ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ພຶດສະພາ 2025

  

ສສຊ ປະກອບຄຳເຫັນສຸມໃສ່ວຽກງານອົງການກວດສອບລັດຖະບານ
ເວລາອອກຂ່າວ: 2019-11-21 10:00:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 232 | ຄວາມນິຍົມ:



ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 15 ພະຈິກ ນີ້, ໂດຍການ ເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງ ຊາດ, ໃນກອງປະຊຸມບັນດາສະ ມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນສຸມໃສ່ປະກອບຄໍາ ຄິດຄໍາເຫັນໃສ່ວຽກງານຂອງ ອົງການກວດສອບລັດຖະບານ ໂດຍລວມແລ້ວເຫັນດີເປັນເອກະ ພາບຕໍ່ວຽກງານດັັ່ງກ່າວ, ແຕ່ ຍັງມີບາງບັນຫາທີ່ ສສຊ ສະເໜີ ໃຫ້ລັດຖະບານ ກໍຄືກະຊວງກ່ຽວ ຂ້ອງສຸມໃສ່ປັບປຸງແກ້ໄຂໂດຍ ສະເພາະ ວິທີການແກ້ໄຂການ ກວດສອບ, ບັນຫາຜູ້ບໍ່ປະຕິບັດ ວິໄນຜົນຂອງການກວດສອບ-ກວດກາ ແລະ ບັນຫາອື່ນໆ. ທ່ານ ຈັນສີ ແສງສົມພູ ສສຊ ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ໄດ້ສະເໜີໃຫ້ອົງການກວດສອບ ລັດຖະບານ ກໍຄືອົງການກ່ຽວ ຂ້ອງມີການປຶກສາຄົ້ນຄວ້າລະ ອຽດ ແລະ ກໍານົດເປົ້າໝາຍການ ກວດກາໃຫ້ຈະແຈ້ງ ເພື່ອບໍ່ໃຫ້ມີ ການກວດກາຊໍ້າຊ້ອນ, ພ້ອມທັງແຕ່ງຕັ້ງໜ່ວຍກວດກາສະເພາະກິດຮອບດ້ານ ແລະ ເອົາ ໃຈໃສ່ຂອດຂອງການແກ້ໄຂຜົນ ການກວດສອບ ແລະ ຜົນຂອງ ການກວດກາໃຫ້ສໍາເລັດ. ນອກ ນີ້, ການກວດກາລັດຖະບານຕ້ອງກວດກາຮອບດ້ານ ໂດຍສະເພາະ ແມ່ນກວດກາການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມ ແລະ ບັນດາໂຄງການທີ່ຈັດຕັ້ງ ປະຕິບັດງົບປະມານຂອງລັດຢາກ ໃຫ້ເຂັ້ມງວດໃນການກວດກາ, ກວດກາຕາມຫຼັກວິຊາການ ແລະ ຕິດພັນກັບສະພາບຕົວຈິງ, ໃນການກວດກາຕ້ອງເລັ່ງໃສ່ຂັ້ນຕອນການແກ້ໄຂໃຫ້ຫຼາຍຂຶ້ນ, ມາດຕາການແກ້ໄຂຍັງມີລັກສະ ນະລວມໆ, ບໍ່ຮັດກຸ້ມ, ບໍ່ທັນຈະ ແຈ້ງ ແລະ ບໍ່ທັນປະຕິບັດຕາມກົດ ໝາຍຂອງລັດຖະບານ ໂດຍສະ ເພາະແມ່ນວິທີແກ້ໄຂ, ດັ່ງນັ້ນ ຄວນກໍານົດເວລາພ້ອມທັງສ້າງ ບົດບັນທຶກແກ້ໄຂ. ທ່ານ ສັນຍາ ປະເສີດ ສສຊ ເຂດເລືອກຕັ້ງທີ 13 ແຂວງສະ ຫວັນນະເຂດ ໄດ້ສະເໜີໃຫ້ລັດ ຖະບານຍົກລະດັບຄວາມຮູ້ຄວາມ ສາມາດໃຫ້ພະນັກງານຂອງກົມ ກວດກາເອງຈະຕ້ອງມີຈັນຍາ ບັນ, ມີລະບຽບຂອງການກວດກາ ແລະ ລະບຽບຂອງນັກກວດກາ ເພື່ອໃຫ້ຜົນກວດກາມີມາດ ຕະຖານ, ນອກນີ້ ຄວນເພີ່ມງົບປະ ມານໃຫ້ພຽງພໍ ແລະ ສະເໜີໃຫ້ ປະຕິບັດຕາມກົດໝາຍແຈ້ງຜົນ ການກວດກາຕໍ່ສັງຄົມ ເພື່ອໃຫ້ສັງ ຄົມເຄົາລົບ. ໂດຍ: ທອງເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ