ທະຫານແຂວງສາລະວັນ ເປີດກອງປະຊຸມວຽກງານ ລະດົມທະຫານພັນທະປ້ອງກັນຊາດ ປະຈຳປີ 2025
ເວລາອອກຂ່າວ: 2025-11-18 08:54:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 420 | ຄວາມນິຍົມ: ![]()
ໃນວັນທີ 11 ພະຈິກ 2025 ນີ້, ຢູ່ກອງບັນຊາການທະຫານແຂວງສາລະວັນ ໄດ້ເປີດກອງປະຊຸມ ວຽກງານລະດົມທະຫານພັນທະປ້ອງກັນຊາດ ປະຈຳປີ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສຸດໃຈ ແສນຄຳບົວທອນ ຫົວໜ້າການທະຫານ ກອງບັນຊາການທະ ຫານແຂວງສາລະວັນ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ 8 ຕົວເມືອງ ຕະຫຼອດຮອດພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ໜູຮັກ ອິນຖາລາດ ຄະນະພັກກອງບັນ ຊາການ ຮອງຫົວໜ້າຫ້ອງການ ເມືອງ ທະຫານແຂວງສາລະວັນ, ໄດ້ຜ່ານແຈ້ງການຂອງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ, ຄຳສັ່ງແນະນຳຂອງກົມໃຫຍ່ເສນາທິການກອງທັບ, ຄຳສັ່ງຂອງປະທານ ຄະນະກຳມະການ ປກຊ-ປກສ ແຂວງສາລະວັນ ແລະ ຂໍ້ຕົກລົງ ແຕ່ງຕັ້ງຄະນະກຳມະການລະດົມທະຫານພັນທະຂັ້ນເເຂວງ. ສະຫາຍ ພັນໂທ ທອງປານ ໄຊຍະຜາສຸກ ຫົວໜ້າພະແນກກຳລັງພົນ ທະຫານແຂວງສາລະວັນ ຍັງໄດ້ຜ່ານບົດສະຫຼຸບວຽກງານລະດົມທະຫານພັນທະປະຈຳປີ 2024 ແລະ ທິດທາງແຜນປະຈຳປີ 2025, ໄລ ຍະຜ່ານມາ ການລະດົມທະຫານພັນທະ ປະຈຳປີ 2024 ຕາມຕົວ ເລກຕົວຈິງທີ່ກົມກຳລັງພົນໄດ້ ແບ່ງປັນທັງໝົດ 160 ຄົນ, ປະ ກອບກັບແຂວງ 70 ຄົນ ແລະ ສົ່ງໃຫ້ກຳລັງຫຼວງ 90 ຄົນ, ຫຼັງຈາກຄັດເລືອກໄດ້ທັງໝົດແມ່ນໄດ້ຈັດຕັ້ງເຝິກອົບຮົມຢູ່ໂຮງຮຽນການທະຫານທ້ອງຖິ່ນແຂວງສາລະວັນ ເຊິ່ງໄດ້ກຳນົດເວລາ 90 ວັນ, ໃນໄລຍະການຈັດຕັ້ງປະຕິບັດ 1 ປີຜ່ານມາ ເຖິງແມ່ນວ່າຈະມີຄວາມຫຍຸ້ງຍາກສັບສົນ ແລະ ມີປະກົດການຫຍໍ້ທໍ້ຈຳນວນໜຶ່ງເກີດຂຶ້ນ, ແຕ່ຍ້ອນຄວາມເອົາ ໃຈໃສ່ ແລະ ຄວາມເດັດຂາດ ຂອງຄະນະກຳມະການລະດົມພົນທະຫານພັນທະຂັ້ນແຂວງ ເຮັດໃຫ້ວຽກງານດັ່ງກ່າວຈົນໄດ້ຮັບຜົນສຳເລັດ, ເຊິ່ງການກວດກາຄັດເລືອກ ກໍຖືກຕ້ອງຕາມມາດຖານ ແລະ ເງື່ອນໄຂທີ່ກົມໃຫຍ່ເສນາທິການກຳນົດໄວ້.
ສຳລັບການເປີດລະດົມທະ ຫານພັນທະປ້ອງກັນຊາດ ປະຈຳປີ 2025 ແຂວງສາລະວັນແມ່ນໄດ້ໂຕເລກທັງໝົດ 300 ຄົນ, ປະ ກອບກັບແຂວງ ຈຳນວນ 220 ຄົນ, ສົ່ງໃຫ້ກຳລັງຫຼວງ 80 ຄົນ ແລະ ຈະໄດ້ເປີດຮັບສະໝັກຢູ່ກອງບັນຊາການທະຫານແຂວງ, ກອງບັນຊາການທະຫານ 8 ຕົວເມືອງ ແລະ ຢູ່ບັນດາກົມກອງທົ່ວແຂວງ, ເຊິ່ງມອບຕົວເລກໃຫ້ຄະນະກຳມະການປົກຄອງ 8 ຕົວເມືອງ ຊີ້ນຳກອງບັນຊາການທະຫານເມືອງຂຶ້ນກັບຕົນ ທັງນີ້ກໍເພື່ອແຈ້ງໃຫ້ບັນດາກົມກອງ ແລະ ອຳນາດການປົກຄອງແຕ່ລະບ້ານ ແນະນຳ ແລະ ປຸກລະດົມຊາວໜຸ່ມ-ໄວໜຸ່ມ ທີ່ເປັນພົນລະເມືອງລາວສັນຊາດລາວໂດຍກຳເນີດ, ເປັນເພດຊາຍນັບແຕ່ ອາຍຸ 18-25 ປີ, ມີສະຖານະເປັນໂສດ, ມີສຸຂະພາບແຂງແຮງສົມບູນ, ລວງສູງເພດຊາຍ 155 ຊັງຕີແມັດຂຶ້ນໄປ, ນໍ້າໜັກໃຫ້ສົມຄູ່ກັບລວງສູງ ບວກ(+) ຫຼື ລົບ(-) ສອງຕົວເລກທ້າຍຂອງລວງສູງ, ບໍ່ສັກລາຍ, ບໍ່ມີສານເສບຕິດ, ບໍ່ມີພະຍາດຕິດແປດ, ບໍ່ເຄີຍຕ້ອງໂທດ, ຮຽນຈົບລະດັບການສຶກສາຈົບປະຖົມສົມບູນຂຶ້ນໄປ, ພ້ອມນີ້, ກອງປະຊຸມຍັງໄດ້ມີຄຳຄິດເຫັນແລກປ່ຽນກ່ຽວກັບວຽກງານລະ ດົມທະຫານພັນທະປ້ອງກັນຊາດ ປະຈຳປີ 2025 ຕື່ມອີກ.
ໂດຍ: ສຸຂາວພອນ ສອນນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














