ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ພຶດສະພາ 2025

  

ສຸດຍອດເຕັກໂນໂລຊີ ແຫ່ງອະນາຄົດດ້ານນະວັດຕະກຳ
ເວລາອອກຂ່າວ: 2019-11-15 11:52:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 243 | ຄວາມນິຍົມ:



ສະຖາບັນ ບັນດິດວິທະຍາ ສາດຈີນ ອົງກອນດ້ານການວິໄຈ ແລະ ການພັດທະນາລະດັບໂລກ ຮ່ວມກັບ ເອັດສຊີຈີ (SCG) ຜ່ານສຳນັກງານນະວັດຕະກຳ ແລະ ຄວາມຮ່ວມມື (ບາງກອກ) ສະຖາບັນບັນດິດວິທະຍາສາດ ຈີນຮ່ວມກັນພັດທະນາ ແລະ ແລກ ປ່ຽນອົງຄວາມຮູ້ດ້ານເຕັກໂນ ໂລຊີ ແລະ ນະວັດຕະກຳໃນ 05 ອຸດສາຫະກຳຄື: ເມືອງອັດສະລິ ຍະ, ປັນຍາປະດິດ ແລະ ຫຸ່ນຍົນ, ສານເຄມີທີ່ມີມູນຄ່າສູງ, ທຸລະກິດ ພະລັງງານໃໝ່, ສິ່ງແວດລ້ອມ ແລະການພັດທະນາແບບຍືນຍົງ ໂດຍການຈັດຕັ້ງສູນຄວາມຮ່ວມ ມື “SCG-CAS ICCB Innovation Hub” ເປັນຄັ້ງທຳອິດ ໃນໄທ. ທ່ານ ຣຸ້ງໂຣດ ຣັງສິໂຍພາດ, ກໍາມະການຜູ້ຈັດການໃຫຍ່ ເອັດສຊີຈີ ໄດ້ກ່າວວ່າ: “ເອັດສ ຊີຈີ ເນັ້ນການສ້າງຄວາມຮ່ວມມື ກັບສະຖາບັນ ແລະ ອົງກອນລະ ດັບແຖວໜ້າຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເສີມສ້າງ ສັກກະຍະພາບ ແລະ ແລກປ່ຽນ ອົງຄວາມຮູ້ດ້ານການພັດທະນາ ນະວັດຕະກຳມາຢ່າງຕໍ່ເນື່ອງ ເຊິ່ງຊ່ວຍໃຫ້ເອັດສຊີຈີ ມີສິນຄ້າ ແລະ ການບໍລິການທີ່ສາມາດ ຕອບບັນຫາຄວາມຕ້ອງການ ຂອງລູກຄ້າທົ່ວພາກພື້ນອາຊຽນ ໄດ້ຢ່າງວ່ອງໄວ ແລະ ຖືກຈຸດ ຍິ່ງຂຶ້ນເຊັ່ນ: ການຫຸ້ມຫໍ່ສິນຄ້າ ຕ່າງໆ ທີ່ຊ່ວຍເພີ່ມຄວາມສະ ດວກ ສະບາຍໃຫ້ກັບທຸກຮູບແບບ ການໃຊ້ຊີວິດ, ເມັດພາສສະຕິກ ທີ່ມີຄວາມແຂງແຮງແຕ່ໃຊ້ເມັດ ພາສະຕິກໃຫ້ໜ້ອຍລົງ ແລະ ແນວທາງທີ່ຊ່ວຍແກ້ບັນຫາການ ກໍ່ສ້າງໃນຮູບແບບຕ່າງໆຢ່າງ ຄົບວົງຈອນເປັນຕົ້ນ. ອີກຢ່າງ ຍັງເປັນສ່ວນສຳຄັນທີ່ຊ່ວຍສ້າງ ຄວາມເຂັ້ມແຂງໃຫ້ທຸລະກິດດັ່ງ ທີ່ໄດ້ເຫັນໃນປີ 2018 ທີ່ຜ່ານມາ ເອັດສຊີຈີມີຍອດຂາຍສິນຄ້າ ແລະ ການບໍລິການທີ່ມີມູນຄ່າ ເພີ່ມ (High Value Added Products & Services– HVA) ຂຶ້ນຫຼາຍເຖິງ 184.965 ລ້ານບາດ, ເຊິ່ງຄິດເປັນ 39% ຂອງຍອດຂາຍລວມ ໂດຍທຸ່ມເທ ງົບປະມານໃນການວິໄຈ ແລະ ພັດທະນານະວັດຕະກຳຫຼາຍ ກວ່າ 4.674 ລ້ານບາດ, ຄິດເປັນ 1%ຂອງຍອດຂາຍທັງໝົດ. ການທີ່ນໍາເອົາເຕັກໂນໂລຊີມາ ປະຍຸກໃຊ້ງານຮ່ວມວິໄຈ ແລະ ການພັດທະນານະວັດຕະກຳ, ການພັດທະນາບຸກຄະລາກອນ ແລະ ການຮ່ວມມືດ້ານການລົງ ທຶນມຸ່ງຫວັງສານຕໍ່ກົນລະຍຸດ ນະວັດຕະກຳເພີ່ມຂີດຄວາມສາ ມາດທາງດ້ານການແຂ່ງຂັນຊຸກ ຍູ້ນະວັດຕະກຳພາກທຸລະກິດ ແລະ ອຸດສາຫະກຳໄທ-ຈີນ, ຕອບ ບັນຫາໃຫ້ຕະຫຼາດ ແລະ ແນວ ທາງດ້ານທຸລະກິດໃນອະນາຄົດ ດ້ວຍມູນຄ່າໂຄງການເລີ່ມຕົ້ນ ກວ່າ 100 ລ້ານຢວນ. ທ່ານ ດຣ ຈຽງ ປຽວ, ຜູ້ອໍາ ນວຍການສໍານັກງານນະວັດຕະ ກໍາ ແລະ ຄວາມຮ່ວມມື (ບາງ ກອກ) ສະຖາບັນບັນດິດວິທະ ຍາສາດຈີນໄດ້ກ່າວໄວ້ວ່າ “CAS ICCB ເປັນໜຶ່ງໃນສໍາ ນັກງານຕ່າງປະເທດ 9 ສາຂາ ຂອງ CAS ທີ່ມີບົດບາດສຳ ຄັນໃນການສະແຫວງຫາຄວາມ ຮ່ວມມືກັບອົງກອນຊັ້ນນຳຕ່າງໆ ໃນແຕ່ລະປະເທດເພື່ອຖ່າຍທອດ ຜົນງານທາງດ້ານວິທະສາດຂອງ CAS ເຊິ່ງມີສະຖາບັນວິໄຈຫຼາຍ ກວ່າ 100 ແຫ່ງໃນຈີນ, ນັກວິໄຈ ແລະ ທີມງານຫຼາຍກວ່າ 70.000 ຄົນ, ເຄືອຂ່າຍນັກຄົ້ນຄວ້າວິທະ ຍາສາດລະດັບຜູ້ອາວຸໂສຫຼາຍ ກວ່າ 800 ຄົນ ແລະ ມະຫາວິທະ ຍາໄລໃນສັງກັດ 3 ແຫ່ງ. ການຮ່ວມມືໃນຄັ້ງນີ້ ຈະສາ ມາດດຶງສັກກະຍະພາບດ້ານເຕັກ ໂນໂລຊີ ແລະ ນະວັດຕະກຳຂອງ ທັງສອງອົງກອນມາແລກປ່ຽນ ແລະ ສົ່ງເສີມເຊິ່ງກັນ ແລະ ກັນ ໃຫ້ເກີດການສ້າງລະບົບນິເວດ ວິທະຍາທີ່ກ້ວາງຂວາງຂຶ້ນ, ເພື່ອ ເຮັດໃຫ້ການພັດທະນານະວັດຕະ ກຳຂອງສິນຄ້າ ແລະ ການບໍລິ ການໃຫ້ສາມາດຕອບສະໜອງ ຄວາມຕ້ອງການຂອງຜູ້ບໍລິໂພກທີ່ຫຼາກຫຼາຍໃນປັດຈຸບັນໄດ້ຢ່າງວ່ອງໄວ ແລະ ດີຍິ່ງຂຶ້ນ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ