
ກອງປະຊຸມທາງໄກ ສະໄໝພິເສດ ລັດຖະມົນຕີຕ່າງປະເທດ ອາຊຽນ-ສ.ອາເມລິກາ ວ່າດ້ວຍ ການຕ້ານການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19
ເວລາອອກຂ່າວ: 2020-04-24 14:08:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 249 | ຄວາມນິຍົມ:
ກອງປະຊຸມທາງໄກ ສະໄໝພິເສດ ລັດຖະມົນຕີຕ່າງປະເທດອາຊຽນ-ສ.ອາເມລິກາ ກ່ຽວກັບການຕ້ານການແຜ່ລະບາດພະຍາດໂຄວິດ-19 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ເມສາ 2020 ນີ້ ທີ່ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໄມ ປອມແປວ, ລັດຖະມົນຕີຕ່າງປະເທດແຫ່ງ ສ. ອາເມລິກາ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ຍັງມີບັນດາລັດຖະມົນຕີຕ່າງປະເທດ ອາຊຽນ, ທ່ານ ເລຂາທິການໃຫ່ຍອາຊຽນ ແລະ ບັນດາພະນັກງານວິຊາການທີ່ກ່ຽວຂ້ອງຈໍານວນໜຶ່ງ.
ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງ ສະພາບການ ກໍຄື ມາດຕະການຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ສ. ອາເມລິກາ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ໃນນີ້, ບັນດາ ທ່ານ ລັດຖະມົນຕີຍັງໄດ້ແລກປ່ຽນປະສົບການ ແລະ ບົດຮຽນທີ່ດີ ໃນການຕອບໂຕ້ ແລະ ຮັບມືກັບພະຍາດໂຄວິດ-19 ແລະ ຢືນຢັນຈະສືບຕໍ່ເພີ່ມທະວີການຮ່ວມມືກັນໃນຕໍ່ໜ້າ.
ສໍາລັບ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ແຈ້ງສະພາບການ ແລະ ແລກປ່ຽນຂໍ້ມູນ-ຂ່າວສານ ກໍຄືບົດຮຽນ ແລະ ມາດຕະການໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕໍ່ສູ້ກັບການແຜ່ລະບາດພະຍາດໂຄວິດ-19 ເປັນຕົ້ນ: ສະກັດກັ້ນການເຄື່ອນຍ້າຍຂອງພົນລະເມືອງດ້ວຍການໂຈະການເດີນທາງເຂົ້າ-ອອກປະເທດ ລວມທັງພົນລະເມືອງລາວ ແລະ ຕ່າງປະເທດ; ປິດສະຖາບັນການສຶກສາທຸກລະດັບ ແລະ ສະຖານບໍລິການທຸກປະເພດ ລວມທັງຮຽກຮ້ອງໃຫ້ປະຊາຊົນຢູ່ເຮືອນ; ຫຼີກລ້ຽງການຊຸມນຸມ ແລະ ທຸກກິດຈະກຳທີ່ມີການເຕົ້າໂຮມຈຳນວນຫຼາຍກວ່າ 10 ຄົນ; ປະຕິບັດຢ່າງເຂັ້ມງວດຕໍ່ຂໍ້ສະເໜີແນະຂອງອົງການອະນາໄມໂລກ; ແລະ ສຸມໃສ່ການໂຄສະນາເຜີຍແຜ່ ກ່ຽວກັບຄວາມອັນຕະລາຍ ແລະ ວິທີປ້ອງກັນຕົນເອງຈາກການຕິດເຊື້ອໂຄວິດ-19.
ສໍາລັບທິດທາງໃນຕໍ່ໜ້າ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີໃຫ້ກອງປະຊຸມເອົາ ໃຈໃສ່ຮ່ວມມືກັນສືບຕໍ່ແລກປ່ຽນຂໍ້ມູນ-ຂ່າວສານ, ປະສົບການ ແລະ ບົດຮຽນທີ່ດີໃນການເຝົ້າລະວັງ, ສະກັດກັ້ນ ແລະ ຮັບມືກັບພະຍາດໂຄວິດ-19; ສຸມໃສ່ວຽກຄົ້ນຄວ້າ ແລະ ພັດທະນາການຜະລິດຢາປົວພະຍາດ ກໍຄືຢາວັກແຊັງຕ້ານໂຄວິດ-19; ການສະໜັບສະໜູນຊ່ວຍເຫຼືອ ສ້າງຊັບພະຍາກອນມະນຸດດ້ານສາທາລະນະສຸກ ແລະ ການແກ້ໄຂຜົນກະທົບຕໍ່ເສດຖະກິດ ກໍຄື ຊີວິດການເປັນຢູ່ຂອງປະຊາຊົນ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ລວມທັງປະເທດສະມາຊິກອາຊຽນ ແລະ ສ. ອາເມລິກາ ທີ່ໄດ້ຊ່ວຍເຫຼືອດ້ານອຸປະກອນການແພດ ແລະ ຢາປົວພະຍາດຕ່າງໆ ໃຫ້ແກ່ ສປປ ລາວ ໃນການສະກັດກັ້ນ ແລະ ຮັບມືກັບພະຍາດໂຄວິດ-19.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ