ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 11 ທັນວາ 2025

  

ພະ​ແນກ​ຊາວ​ໜຸ່ມ ທະຫານແຂວງ​ຫຼວງ​ພະ​ບາງ ໄດ້​ຮັບ​ທຸງໄຊ​ນຳ​ໜ້າ ຂະ​ບວນ​ການ​ແຂ່ງຂັນ 4 ບຸກ
ເວລາອອກຂ່າວ: 2025-11-18 08:56:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 437 | ຄວາມນິຍົມ:



ພິທີ​ມອບ-ຮັບ ທຸງໄຊ​ນຳ​ໜ້າ ຂະ​ບວນ​ການ​ແຂ່ງຂັນ 4 ບຸກ ປະຈຳ​ປີ 2022-2024 ຄັ້ງທີ I ໃຫ້​ພະ​ແນກ​ຊາວ​ໜຸ່ມ ກອງ​ບັນຊາ​ການ​ທະຫານແຂວງ​ຫຼວງ​ພະ​ບາງ ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 13 ພະຈິກ 2025 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ​ປອ ສົມ​ໃຈ ຢ່າ​ທໍ່​ຕູ້ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ແຂວງ, ມີ ສະຫາຍ ພັນ​ຕີ ສົມນຶກ ວິ​ໄຊ ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ​ທະ ຫານ​ແຂວງ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ອົງການ 5 ຫ້ອງ, ມີ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມແຂວງ, ເລຂາ​ຮາກ​ຖານ​ຊາວ​ໜຸ່ມອ້ອມ​ຂ້າງ​ກອງ​ບັນຊາ​ການ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ສົມ​ນຶກ ວິ​ໄຊ ໄດ້ຜ່ານ​ບົດ​ສະຫຼຸບ​ຫຍໍ້ການຈັດ ຕັ້ງ​ປະຕິບັດ​ຂະ​ບວນ​ການ​ແຂ່ງ ຂັນ 4 ບຸກ ໄລຍະ 3 ປີຜ່ານມາ​ໄດ້​ໃຫ້​ຮູ້​ວ່າ: ພະ​ແນກ​ຊາວ​ໜຸ່ມ ທະຫານ​ແຂວງ​ຫຼວງ​ພະ​ບາງ ປະກອບ​ມີ 24 ໜ່ວຍ, ມີຄະນະ ​ບໍລິຫານ​ງານ​ຊາວ​ໜຸ່ມ 3 ກອງ ພັນ​ນ້ອຍ, 1 ໂຮງຮຽນ​ການ​ ທະຫານ​ທ້ອງຖິ່ນ, ໃນນີ້ມີຄະ ນະ​ບໍລິຫານ​ງານ​ຊາວ​ໜຸ່ມ 26 ສະຫາຍ, ມີ​ຄະນະ​ໜ່ວຍ 60 ສະຫາຍ, ຍິງ 4 ສະຫາຍ, ມີ​ສະມາ ຊິກ​ທັງ​ໝົດ 1.347 ສະຫາຍ, ຍິງ 165 ສະຫາຍ. ພະ​ແນກ​ຊາວ​ໜຸ່ມ​ຫ້ອງ​ການເມືອງ ທະຫານ​ແຂວງ​ຫຼວງ​ພະ​ບາງ ໄດ້​ຢຶດ​ໝັ້ນ​ທັດສະນະ​ຂອງ​ພັກ, ຖື​ເອົາ​ການ​ສຶ​ກສາ​ອົບຮົມ​ການເມືອງ-ແນວ​ຄິດເປັນ​ສຳຄັນ, ໂດຍ​ສອດ​ຫ້ອຍ​ເຂົ້າ​ທຸກ​ຂົງເຂດ​ວຽກ​ງານ ຕິດ​ພັນ​ກັບ​ການ​ລົງ​ຊຸກຍູ້, ປຸກລະດົມ ແລະ ສ້າງ​ເງື່ອນໄຂ​ໃຫ້​ສະມາຊິກ​ຊາວ​ໜຸ່ມ, ເຍົາວະ​ຊົນໄດ້​ຮໍ່າຮຽນ​ແນວທາງ​ນະໂຍບາຍ​ຂອງ​ພັກ, ມະຕິ, ຄຳ​ສັ່ງ, ລະບຽບກົດໝາຍ ແລະ ນິຕິ​ກຳ​ຕ່າງໆ ດ້ວຍ​ຫຼາຍ​ຮູບ​ການ, ເປັນຕົ້ນ​ແມ່ນ: ເຜີຍແຜ່​ເນື້ອ​ໃນ​ຂໍ້​ແຂ່ງຂັນ 4 ບຸກ​ຂອງ​ຊາວ​ໜຸ່ມຢ່າງ​ທົ່ວ​ເຖິງ ເຮັດ​ໃຫ້​ສະມາຊິກ​ຊາວ​ໜຸ່ມ​ມີ​ຄວາມ​ເຂົ້າ ໃຈ​ຕໍ່​ແນວທາງ​ຂອງ​ພັກ, ເຄົາລົບ​ກົດໝາຍ​ຂອງ​ລັດ ແລະ ລະບຽບ​ວິໄນ​ຂອງ​ກອງທັບ​ຢ່າງ​ເຂັ້ມ​ງວດ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ຕໍ່​ຂໍ້​ແຂ່ງຂັນ​ຂອງ​ຕົນ​ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ, ສາມາດ​ຕີ​ລາຄາ​ການຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກ ໄດ້​ເຖິງ 95%. ໂອກາດ​ດຽວ​ກັນ​ນີ້ ສະຫາຍ ສຸບັນ​ຄິດ ເພັດ​ພົງພັນ ຄະນະ​ບໍ ລິຫານ​ງານ​ຊາວ​ໜຸ່ມ​ແຂວງ ກໍ​ໄດ້​ຜ່ານ​ຂໍ້​ຕົກລົງຂອງ​ຄະນະ​ບໍ ລິຫານ​ງານ​ຊາວ​ໜຸ່ມ ປະຊາຊົນ ປະຕິວັດ​ລາວ ແຂວງ​ຫຼວງ​ພະ​ບາງ ວ່າ​ດ້ວຍ​ການ​ອະນຸມັດທຸງ ໄຊ​ນຳ​ໜ້າ​ຂະ​ບວນ​ການ​ແຂ່ງຂັນ 4 ບຸກ ໃຫ້​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ປະຊາຊົນປະຕິວັດ​ລາວ ຮາກ​ຖານ ພະ​ແນກ​ຊາວ​ໜຸ່ມ​ກອງ​ບັນຊາ​ການ​ທະຫານ ແຂວງ​ຫຼວງ​ພະ​ບາງ ແລະ ຜ່ານ​ຂໍ້​ຕົກລົງ​ ວ່າ​ດ້ວຍ​ການ​ມອບ​ໃບ​ຍ້ອງຍໍໃຫ້​ບຸກຄົນ​ທີ່​ມີ​ຜົນງານ​ດີເດັ່ນ ຈຳນວນ 1.364 ໃບ, ໃນ​ພິທີ​ຍັງ​ໄດ້ ມອບ-ຮັບ ທຸງໄຊ ແລະ ມອບ​ໃບ​ຍ້ອງຍໍຢ່າງ​ສົມ​ກຽດ. ຂ່າວ: ບຸນ​ເພັງ ວົງ​ແກ້ວ​ມະນີ ພາບ: ທອງ​ລິດ ແກ້ວ​ທຸມມາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ