
ເປີດສູນລົດ BYD ພ້ອມທັງນຳສະເໜີລົດລຸ້ນໃໝ່
ເວລາອອກຂ່າວ: 2019-10-23 09:56:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 289 | ຄວາມນິຍົມ:
ວັນທີ 19 ຕຸລານີ້, ບໍລິສັດ ໂມກ
ຈໍາກັດ ໄດ້ຈັດງານເປີດສູນວາງ ຈໍາໜ່າຍລົດ BYD ພ້ອມທັງນໍາ ສະເໜີລົດລຸ້ນໃໝ່, ຢູ່ທີ່ ບ້ານໂພນ
ພະເນົາ, ເມືອງໄຊເສດຖາ, ນະ ຄອນຫຼວງວຽງຈັນ ໂດຍການເຂົ້າ ຮ່ວມຂອງທ່ານ ສຸລິຍົນ ພິລາວົງ
ຫົວໜ້າກົມນໍາເຂົ້າ-ສົ່ງອອກກະ ຊວງອຸດສາຫະກໍາ ແລະ ການຄ້າ,
ທ່ານ ລຸຍ ສື່ລຽນ ປະທານຝ່າຍ ຂາຍ ບໍລິສັດ BYD ປະຈໍາພາກ ພື້ນອາຊີ-ປາຊີຟິກ, ທ່ານ ມາໂຄ ໂມກ ປະທານຕົວແທນໃຫຍ່ ບໍລິສັດ BYD ປະຈໍາປະເທດລາວ, ແຂກຖືກເຊີນ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ.
ການເປີດສູນບໍລິການຂາຍລົດ ຍີ່ຫໍ້ BYD ແມ່ນເພື່ອເປັນການ ຂະຫຍາຍການຕະຫຼາດໃນປະ ເທດລາວ ພ້ອມນີ້ຍັງໄດ້ນໍາສະ ເໜີຜະລິດຕະພັນຕ່າງໆຂອງບໍລິ ສັດ BYD ໂດຍສະເພາະແມ່ນ ລົດລຸ້ນໃໝ່ຂອງ BYD ທີ່ໃຊ້ການ
ຂັບເຄື່ອນດ້ວຍການໃຊ້ພະລັງໄຟ ຟ້າທັງໝົດ, ລົດຍີ່ຫໍ້ນີ້ມີຊື່ວ່າ Tang EV ສາກເຕັມ ສາມາດເດີນ
ທາງໄດ້ 500-520 ກິໂລແມັດ. ບໍລິສັດ BYD ເປີດໂຕໃນປີ 1995, ລິເລີ່ມດ້ວຍການຜະລິດ ແບັດເຕີລີໃຫ້ແກ່ບໍລິສັດຕ່າງໆໃນ ທົ່ວໂລກ. ມີປະສົບການຫຼາຍກວ່າ 24 ປີ ໃນການຄົ້ນຄວ້າວິໄຈ, ຜະ
ລິດແບັດເຕີຣີ ຈົນເຮັດໃຫ້ບໍລິສັດ ຂຶ້ນຊື່ວ່າເປັນແຫຼ່ງທີ່ມີກຳລັງການ
ຜະລິດແບັດເຕີຣີ Iron-Phos phate ຫຼາຍທີ່ສຸດໃນໂລກ. ປັດ ຈຸບັນ ມີຄວາມຊ່ຽວຊານໃນ 4 ຂະແໜງໃຫຍ່ໄດ້ແກ່: ດ້ານອຸປະ ກອນອີເລັກໂຕນິກ, ດ້ານລົດພາ ຫະນະ, ພະລັງງານໃໝ່ ແລະ ລົດ
ໂດຍສານ, ເປັນຜູ້ບຸກເບີກດ້ານ ຄວາມສຳເລັດ ໃນການສ້າງສະ ພາບແວດລ້ອມທີ່ປາສະຈາກມົນ ລະພິດ ໂດຍໃຊ້ພະລັງງານແສງ ອາທິດທີ່ມີລາຄາຖືກ, ໃຊ້ອຸປະ ກອນເກັບພະລັງງານທີ່ມີຄຸນນະ ພາບ ແລະ ລົດໄຟຟ້າ. ບໍລິສັດ BYD ໄດ້ຖືກຈັດຢູ່ໃນອັນດັບທີ 15 ຂອງບັນດາບໍລິສັດ ທີ່ມີສ່ວນ ຂັບເຄື່ອນໃນການປ່ຽນແປງໂລກ ໂດຍວາລະສານ Forbes-ບໍລິ ສັດ BYD ແມ່ນບໍລິສັດຜະລິດລົດໄຟຟ້າລາຍໃຫຍ່ທີ່ສຸດໃນປີ 2015, 2016, 2017 ແລະ 2018.
ລົດຍີ່ຫໍ້ BYD ມີສູນບໍລິການ
ຫຼັງການຂາຍ ພ້ອມດ້ວຍອາໄຫຼ່
ໄວ້ຄອຍບໍລິການທ່ານຢ່າງຄົບ ຖ້ວນ ແລະ ມີພະນັກງານຄອຍ ໃຫ້ຄຳປຶກສາ. ສ່ວນວິໄສທັດຂອງ
ບໍລິສັດ ແມ່ນມີຈຸດປະສົງໃນການ
ເປີດສູນການຂາຍຂອງ BYD ໃນ
ປະເທດລາວ ໃຫ້ມີ 4 ສາຂາລວມ ມີນະຄອນຫຼວງວຽງຈັນ, ຫຼວງ ພະບາງ, ສະຫວັນນະເຂດ ແລະ ປາກເຊ ໃນນີ້, ຕົວແທນຈຳໜ່າຍ 20 ຈຸດທົ່ວປະເທດ. ຖ້າທ່ານໃດສົນ ໃຈສາມາດເຂົ້າໄປຢ້ຽມຊົມໄດ້ ທຸກສາຂາ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ