
ປາກລາຍຮັບປະກັນດ້ານສະບຽນອາຫານ
ເວລາອອກຂ່າວ: 2019-10-23 09:55:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 282 | ຄວາມນິຍົມ:
ເນື່ອງຈາກການຜະລິດກະສິ ກຳສົກປີນີ້ຂອງເມືອງປາກລາຍໄດ້ ຮັບຜົນກະທົບຢ່າງໜັກໜ່ວງຈາກ ໄພແຫ້ງ ແລະ ແລ້ງຜົນລະປູກຖືກ ບົ້ງຝູງທຳລາຍຢ່າງໜັກໜ່ວງ, ເຮັດໃຫ້ຜົນການຜະລິດບໍ່ໄດ້ຮັບ ຜົນເທົ່າທີ່ຄວນເພາະສະນັ້ນ, ອຳ ນາດການປົກຄອງກໍຄືຫ້ອງການ ກະສິກຳເມືອງປາກລາຍຈິ່ງວາງ ເປົ້າໝາຍສູ້ຊົນ ເພື່ອສຸມໃສ່ຜະລິດ ກະສິກຳດ້ວຍການປູກພືດທົດ ແທນຕ່າງໆ ເພື່ອຄໍ້າປະກັນສະ ບຽງອາຫານໃຫ້ພຽງພໍ.
ທ່ານ ຄຳຝັ້ນ ວົງສະຫວັນ ຫົວ ໜ້າຫ້ອງການກະສິກຳ-ປ່າໄມ້ ເມືອງປາກລາຍ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການຜະລິດໃນລະດູຝົນ ປີນີ້ທົ່ວເມືອງປາກລາຍມີເນື້ອທີ່ ແຜນການປູກພືດລະດູຝົນຫຼາຍ ກ່ວາ41.000 ເຮັກຕາ ແຕ່ປະຕິ ບັດຕົວຈິງໄດ້ພຽງແຕ່ 40.000 ເຮັກຕາ, ໃນນັ້ນປູກເຂົ້ານາ 6.800 ເຮັກຕາ, ເຂົ້າໄຮ່ 455 ເຮັກຕາ, ປູກສາລີເກືອບ 20.000 ເຮັກຕາ, ປູກມັນຕົ້ນ 12.700 ເຮັກຕາ, ໝາກເດືອຍ 1.011 ເຮັກຕາ, ຖົ່ວດິນ 360 ເຮັກຕາ, ພືດອື່ນໆ ເກືອບ 500 ເຮັກຕາ.
ສຳລັບພື້ນຖານໂຄງລ່າງຮອງ ຮັບໃຫ້ແກ່ການຜະລິດນັ້ນ ທ່ານ ຄຳຝັ້ນ ວົງສະຫວັນ ຍັງໃຫ້ຮູ້ ຕື່ມອີກວ່າ: ທົ່ວເມືອງປາກລາຍ ມີຊົນລະປະທານ 1.361 ແຫ່ງ, ສະໜອງນໍ້າໃນລະດູຝົນໄດ້ເກືອບ 6.000 ເຮັກຕາສ່ວນລະດູແລ້ງ ໄດ້ພຽງແຕ່ 220 ເຮັກຕາເທົ່າ ນັ້ນ, ໃນນັ້ນມີຝາຍຖາວອນ 19 ແຫ່ງ ແລະ ຝາຍປະຖົມປະຖານ 2 ແຫ່ງ.
ນອກຈາກການປູກຝັງແລ້ວ ຊາວເມືອງປາກລາຍ ຍັງລ້ຽງສັດ ຕື່ມອີກເປັນຈຳນວນຫຼວງຫຼາຍ ໃນນັ້ນມີຊ້າງ 39 ເຊືອກ, ຄວາຍ 14.558 ໂຕ, ງົວ 33.840 ໂຕ, ໝູເກືອບ 10.000 ໂຕ, ແບ້ 658 ໂຕ, ສັດປີກ 410.000 ໂຕ, ມີ ໜອງປາ 1.438 ໜອງ ປ່ອຍປາ ເກືອບ 5.000.000 ໂຕ, ໃນນັ້ນ ໄດ້ສັກຢາກັນພະຍາດປິ່ນປົວສັດ ລ້ຽງກວດກາຊີ້ນຕາມທ້ອງຕະ ຫຼາດ ແລະ ຕິດຕາມເຝົ້າລະວັງ ການລະບາດຂອງພະຍາດອະຫິ ວາໝູອາຟະລິກາຢ່າງໃກ້ຊິດຕາມ ກົນໄກຕ່າງໆທີ່ພະແນກການ ກ່ຽວ ຂ້ອງກໍຄືກະຊວງກະສິກຳປ່າໄມ້ ວາງອອກໄດ້ຮັບໝາກຜົນໜ້າ ເພິ່ງພໍໃຈ.
ຢ່າງໃດກໍຕາມ ທ່ານຄຳຝັ້ນ ວົງສະຫວັນ ຍັງກ່າວໂດຍສະຫຼຸບ ວ່າ ເຖິງແມ່ນທົ່ວເມືອງຈະຮັບປະ ກັນດ້ານສະບຽງອາຫານໄດ້ແຕ່ ກໍພຽງຂັ້ນພື້ນຖານເທົ່ານັ້ນເພາະ ສະນັ້ນ ຈິ່ງຮຽກຮ້ອງມາຍັງພໍ່ແມ່ ປະຊາຊົນສຸມທຸກກຳລັງແຮງໃນ ການປູກພືດທົດແທນ, ປູກພືດ ແລະ ລ້ຽງສັດເປັນສິນຄ້າໃຫ້ເປັນ ຂະບວນກວ້າງຂວາງກວ່າເກົ່າ ເພື່ອຮັບປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານໄລຍະ ຍາວ ແລະ ເປັນສິນຄ້າສ້າງລາຍ ຮັບໃຫ້ແກ່ຄອບຄົວ ແລະ ປະເທດ ຊາດໃຫ້ຫຼາຍຂຶ້ນກວ່າເກົ່າໂດຍ ສະເພາະແມ່ນສັດລ້ຽງ ແລະ ພືດ ຜັກຊີວະພາບເຫຼົ່ານີ້ເປັນຕົ້ນ.
ໂດຍ: ບົວແກ້ວ ສິດທິວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ