ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 08 ກໍລະກົດ 2025

  

ນ້ຳຕົກຕາດໂກນ ເມືອງຊ່ອນ ສະຖານທີ່ທ່ອງທ່ຽວທຳມະຊາດ ຕິດພັນກັບການອະນຸລັກຊີວະນານາພັນ ແລະ ສິ່ງແວດລ້ອມ
ເວລາອອກຂ່າວ: 2019-10-14 11:34:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 317 | ຄວາມນິຍົມ:



ນ້ຳຕົກຕາດໂກນ ເມືອງຊ່ອນ ແຂວງຫົວພັນ ເປັນອີກໜຶ່ງສະ ຖານທີ່ທີ່ໜ້າທ່ອງທ່ຽວ ເຊິ່ງທາງ ແຂວງໄດ້ພັດທະນາໃຫ້ກາຍເປັນ ສະຖານທີ່ທ່ອງທ່ຽວທາງທຳມະ ຊາດໄປພ້ອມໆກັບການອະນຸລັກ ຊີວະນາໆພັນ ແລະ ສິ່ງແວດລ້ອມ. ເມືອງຊ່ອນ ຕັ້ງຢູ່ທິດຕາເວັນ ອອກສ່ຽງເໜືອຂອງແຂວງຫົວ ພັນ, ຫ່າງຈາກເທດສະບານແຂວງ 220 ກິໂລແມັດ, ມີຊາຍແດນຕິດ ກັບ 4 ເມືອງຂອງແຂວງຫົວພັນ (ເມືອງຮ້ຽມ, ເມືອງຊໍາເໜືອ, ເມືອງຫົວເມືອງ ແລະ ເມືອງ ແອດ) ຕິດກັບ 2 ເມືອງຂອງ ແຂວງພະບາງ ( ເມືອງໂພນທອງ ແລະ ເມືອງວຽງຄໍາ) ແລະ ຕິດ ກັບເມືອງສົບກົບ ແຂວງເຊີນລາ ສສ ຫວຽດນາມ ສ່ວນນ້ຳຕົກຕາດ ໂກນ ຕັ້ງຢູ່ບໍລິເວນບ້ານເມືອງເກົ່າ ເມືອງຊ່ອນຂອງແຂວງໄປທາງ ທິດໃຕ້ ຂອງເມືອງ ປະມານ 28 ກິໂລແມັດ ແລະ ຫ່າງຈາກຊາຍ ແດນ ລາວ-ຫວຽດນາມ, ເມືອງ ສົບກົບ ແຂວງເຊີນລາ ສສ ຫວຽດ ນາມ ປະມານ 50 ກິໂລແມັດ. ເມືອງຊ່ອນ ມີສະຖານທີ່ຫຼາຍ ແຫ່ງທີ່ສາມາດພັດທະນາໃຫ້ເປັນ ສະຖານທີ່ທ່ອງທ່ຽວທາງທຳມະ ຊາດຫຼາຍແຫ່ງເຊັ່ນ: ຕາດໂກນ, ບ້ານເມືອງເກົ່າ, ຖ້ຳກໍແຄ, ບ້ານ ຊ່ອນໃຕ້ ແລະ ທີ່ອື່ນໆ, ສະເພາະ ນ້ຳຕົກ ຕາດໂກນ ບ້ານເມືອງເກົ່າ ມາຮອດປັດຈຸບັນນີ້ສະຖານທີ່ດັ່ງ ກ່າວ ໄດ້ຮັບການພັດທະນາໃຫ້ ກາຍເປັນບ່ອນທ່ອງທ່ຽວທີ່ງົດ ງາມ ແລະ ມະຫັດສະຈັນອີກແຫ່ງ ໜຶ່ງຂອງແຂວງເພື່ອດຶງດູດນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດໃຫ້ເຂົ້າມາທ່ຽວຊົມນັບມື້ ເພີ່ມຂຶ້ນເພາະນ້ຳຕົກຕາດແຫ່ງນີ້ ມີຄວາມສູງ ແລະ ມີສາຍນ້ຳທີ່ຕົກ ລົງມາຈາກໜ້າຜາກາຍເປັນແຫຼ່ງ ນໍ້າທີ່ຕົກລົງມາຫຼາຍໆຂັ້ນຄືກັບ ຂັ້ນໄດເບິ່ງແລ້ວມີຄວາມງົດງາມ ຊຸ່ມເຢັນເຫັນແລ້ວຮູ້ສຶກອອນຊອນ ເນື່ອງຈາກມີປ່າໄມ້ປົກຄຸມທີ່ຂຽວສະອຸ່ມ ແລະ ຫຼາກຫຼາຍສາຍພັນ ເຊິ່ງບົ່ງບອກເຖິງຄວາມອຸດົມສົມ ບູນຂອງລະບົບນິເວດວິທະຍາ ດັ່ງນັ້ນຈຶ່ງເຮັດໃຫ້ອາກາດໃນບໍລິ ເວນນີ້ບໍລິສຸດ ແລະ ເໝາະແກ່ການ ພັກຜ່ອນ. ສຳລັບນັກທ່ອງທ່ຽວທີ່ຈະເດີນ ທາງໄປທ່ຽວຊົມສະຖານທີ່ແຫ່ງ ນີ້ບໍ່ຕ້ອງເປັນຫ່ວງວ່າການເດີນ ທາງເຂົ້າໄປຈະມີຄວາມຫຍຸ້ງ ຍາກ, ປັດຈຸບັນທາງເມືອງໄດ້ພັດທະນາພື້ນຖານໂຄງລ່າງໃຫ້ເຂົ້າໄປເຖິງສະຖານທີ່ທ່ອງທ່ຽວເພື່ອ ອຳນວຍຄວາມສະດວກໃຫ້ກັບ ຜູ້ມາທ່ຽວຊົມ, ນອກຈາກນັ້ນ ການສົ່ງເສີມການທ່ອງທ່ຽວຂອງ ເມືອງ ກໍໄດ້ກຳນົດທ່າແຮງໃນ ການພັດທະນາໄວ້ 4 ທ່າແຮງ ເປັນຕົ້ນທ່າແຮງດ້ານການປູກ ຝັງ-ລ້ຽງສັດເປັນສິນຄ້າ, ດ້ານ ຫັດຖະກໍາຕໍ່າຫູກທໍໄໝ, ຈັກສານ, ດ້ານການຄ້າ, ການບໍລິການແລະ ທ່າແຮງດ້ານການທ່ອງທ່ຽວປະ ກອບມີທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ອີກດ້ວຍ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ