ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກໍລະກົດ 2025

  

ສສງມ ເພີ່ມຄວາມໝັ້ນໃຈແກ່ລູກຄ້າ
ເວລາອອກຂ່າວ: 2019-10-14 11:35:44 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 284 | ຄວາມນິຍົມ:



ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ມິດຕະພາບ (ສສງມ) ທີ່ຕັ້ງຢູ່ບ້ານນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງ ຈັນ ເປັນ ສສງມ ທີ່ດຳເນີນການ ເຄື່ອນໄຫວສອດຄ່ອງກັບລະບຽບ ການຂອງລັດ ແລະ ລະບຽບພາຍ ໃນເຮັດໃຫ້ບັນດາສະມາຊິກມີ ຄວາມເພິ່ງພໍໃຈຕໍ່ການນຳຂອງ ສະພາບໍລິຫານ ແລະຜູ້ອຳນວຍ ການ ແລະ ເມື່ອບໍ່ດົນມານີ້, ທ່ານ ທອງສີ ຮົງນູ ປະທານສະພາບໍລິ ຫານ ສສງມ ຢືນຢັນຜົນດໍາເນີນ ງານໃນ 9 ເດືອນ 2019 ທຽບໃສ່ ແຜນປີ 2019 ບັນລຸຜົນດີ ສະເພາະ ຈຳນວນສະມາຊິກ 122%, ເງິນຝາກ 82,8%; ບັນຊີເງິນກູ້ 93,5% (ດອກເບ້ຍເງິນກູ້ 2,8% ຕໍ່ເດືອນຕໍ່າກ່ວາລັດກຳນົດ); ເງິນກູ້ທີ່ຄ້າງຊໍາລະ 89,2%; ລາຍຮັບ 72,4%; ລາຍຈ່າຍ 71,1% ແລະ ຊັບສິນລວມ 115,7%. ການສະໜອງທຶນໃນ ຂົງເຂດກະສິກຳ 7,3%; ການຄ້າ ຂາຍ 22,7%; ການສຶກສາ 5,0% ແລະ ປະເພດອື່ນໆ 65,0%. ສໍາ ລັບ SMEs ກໍຕອບສະໜອງໃຫ້ ສະມາຊິກບາງພາກສ່ວນນໍາເງິນ ກູ້ໄປຄ້າຂາຍ ຫຼື ທຸລະກິດຂະ ໜາດນ້ອຍ ແລະ ຂະໜາດກາງ (SMEs) ແລະ ພັດທະນາເສດຖະ ກິດຄອບຄົວກວມປະມານ 22%. ທ່ານ ທອງສີ ຮົງນູ ໄດ້ໃຫ້ທັດ ສະນະເຖິງການບໍລິຫານໜີ້ຊັກຊ້າ ເຊິ່ງສ້າງຜົນກະທົບໂດຍກົງດ້ານ ລົບຕໍ່ຖານະການເງິນຂອງບັນດາ ສສງມ ທີ່ກະທົບຕໍ່ລາຍຮັບຖ້າ ຫາກບໍ່ມີວິທີແກ້ໄຂສຸດທ້າຍກໍ ກາຍເປັນໜີ້ເສຍ ແລະ ບັນຫາໜີ້ ຊັກຊ້າອາດເກີດຂຶ້ນຈາກ ສສງມ ເອງ, ທີ່ເກີດຈາກໄພທຳມະຊາດ ແລະ ເກີດຈາກລູກຄ້າ, ແຕ່ ສສງມ ມີວິທີແກ້ໄຂໜີ້ຊັກຊ້າແບບສ້າງ ສັນ ເມື່ອເກີດມີໜີ້ຊັກຊ້າກັບສະ ມາຊິກໃດໜຶ່ງຂຶ້ນມາ ກໍໄດ້ມີການ ໄກ່ເກ່ຍພາຍໃນ ສສງມ ເຊິ່ງຈະ ແຈ້ງໃຫ້ລູກຄ້າມາຫ້ອງການ ຫຼື ລົງຫາລູກຄ້າ ແລະ ປຶກສາຫາລື ຊອກວິທີທາງແກ້ໄຂແລ້ວສ້າງ ບົດບັນທຶກໃນການຊຳລະສະສາງ ໜີ້ຊັກຊ້າ; ຫາກມີຄວາມຫຍຸ້ງຍາກ ກວ່ານັ້ນກໍຈະພົວພັນກັບການຈັດ ຕັ້ງບ້ານ ຫຼື ກົມກອງທີ່ກ່ຽວຂ້ອງ ຊ່ວຍເຫຼືອ, ຈາກນັ້ນ ກໍເຊີນລູກຄ້າ ມາປຶກສາເອກະພາບ ແລ້ວສ້າງ ບົດບັນທຶກການຊຳລະ (ອາດເປັນ ຄັ້ງທີ 1,2...). ສຳລັບທ່າທີຂອງພະນັກງານໃນການທວງໜີ້ກັບລູກຄ້າ ກໍມີການຕິດຕາມ ແລະ ປະຕິບັດໂດຍດີເຊິ່ງພະນັກ ງານຕ້ອງເຂົ້າໃຈລູກຄ້າກ່ອນວ່າ: ໜີ້ຊັກຊ້າຂອງລູກຄ້າຜູ້ນັ້ນ ເກີດ ຂຶ້ນຍ້ອນຫຍັງ? ຈຶ່ງມີແຜນໃນການເຈລະຈາກັບລູກຄ້າຜູ້ນັ້ນ ເພື່ອຫາທາງແກ້ໄຂບັນຫານີ້ ແລະ ເຮັດບົດບັນທຶກ ແຕ່ຖ້າລູກຄ້າບໍ່ ປະຕິບັດຕາມການສັນຍາພະນັກ ງານກໍຈະລາຍງານໃຫ້ສະພາບໍ ລິຫານຮັບຮູ້ເພື່ອແກ້ໄຂ ຫຼື ດໍາ ເນີນການຕາມຂັ້ນຕອນທີ່ເໝາະ ສົມ. ຜ່ານການດຳເນີນທຸລະກິດ ຜ່ານມາ ເຫັນວ່າການບໍລິຫານ ມີຄວາມເປັນທໍາ ແລະ ເປັນມິດ ເນື່ອງຈາກວ່າພະນັກງານທຸກຄົນ ລ້ວນແຕ່ເປັນສະມາຊິກຂອງສະ ຫະກອນ, ມີສ່ວນຮ່ວມໃນການ ລົງທຶນ ແລະ ເປັນເຈົ້າຂອງ, ພະ ນັກງານມີຄວາມພໍໃຈນຳການ ບໍລິຫານຂອງສະຫະກອນເຊິ່ງ ພະນັກງານໃນອົງກອນມີການພົວ ພັນກັນຢ່າງສະໜິດສະໜົມ, ເພິ່ງພໍໃຈກັບການຂະຫຍາຍຕົວ ແລະ ຄວາມໝັ້ນຄົງຂອງສະຫະ ກອນ ໂດຍລວມສະມາຊິກມີ ຄວາມພໍໃຈກັບສະຫະກອນ, ບໍລິ ການດີ, ວ່ອງໄວ ແລະ ບໍ່ຫຼາຍຂັ້ນ ຕອນ; ເຖິງຢ່າງໃດກໍ່ຕາມ, ສະມາ ຊິກທີ່ກູ້ເງິນຍັງມີຄວາມປະສົງ ຢາກໃຫ້ດອກເບ້ຍເງິນກູ້ຕໍ່າກວ່າ ທີ່ປະຕິບັດໃນປັດຈຸບັນ ແລະ ໃນ ຂະນະດຽວກັນ, ສສງມ ກໍຍັງບໍ່ ທັນສາມາດສະໜອງຄວາມຕ້ອງ ການຫຼາຍຢ່າງເປັນຕົ້ນທາງດ້ານ ວັດຖຸແຕ່ມັນກໍເປັນບັນຫາທົ່ວໄປ ຂອງສັງຄົມ. ທ່ານ ທອງສີ ຮົງນູ ປະທານ ສະພາບໍລິຫານ ສສງມ ໄດ້ກ່າວ ສະແດງຄວາມຮູ້ບຸນຄຸນມາຍັງ ການນຳທະນາຄານແຫ່ງ ສປປ ລາວ ກໍຄືທ້ອງຖິ່ນ ແລະ ຂະແໜງ ການທີ່ກ່ຽວຂ້ອງກໍຄືສະມາຊິກ ຫຼື ລູກຄ້າທຸກທ່ານທີ່ໄດ້ໃຫ້ການ ຊີ້ນຳຊ່ວຍເຫຼືອ, ສະໜັບສະໜູນ ແລະຮ່ວມມື ດ້ວຍດີສະເໝີມາ ແລະ ຂໍສະເໜີມາຍັງພາກສ່ວນ ທີ່ກ່ຽວຂ້ອງທີ່ເຫັນວ່າໃນຜ່ານ ມາຍັງເຫັນວ່ານະໂຍບາຍກ່ຽວ ກັບສະຫະກອນ ຍັງບໍ່ທັນຢັ່ງລົງ ເລິກເຖິງຜົນປະໂຫຍດຂອງສະ ມາຊິກເປັນຕົ້ນນະໂຍບາຍກ່ຽວ ກັບການເສຍອາກອນ ສຳລັບສະ ຫະກອນແມ່ນບໍ່ທັນມີໃນກົດ ໝາຍ; ສະນັ້ນ ອົງການການ ເງິນທີ່ກ່ຽວຂ້ອງ ຈຶ່ງຮຽກເກັບອາ ກອນນຳສະຫະກອນຄືກັນ ກັບບໍ ລິສັດຈຳກັດ ແລະ ເຫັນວ່າບໍ່ມີ ຄວາມເໝາະສົມສະເພາະຄົນທີ່ມີ ລາຍໄດ້ຕ່ຳ ໂດຍຜ່ານມາສະຫະ ກອນຕ້ອງເສຍອາກອນ 24% ຂອງກຳໄລລວມ ແລະ ສະມາຊິກ ແຕ່ລະຄົນຕ້ອງເສຍອາກອນ 10% ຂອງເງິນປັນຜົນຂອງຕົນ ທີ່ໄດ້ຮັບແຕ່ລະປີ ແລະ ການຂໍປ່ຽນ ການຈົດທະບຽນກໍຍາກຜ່ານ ຫຼາຍຂັ້ນຕອນ, ຜ່ານຫຼາຍບ່ອນ ຂຶ້ນໆລົງໆຊັກຊ້າ ທັງໆທີ່ທະນາ ຄານແຫ່ງ ສປປ ລາວ ໄດ້ອະນຸ ຍາດຢ່າງເປັນທາງການແລ້ວ. ແຜນການດຳເນີນງານໃນສະ ເພາະໜ້າ ວຽກງານຫຼັກແມ່ນການ ປະຕິບັດແຜນດຳເນີນງານຂອງ ສສງມ ປີ 2019 ເຊິ່ງຍັງອີກ 3 ເດືອນຕໍ່ໜ້າ ແລະ ຈະສືບຕໍ່ວຽກ ທີ່ສຳຄັນປັບປຸງຄຸນນະພາບ, ປະ ສິດທິພາບຂອງສະມາຊິກເປັນ ຕົ້ນຕໍ; ເລືອກຕັ້ງຄະນະບໍລິຫານ ຂອງສະຫະກອນຊຸດໃໝ່; ສະເໜີ ປ່ຽນທະບຽນວິສາຫະກິດຈາກ ສະຫະກອນຈຳກັດເປັນສະຫະ ກອນທົ່ວໄປ; ສືບຕໍ່ສະເໜີຂັ້ນເທິງ ແກ້ໄຂບັນຫານະໂຍບາຍການ ເສຍອາກອນສຳລັບສະຫະກອນ. ໂດຍ: ຣັດສະໝີ ດວງສັດຈະ ພາບ: ສົມພິດ ທຳມະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ