ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ພຶດສະພາ 2025

  

ເປີດສູນຮຽນຮູ້ດ້ານຄວາມງາມ ພັດທະນາບຸກຄະລິກກະພາບ ແລະ ຈັດຈຳໜ່າຍອຸປະກອນຄວາມງາມຄົບວົງຈອນ
ເວລາອອກຂ່າວ: 2019-11-20 13:30:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 246 | ຄວາມນິຍົມ:



ສູນຮຽນຮູ້ດ້ານຄວາມງາມ ພັດທະນາບຸກຄະລິກກະພາບ ແລະ ຈັດຈຳໜ່າຍອຸປະກອນຄວາມ ງາມຄົບວົງຈອນ ເປີດໃຫ້ບໍລິ ການທຸກໆວັນ ຕັ້ງແຕ່ 8:30 ຫາ 18:00 ໂມງ ມີສະຖານທີ່ຕັ້ງຢູ່ ບ້ານສາຍນໍ້າເງິນ, ເມືອງໄຊທານີ ນະຄອນຫຼວງວຽງຈັນ. ທ່ານ ນາງ ວັນນະລີ ອອນສະ ຫວັດ ປະທານສູນຮຽນຮູ້ຄວາມ ງາມພັດທະນາບຸກຄະລິກກະພາບ ແລະ ຈັດຈຳໜ່າຍອຸປະກອນ ຄວາມງາມຄົບວົງຈອນ ໄດ້ໃຫ້ ຮູ້ວ່າ: ດ້ວຍປະສົບການທີ່ຢູ່ໃນວົງ ການບັນເທີງມາຫຼາຍປີເບິ່ງເຫັນ ເຖິງວິທີການຕ່າງໆ ຂອງນາງ ແບບ-ນາຍແບບກ່ອນຈະຜ່ານ ເຂົ້າໄປໄດ້ໃນແຕ່ລະຂັ້ນຕອນກໍ ລ້ວນແຕ່ໄດ້ຜ່ານການຮຽນຮູ້ບຸກ ຄະລິກກະພາບມາເປັນຢ່າງດີ ດັ່ງນັ້ນ ຈຶ່ງເກີດມີຄວາມຄິດຢາກ ເປີດສູນນີ້ຂຶ້ນມາ ທັງເປັນການ ເປີດໂອກາດໃຫ້ບຸກຄົນທົ່ວໄປ ເສີມສ້າງພັດທະນາບຸກຄະລິກ ກະພາບໃຫ້ດີຂຶ້ນເຊິ່ງສູນຮຽນ ຮູ້ຄວາມງາມພັດທະນາບຸກ ຄະລິກກະພາບມີຫຼັກສູດການ ຮຽນ-ການສອນຫຼາຍຫຼັກສູດ ເປັນຕົ້ນແມ່ນ ເປີດສອນແຕ່ງ ໜ້າດ້ວຍຕົວເອງ ເພື່ອປັບບຸກຄະ ລິກກະພາບ, ສອນແຕ່ງໜ້າແບບ ມືອາຊີບເພື່ອປະກອບອາຊີບ, ສອນການພັດທະນາບຸກຄະລິກ ກະພາບຈາກຜູ້ຊ່ຽວຊານ, ເປີດ ສອນການສະແດງ-ການເດີນ ແບບ, ຖ່າຍແບບ, ຈໍາໜ່າຍເຄື່ອງ ສໍາອາງ, ອຸປະກອນແຕ່ງໜ້າ, ເຮັດ ຜົມຄົບວົງຈອນ, ພ້ອມນີ້ຍັງຈໍາ ໜ່າຍກະເປົາອີກດ້ວຍ. ພິເສດໃນ ໄລຍະເປີດຮ້ານໃໝ່ນີ້ ສິນຄ້າທຸກ ປະເພດມີສ່ວນຫຼຸດຫຼາຍເຖິງ10%. ຖ້າທ່ານໃດສົນໃຈຢາກຮຽນ ຮູ້ວິທີການຕ່າງໆ ດ້ານການ ເສີມສ້າງຄວາມງາມ ເພື່ອໄປປະ ກອບເປັນວຽກອາຊີບໄດ້ສາມາດ ຕິດຕໍ່ໄດ້ທີ່ ເພສ ເຟສບຸກ V369 ຫຼື ເບີໂທລະສັບ 020 9666 1369. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ