ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ໂຮງຮຽນທິດສະດີການເມືອງກອງທັບເອົາໃຈໃສ່ປະຕິບັດເລກທີ 06/ນຍ ຢ່າງເຂັ້ມງວດຕິດຜັນກັບການປັບປຸ່ງກໍ່ສ້າງກົມກອງ
ເວລາອອກຂ່າວ: 2020-04-26 13:23:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



ໂດຍປະຕິບັດຕາມແຈ້ງການຂອງລັດຖະບານກໍ່ຄືກະຊວງປ້ອງກັນປະເທດວ່າດ້ວຍການເພີ່ມທະວີມາດຕະການໃນການເຝົ້າລະວັງສະກັດກັ້ນ,ກັນການລະບາດ ແລະ ກຽມຄວາມພ້ອມຮອບດ້ານໃນການຕ້ານເຊື້ອພະຍາດຈຸລະໂລກອັກເສບປອດສາຍພັນໃໝ່ ຫຼື ໂຄວິດ-19 ທີ່ກໍາລັງແຜ່ລາມຢ່າງຮ້າຍແຮງໃນບັນດາຫຼາຍປະເທດທົ່ວໂລກເວົ້າລວມເວົ້າສະເພາະຢູ່ສປປລາວ ກໍໄດ້ກວດພົບຜູ້ທີ່ຕິດເຊື້ອໂຄວິດ-19 ,ເຊີ່ງໃນປັດຈຸບັນມີຜູ້ຕິດເຊື້ອແລ້ວ 19 ກໍລະນິໃນນັ້ນປີ່ນປົ່ວດີແລ້ວ 7 ກໍລະນິແລະອອກຈາກໂຮງຫມໍກັບຄືນເມື່ອບ້ານແລ້ວ. ສະຫາຍ ພັນເອກ ວິໄລ ເພັດມີໄຊ ຮອງອຳນວຍການ ຫົວໜ້າຫ້ອງການເມືອງໂຮງຮຽນທິດສະດີການເມືອງກອງທັບໄດ້ໃຫ້ສຳພາດຕໍ່ນັກຂ່າວຫນັງສືພີມກອງທັບໃນວັນທີ່ 26 ເມສານີ້ວ່າ: ພາຍຫຼັງທີ່ໄດ້ຮັບຄຳສັງ,ແຈ້ງການ ແລະ ຂໍ້ຕົກລົງຕ່າງໆຈາກພາກສວນທີ່ກ່ຽວຂ້ອງຄະນະພັກ-ຄະນະອຳນວຍການພວກເຮົາກໍ່ໄດ້ຮີບຮ້ອນຄົ້ນຄ້ວາເພື່ອແຕ່ງຕັ້ງອານຸກຳມະການຮັບຜິດຊອບແຕ່ລະຫນ້າວຽກອັນລະອຽດໂດຍການປະສານສົມທົບກັບແຕ່ລະພາກສວນທີ່ກ່ຽວ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຄັງຮ້ອນແລະ ເຂັ້ມງວດມອບໃຫ້ແຕ່ລະຫ້ອງການເປັນເສນາທິການໃນການຈັດຕັ້ງປະຕິບັດເວົ້າສະເພາະແມ່ນພະແນກເສນາຮັກເປັນໂຕຕັ້ງ-ໂຕຕີໃນການກວດຄັດກ່ອງວັດແທກອຸນຫະພູມໃຫ້ພະນັກງານ-ນັກຮົບບໍ່ວ່າຈະເປັນການເຂົ້າ-ອອກຄ້າຍ,ເຊີ່ງໃນປັດຈຸບັນຢູ່ກົມກອງຂອງພວກເຮົາຍັງມີແຮງງານອ້າຍນ້ອງກຳມະກອນ ສສ ຫວຽດນາມຈໍານວນຫນື່ງທີ່ກຳລັງກໍ່ສ້າງຕືກອາຄານສຳນັກງານຕາມແຜນການໄລຍະທີ່ສອງເຊີ່ງໃນແຕ່ລະວັນກໍ່ໄດ້ຈັດຕັ້ງກວດວັດແທກອຸນຫະພູມໂດຍໄດ້ຮັບການປະສານສົມທົບຈາກຫ້ອງການປ້ອງກັນຊາດ ສສ ຫວຽດນາມ ປະຈຳລາວໃຫ້ການແນ່ນຳອ້າຍ-ນ້ອງດັ່ງກ່າວເຫັນວ່າໄດ້ຮັບການຮ່ວມມືທີດີແລະມີຄວາມຮັບຜິດຊອບສູງພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ສະຫາຍ ພົນຈັດຕະວາ ຄໍາຜາຍ ສະພັງເຫນືອ ຫົວຫນ້າການເມືອງໂຮງຮຽນທິດສະດີການເມືອງກອງທັບຍັງໃຫ້ຮູ້ຕື່ມອີກວ່າ:ໄປຄຽງຄູ່ກັບວຽກງານດັ່ງກ່າວຄະນະພັກ-ຄະນະອຳນວຍການພວກເຮົາຍັງໄດ້ຖືເອົາວຽກງານສືກສາອົບຮົມການເມືອງນຳພາແນວຄິດເປັນສຳຄັນຕິດຜັນແຫນ້ນກັບຫນ້າທີ່ການເມືອງຂອງຕົນໃນການເປັນເຈົ້າການຕອບຕ້ານກັບເຊື້ອພະຍາດດັ່ງກ່າວເປັນຕົ້ນແມ່ນໄດ້ປະສານສົມທົບກັບອຳນາດການປົກຄອງບ້ານ,ກຳລັງກອງຫຼອນ ປກຊ-ປກສ ບ້ານເຮັດໜ້າທີປ້ອງກັນຕາມຂອບເຂດຄວາມຮັບຜິບຊອບເຮັດໃຫ້ພື້ນຖານດັ່ງກ່າວມີຄວາມສະຫງົບປອດໄພໂດຍພື້ນຖານ,ພ້ອມນັ້ນຍັງໄດ້ແຕ່ງກຳລັງປະຈຳການຕະຫລອດ 24ຊົ່ວໂມງແລະມີການຈັດຕັ້ງຕິດຕາມກວດກາໃນແຕ່ລະຈຸດໂດຍສະເພາະແມ່ນເຂດເຊື່ອມຕໍທີ່ມີຄວາມສຽງແມ່ນຈະຕ້ອງໄດ້ພ້ອມກັນສຸ່ມໃສ ແກ້ໄຂແລະຮັບປະກັນບໍ່ໃຫ້ເກີດບັນຫາຂື້ນເພື່ອເປັນການສະກັດກັ້ນກັບການລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍທົ່ວໄປແລ້ວປັດຈຸບັນນີ້ພາຍໃນກົມກອງມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ,ອຳນາດການປົກບ້ານ ແລະ ພໍ່ແມ່ປະຊາຊົນທຸກຊັ້ນຄົນກໍໄດ້ໃຫ້ການຮ່ວມມືເປັນຢ່າງດີ. ສະຫາຍ ພົນຈັດຕະວາ ຄໍາຜາຍ ສະພັງເຫນືອ ຍັງໄດ້ຮຽກຮ້ອງມາຍັງພະນັກງານ-ນັກຮົບທຸກສະຫາຍຈົງເອົາໃຈໃສ່ໃນການປ້ອງກັນຕົນເອງ ແລະ ຕື່ນຕົວເປັນເຈົ້າການຮັກສາສຸຂະພາບໃຫ້ມີຄວາມແຂງແຮງໂດຍປະຕິຕາມຄຳແນະນຳຂອງແພດ-ໝໍຢ່າງເຂັມງວດເປັນຕົ້ນແມ່ນລ້າງມືໃສ່ສະບູດ້ວຍນ້ຳສະອາດຫຼືໃສເຈວປະສົມຂອງທາດເຫຼົ້າ 70 ອົງສາຂື້ນໄປ.ພ້ອມທັງໃສ່ຜ້າອັດປາກ-ດັງ ແລະ ລີກລ້ຽງການເດີນທາງໄປເຂດທີ່ມີຄວາມສຽງຕໍ່ການລະບາດ ແລະ ເຂດຊຸມຊົນທີ່ແອອັດ.ທັງນີ້ກໍ່ເພື່ອຮັບປະກັນໄດ້ຄວາມປອດໄພ,ເຊີ່ງໃນຕໍ່ຫນ້ານີ້ໂຮງຮຽນທິດສະດີການເມືອງກອງທັບພວກເຮົາຈະໄດ້ເປີດຊຸດບຳລຸງວຽກງານພັກ-ວຽກງານເມືອງ,ກໍ່ສ້າງຮາກຖານ,ປ້ອງກັນພາຍໃນ,ກວດກາແລະຂະແຫນ່ງການອື່ນໆໄລຍະສັ້ນເພື່ອເປັນເບົ້າລໍ່ນາຍທະຫານໃຫ້ມີຄຸນທາດການເມືອງຫນັກແຫນ້ນ,ມີຄຸນສົມບັດສິນທຳປະຕິວັດຕາມແບບແຜນສ້າງກອງທັບປະຕິວັດມີແບບແຜນແລະທັນສະໄຫມຂື້ນເປັນກ້າວໆ ໂດຍ ວັນໄຊ ໄຊສະຫວັດ ພາບ ທອງເພັດ ໄຊຍະເພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ