ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ທັນວາ 2024

  

ຫຼັກເມືອງ ຫຼື ສິວະລິງ ຍັງຄົງເປັນປິສະໜາ
ເວລາອອກຂ່າວ: 2019-12-26 10:03:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 135 | ຄວາມນິຍົມ:



ເສົາຢູ່ເທິງແທ່ນ ໃນສິມວັດສີ ເມືອງ ເຊິ່ງຄົນທັງຫຼາຍເຊື່ອຕາມ ຄຳບອກເລົ່າຕໍ່ໆກັນມາວ່າ ແມ່ນ ຫຼັກເມືອງວຽງຈັນນັ້ນ, ທ່ານບຸນ ເຮັ່ງ ບົວແສງສີປະເສີດ, ອະດີດ ຫົວໜ້າກົມວັດຖຸບູຮານ ແລະ ຫໍ ພິພິທະພັນ (ປັດຈຸບັນປ່ຽນຊື່ມາ ເປັນກົມມໍລະດົກ), ກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຂໍ້ສັນນິຖານວ່າອາດແມ່ນສິວະລິງໃນຍຸກສາສະ ໜາພາມ ຫຼື ຮິນດູ. ຄວາມເຊື່ອທີ່ວ່າເສົາຫີນດັ່ງ ກ່າວເປັນເສົາຫຼັກເມືອງນັ້ນ ມີ ເລື່ອງເລົ່າວ່າໃນເວລາສ້າງຕັ້ງ ເມືອງວຽງຈັນເພິ່ນໄດ້ເຮັດພິທີ ຝັງເສົາຫຼັກເມືອງ. ຕາມຄວາມ ເຊື່ອຂອງຄົນຍຸກນັ້ນວ່າຕ້ອງມີຜູ້ສະຫຼະຊີວິດເປັນເຈົ້າຫຼັກເມືອງ ໂດຍຍິນຍອມໃຫ້ຮ່າງກາຍຂອງ ຕົນຖືກຝັງຢູ່ໃນຂຸມເສົາຫຼັກເມືອງ ນັ້ນ. ພວກເສນາອາມາດໄດ້ຖືກ ແຕ່ງໃຫ້ປ່າວປະກາດເລື່ອງນີ້ ໄປທົ່ວອານາເຂດຂອງເມືອງ. ເວລານັ້ນມີນາງສີເຊິ່ງກຳລັງຖື ພາໄດ້ຍິນຄຳປະກາດ ແລະ ເກີດ ຄວາມຄິດຢາກເປັນເຈົ້າຫຼັກ ເມືອງ ຈິ່ງເດີນທາງມາຍັງບ່ອນ ເພິ່ນຂຸດຂຸມໄວ້ເຫັນມີເສົາຫີນຖືກ ຖັກຫວາຍແຂວນໄວ້ເທິງປາກ ຂຸມ, ຢູ່ຂ້າງຂຸມມີມ້າໂຕໜຶ່ງຖືກມັດ ຢູ່ນາງຈິ່ງໂດດລົງໄປໃນຂຸມ. ເວ ລານັ້ນ ພວກເຝົ້າຄອຍຢູ່ໄດ້ເຫັນ ຈິ່ງຟ້າວແລ່ນໄປຕັດເຊືອກມ້າ ແລະ ເອົາຕີນຖີບມ້າໃຫ້ຕົກລົງ ໃນຂຸມ ແລ້ວຕັດຫວາຍຖັກເສົາ ຫີນໃຫ້ຕົກລົງທັບມ້າ ແລະ ນາງ ສີຕາຍຢູ່ໃນຂຸມນັ້ນ. ຄຳສັນນິຖານຂອງທ່ານບຸນ ເຮັ່ງ ບົວສີແສງປະເສີດ ເວົ້າວ່າ ແຕ່ກ່ອນວັດສີເມືອງເປັນສະຖານ ທີ່ທາງສາສະໜາຂອງຊາວຮິນ ດູຫຼືພາມນິກາຍສິວະທີ່ບູຊາຮູບ ສິວະລິງ, (ກອງຫີນໝາກຄອມ ທີ່ເຫັນຢູ່ຂ້າງສິມ ແມ່ນຫີນທີ່ເຄີຍພົບເຫັນຢູ່ວັດຮິນດູຫຼາຍແຫ່ງໃນ ດິນແດນສຸວັນນະພູມ). ເມື່ອພຸດທະສາສະໜາໄດ້ແຜ່ເຂົ້າມາສູ່ປະເທດລາວ, ປະຊາຊົນທີ່ເຄີຍນັບຖືຮິນດູກໍໄດ້ຫັນມານັບຖືສາສະໜາພຸດຄຽງຄູ່ກັນໂດຍຍັງຮັກສາຮູບເຄົາລົບນັ້ນໄວ້ ພຽງແຕ່ປ່ຽນຄ່ານິຍົມທາງຄວາມເຊື່ອມາເປັນເສົາ ຫຼັກເມືອງ ໂດຍເພິ່ນໄດ້ໃຫ້ເຫດ ຜົນວ່າເສົາຫີນທີ່ເຫັນຢູ່ໃນສິມວັດ ສີເມືອງນັ້ນມີລັກສະນະຄືດຽວກັບ ສິວະລິງທີ່ຢູ່ໃນເທວາໄລຂອງ ຊາວຮິນດູໃນປະເທດອິນເດຍ ແລະ ສິວະລິງ ທີ່ພົບຢູ່ແຖວ ພາກກາງ ພາກໃຕ້ຫວຽດນາມ ບ່ອນທີ່ເຄີຍເປັນສະຖານທີ່ສັກ ສິດຂອງພວກຈາມເຊິ່ງເປັນບັນ ພະບຸລຸດຂອງພວກຂອມບູຮານ ແລະ ຄືກັນກັບອັນທີ່ເອີ້ນວ່າເສົາເສ ຢູ່ວັດພູຈຳປາສັກ ອັນທີ່ຈິງກໍແມ່ນ ສິວະລິງ ເຊິ່ງມີຫຼັກຖານຈາລຶກ ໄວ້ວ່າເພິ່ນໄດ້ສ້າງຜາສາດຫີນ ຢູ່ເທິງພູແລ້ວເອີ້ນຊື່ເປັນພູລິງຄະ ຕາມພາສັນສະກິດວ່າ ລິງຄະປະ ຣະວະຕາ ຫຼື ລິງຄະບັນພົດ. ສິວະລິງເປັນຄຳປະສົມໂດຍ ເອົາສິວະ ກັບ ລິງຄະປະສົມກັນ ເຂົ້າເປັນຄຳດຽວ. ສິວະ ແມ່ນຊື່ ເທບພະເຈົ້າຜູ້ສ້າງຕາມຄວາມ ເຊື່ອຂອງຊາວຮິນດູ, ລິງຄະ ແມ່ນ ອະໄວຍະວະເພດຊາຍ ຫຼື ທີ່ໄທເຮົາເຈົ້າຂ້ອຍທົ່ວໄປເອີ້ນວ່າ ໂຄຍ. ສິວະລິງ ກໍແມ່ນໂຄຍຂອງ ເທບພະເຈົ້າ ສິວະ. ຊາວຮິນດູ ຖືວ່າເປັນສິ່ງສັກສິດ ຄືມັນເປັນໂຕຂະຫຍາຍພັນໃຫ້ແພ່ໄປໃນໂລກ. ຖ້າຜູ້ໃດເຄີຍເຂົ້າຊົມຫໍພິພິທະພັນແຫ່ງຊາດ ຈະເຫັນວ່າ ຄົນບູຮານເຄົາລົບຮູບລິງຄະ ແລະ ໂຍນີ (ອະໄວຍະວະເພດຍິງ) ຖືວ່າສອງສິ່ງນີ້ເປັນໂຕໃຫ້ກຳເນີດແກ່ຊີວິດ ຫຼື ເປັນໂຕສ້າງໂລກ. ໃນສະໄໝບູຮານຕ້ອງການໃຫ້ມີປະຊາກອນມະນຸດຈຳນວນຫຼາຍເພື່ອເປັນກຳລັງການຜະລິດ, ຈິ່ງຖືວ່າການມີເພດສຳພັນທີ່ ຊອບທຳ ເປັນສິ່ງທີ່ດີງາມ. ຄົນ ສະໄໝກ່ອນຈິ່ງເລັ່ງໃສ່ການຂະ ຫຍາຍເຜົ່າພັນເປັນສຳຄັນ. ແຕ່ ເມື່ອຈຳນວນປະຊາກອນ ມີຫຼາຍ ແລະ ມີທ່າອ່ຽງຂະຫຍາຍຕົວໄວ ກໍເກີດຄວາມກັງວົນວ່າຄົນຈະລົ້ນ ໂລກ, ຊັບພະຍາກອນຮອງຮັບຈະ ເກີດຄວາມບໍ່ດຸ່ນດ່ຽງ. ມາເຖິງປັດ ຈຸບັນມີຊັບພະຍາກອນບາງຢ່າງ ຖືກນຳໃຊ້ຢ່າງຟູມເຟືອຍຈົນເກີດ ພາວະຂາດແຄນເຊັ່ນ: ໄມ້, ພະລັງ ງານ, ແຮ່ທາດ ແລະ ອື່ນໆ. ມະນຸດ ຈິ່ງຈຳຕ້ອງປັບປ່ຽນມາຄຸມກຳ ເນີດເອົາລູກຈຳນວນໜ້ອຍລົງ ເວັ້ນໄລຍະການເກີດລູກຫ່າງຂຶ້ນ. ນັ້ນເປັນກົດເກນຂອງທຳມະ ຊາດ, ເຊິ່ງສັບພະສິ່ງຕ້ອງດຳເນີນ ໄປຕາມກົດເກນນີ້. ຄວາມເຊື່ອ ຂອງມະນຸດກໍມີວິວັດທະນາການ ໄປຕາມກົດເກນ, ເບື້ອງຕົ້ນກໍ ເຊື່ອຕາມການຄິດຄົ້ນ ແບບຈິນ ຕະນາການ ຕໍ່ມາກໍເຊື່ອຕາມສິ່ງ ທີ່ພົບເຫັນເປັນປະຈັກພະຍານ. ສິ່ງຄົ້ນພົບໃໝ່ເກີດຂຶ້ນ ສິ່ງທີ່ເຄີຍ ເຊື່ອມາແບບປະເພນີກໍຖືກຕີຖອຍ ແລະ ໝົດໄປໃນທີ່ສຸດ ຕາມກົດ ເກນທີ່ວ່າ ສັບພະສິ່ງມີເກີດຂຶ້ນ ຄົງຕົວຢູ່ ແລ້ວກໍດັບໄປ ເປັນເລື່ອງ ທຳມະດາ. ໂດຍ: ຊ. ວົງພູທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ