້ປະເຊີນກັບຄວາມບອບບາງ ດ້ານເສດຖະກິດ ມະຫາພາກ ໂດຍສະເພາະ ບັນຫາອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ເຊິ່ງໄດ້ສົ່ງຜົນກະທົບເຮັດໃຫ້ລາຄາສິນຄ້າ ແລະ ຄ່າຄອງຊີບ ເພີ່ມສູງຂຶ້ນຫຼາຍເທົ່າ ແລະ ເຮັດໃຫ້ການດໍາລົງຊີວິດການເປັນຢູ່ ສະເພາະ ພະນັກງານ-ລັດຖະກອນ ທະຫານ-ຕຳຫຼວດ ແລະ ປະຊາຊົນ ໄດ້ຮັບຜົນກະທົບ. ຈາກສະພາບດັ່ງກ່າວ ລັດຖະບານ ໄດ້ມີຄວາມພະຍາຍາມສູງ ໃນການເລັ່ງແກ້ໄຂ ບັນຫາຄວາມທຸກຍາກທາງດ້ານເສດຖະກິດ ການເງິນ ໃຫ້ຜ່ອນຄາຍລົງ. ພ້ອມກັນນັ້ນ ໄດ້ຄົ້ນຄວ້າປັບໂຄງສ້າງເງິນເດືອນ, ເງິນນະໂຍບາຍ ໂດຍການ ເພີ່ມເງິນເດືອນສຸດທິບໍ່ຫຼຸດ 3,000,000 ກີບ/ເດືອນ (ປີ 2025 ຂັ້ນຕໍ່າໄດ້ຮັບ 2,200,000 ກີບ/ເດືອນ), ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ-ລັດຖະກອນ. ເພື່ອຮັບປະກັນໝາກຜົນຂອງການຈັດຕັ້ງປະຕິບັດ ນະໂຍບາຍດັ່ງກ່າວ ຄວນເອົາໃຈໃສ່ບາງດ້ານ, ເປັນຕົ້ນ ຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອງໄດ້ເປັນເຈົ້າການ ໃນການກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ສະບຽງອາຫານທີ່ຈໍາເປັນ; ເອົາໃຈໃສ່ເຜີຍແຜ່ຂໍ້ມູນ ຂ່າວສານ ໃຫ້ສັງຄົມເຂົ້າໃຈ ຕໍ່ຄວາມຈໍາເປັນ, ສາເຫດໃນການປັບຂຶ້ນເງິນເດືອນ, ເງິນນະໂຍບາຍ ເພື່ອບໍ່ໃຫ້ ບັນດາຜູ້ປະກອບການ ພໍ່ຄ້າແມ່ຄ້າ ສວຍໃຊ້ໂອກາດຂຶ້ນລາຄາສິນຄ້າ ແລະ ຊຸກຍູ້ສົ່ງເສີມການຜະລິດ ພາຍໃນໃຫ້ເຂັ້ມແຂງຂຶ້ນ ສາມາດຕອບສະໜອງຕະຫຼາດພາຍໃນໃຫ້ຫຼາຍຂຶ້ນ ພ້ອມທັງປັບປຸງ ຂໍ້ຫຍຸ້ງຍາກ ຕ່າງໆ ໃນການດໍາເນີນທຸລະກິດ ໂດຍສະເພາະບັນຫາຕົ້ນທຶນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ