10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12.371 ເທື່ອຄົນ
ເວລາອອກຂ່າວ: 2025-11-18 08:59:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 567 | ຄວາມນິຍົມ: ![]()
ໂຮງໝໍ ທະຫານແຂວງສະ ຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກ ຮົບ ບັນດາກົມກອງໃນທົ່ວທະ ຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທຳຂອງແພດປະຕິວັດເປັນສຳຄັນ ສະຫາຍ ພັນໂທ ສີສົງຄາມ ລາຊະພົງ ຫົວ ໜ້າການທະຫານ ໂຮງໝໍທະຫານແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຄະນະພັກ-ຄະນະອຳນວຍການກໍໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານ ສຶກສາອົບຮົມການເມືອງ-ແນວ ຄິດ ແລະ ວຽກງານວິຊາສະເພາະ ບໍລິການຄົນເຈັບທົ່ວໄປ, ເຊິ່ງມີ ຜົນສຳເລັດຫຼາຍດ້ານສະແດງອອກ ວຽກງານປະກັນສັງຄົມໃນ 10 ເດືອນຜ່ານມາ ມີຈຳນວນບັດ ຜູ້ເກີດສິດ 101,496 ບັດ, ຄົນເຈັບມາໃຊ້ບໍລິການທັງໝົດ 12.371 ເທື່ອຄົນ, ຮັບເງິນຈາກ ກົມປະກັນສັງຄົມ 992.297.516 ກີບ, ວຽກງານບໍລິການທົ່ວໄປ, ກວດພະຍາດເຂດນອກ 9.317 ເທື່ອຄົນ, ກວດເລືອດ 3,862 ເທື່ອຄົນ, ເສຍຄ່າ 3,789 ເທື່ອຄົນ, ບໍ່ເສຍຄ່າ 73 ເທື່ອຄົນ, ຮັບຄົນເຈັບເຂົ້ານອນປິ່ນປົວ 969 ເທື່ອຄົນ, ໃນນີ້ ເປັນພະນັກງານທະຫານ 75 ເທື່ອຄົນ, ພະນັກງານ 12 ເທື່ອຄົນ, ປະຊາຊົນ 441 ເທື່ອຄົນ, ຕຳຫຼວດ 16 ເທື່ອຄົນ, ຄອບຄົວທະຫານ 158 ເທື່ອຄົນ, ພະສົງ 3 ເທື່ອຄົນ, ເດັກນ້ອຍ 175 ເທື່ອຄົນ, ປະສູດ 95 ເທື່ອຄົນ, ສາມາດປິ່ນປົວດີ 659 ເທື່ອ ຄົນ, ນຳສົ່ງໂຮງໝໍອື່ນ 10 ເທື່ອ ຄົນ, ຕິດພັນກັບວຽກງານວິຊາ ສະເພາະແລ້ວ, ຄະນະພັກ-ຄະນະບັນຊາ ຍັງໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານປັບປຸງກໍ່ສ້າງກຳລັງ ແລະ ກໍ່ສ້າງກົມກອງ ເຊັ່ນ: ວຽກງານປັບປຸງກໍ່ສ້າງເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດ ແນໃສ່ເຮັດໃຫ້ພະນັກງານ-ນັກຮົບ ຮັບຮູ້ເຂົ້າໃຈແນວທາງນະໂຍບາຍ, ຂໍ້ກຳນົດກົດລະບຽບຂອງພັກ, ກົດໝາຍຂອງລັດ, ປະຕິບັດທຸກມະຕິຄຳສັ່ງ ຂອງຂັ້ນເທິງວາງອອກ, ວຽກງານປັບປຸງກໍ່ສ້າງຄ້າຍຄູ ໄດ້ປົວແປງຕຶກນອນຄົນເຈັບ ພາຍນອກ + ພາຍໃນ ຕຶກປະສູດ ແລະ ຕຶກສຸກເສີນ ແລະ ອື່ນໆອີກ ປົວແປງປູເດີ່ນບໍລິເວນໂຮງໝໍໃຫ້ມີຄວາມສະອາດຈົບ ງາມ ດ້ວຍທຶນຂອງກົມກອງເອງ ລວມມູນຄ່າ 1 ຕື້ກວ່າກີບ.
ສະຫາຍ ພັນຕີ ນາງ ວັນນິດາ ສີອາລຸນ ຫົວໜ້າຂະແໜງສຸກເສີນ ໂຮງໝໍທະຫານແຂວງສະຫວັນນະເຂດ ໃຫ້ຮູ້ຕື່ມວ່າ: ສຳລັບການບໍລິການປິ່ນປົວຮັກສາສຸຂະພາບໃຫ້ແກ່ຄົນເຈັບ ໃນໄລຍະຜ່ານມາ ແມ່ນໄດ້ເອົາໃຈໃສ່ເບິ່ງແຍງຄົນເຈັບ ໃຫ້ສຸຂະສຶກສາ ເຮັດໃຫ້ຜູ້ມາໃຊ້ບໍລິການປິ່ນປົວມີຄວາມເພິ່ງພໍໃຈ. ສາມາດໃຫ້ມີຄວາມຮັບປະກັນ, ປິ່ນປົວດີ, ມີປະສິດທິຜົນ, ມີຄວາມນິຍົມ, ສ້າງໄດ້ຊື່ສຽງ, ບົດບາດໃຫ້ສູງ, ເພື່ອສ້າງໂຮງໝໍໃຫ້ກາຍເປັນໂຮງໝໍ 5 ດີ 1 ພໍໃຈ.
ເນື່ອງໃນໂອກາດກະກຽມສະ ເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານໄກສອນ ພົມວິ ຫານ ຄົບຮອບ 105 ປີ ທີ່ຈະມາ ເຖິງນີ້ໃຫ້ມີເນື້ອໃນ ແລະ ຄວາມ ໝາຍເລິກເຊິ່ງ. ສະຫາຍ ພັນໂທ ສີສົງຄາມ ຣາຊພົງ ໄດ້ສະແດງ ຄວາມຮູ້ສຶກ ດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງຕໍ່ການຊີ້ນຳ-ນຳ ພາຂອງພັກ - ລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ຕະຫຼອດໄລ ຍະ50 ປີຜ່ານມາຈົນເຖິງປັດ ຈຸບັນ ເຫັນໄດ້ວ່າປະເທດຊາດ ຂອງພວກເຮົາໄດ້ມີການປ່ຽນ ແປງ ແລະ ພັດທະນາເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງທາງ ດ້ານເສດຖະກິດ-ສັງຄົມ ແລະ ມີ ສະຖຽນລະພາບທາງດ້ານການ ເມືອງສະຫງົບປອດໄພດີເຮັດ ໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງປະ ຊາທິປະໄຕ, ຍຸຕິທຳ ແລະ ສີວິ ໄລດີ, ໃນນາມຕາງໜ້າຄະນະພັກ- ຄະນະອຳນວຍການໂຮງໝໍທະ ຫານ ແຂວງສະຫວັນນະເຂດ ຂໍ ສະແດງຄວາມຮູ້ບຸນຄຸນອັນລົ້ນ ເຫຼືອຂໍອວຍພອນໄຊອັນປະເສີດມາຍັງການນຳພາພັກ-ລັດ ທຸກໆຂັ້ນຈົ່ງມີສຸຂະພາບແຂງແຮງ ຊີ້ນຳ-ນຳພາປະເທດຊາດຂອງ ພວກເຮົາ ໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນ, ອວຍພອນປະຊາຊົນທຸກຊັ້ນຄົນຕະຫຼອດຮອດພະນັກງານ-ນັກຮົບ ທຸກສະຫາຍຈົ່ງມີສຸຂະ ພາບ ເຂັ້ມແຂງ ພ້ອມກັນເຮັດສຳ ເລັດທຸກໜ້າທີ່-ທີ່ພັກ-ລັດ ຂັ້ນເທິງມອບໝາຍໃຫ້.
ໂດຍ: ພານິດ
ພາບ: ຄຳໃສ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















