ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ບົດຖະແຫຼງຂ່າວ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ປະຈໍາວັນທີ 08 ພຶດສະພາ ປີ 2020
ເວລາອອກຂ່າວ: 2020-05-08 14:58:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 311 | ຄວາມນິຍົມ:



ໂດຍ: ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ ທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທືນ I. ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 07 ພຶດສະພາ 2020 1. ວຽກງານຈຸດຜ່ານດ່ານ • ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 2,001 ຄົນ - ຈຸດຜ່ານດ່ານລາວ-ໄທ ທັງໝົດ 1,233 ຄົນ, ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ 95 ຄົນ, ເຫຼືອນັ້ນ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ - ຈຸດຜ່ານດ່ານລາວ-ຈີນ ທັງໝົດ 17 ຄົນ, ທັງໝົດ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ - ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 751 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ - ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 00 ຄົນ • ໃນທຸກດ່ານ ແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້ • ສຳລັບແຮງງານລາວ ຈຳນວນ 95 ຄົນ ທີ່ເຂົ້າມາໃໝ່ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກນັ້ນ ແມ່ນມີຖິ່ນຖານມາຈາກ: - ແຂວງຈຳປາສັກ 82 ຄົນ - ສະຫວັນນະເຂດ 08 ຄົນ - ສາລະວັນ 01 ຄົນ - ຄຳມ່ວນ 04 ຄົນ • ແຮງງານທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງ ຈົນຄົບກຳນົດ 14 ວັນ. 2. ການເຝົ້າລະວັງ ແລະ ວິເຄາະ • ໃນວັນທີ 07 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 129 ຄົນ, ໃນນັ້ນ ມີກໍລະນີສົງໄສ 12 ຄົນ, ຜູ້ຕິດເຊື້ອທີ່ອອກໂຮງໝໍແຂວງຫຼວງພະບາງ 02 ຄົນ ແລ້ວກັບມາກວດຄືນ, ຜູ້ທີ່ນອນປິ່ນປົວຕິດຕາມອາການຢູ່ໂຮງໝໍມິດຕະພາບ 10 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 105 ຄົນ. • ກໍລະນີສົງໄສ 12 ຄົນ ແມ່ນມາຈາກ ນະຄອນຫຼວງວຽງຈັນ 01 ຄົນ, ຫຼວງພະບາງ 09 ຄົນ ແລະ ສະຫວັນນະເຂດ 02 ຄົນ. • ຜູ້ຕິດເຊື້ອທີ່ອອກໂຮງໝໍແລ້ວກັບມາກວດຄືນ 02 ຄົນ ແມ່ນຜູ້ທີ່ປິ່ນປົວຫາຍດີ ຢູ່ໂຮງໝໍ ແຂວງຫຼວງພະບາງ ເຊິ່ງແມ່ນນ້ຳເບີ 05 ແລະ 08 ພາຍຫຼັງຕິດຕາມຄົບກຳນົດ 14 ວັນ ແລ້ວມາກວດຄືນ. • ແຮງງານລາວທີ່ກັບມາຈາກປະເທດໄທ 105 ຄົນ ລາຍລະອຽດດັ່ງລຸ່ມນີ້: - ຈຳປາສັກ 48 ຄົນ - ສະຫວັນນະເຂດ 29 ຄົນ - ຄຳມ່ວນ 13 ຄົນ - ໄຊຍະບູລີ 06 ຄົນ - ສາລະວັນ 05 ຄົນ - ນະຄອນຫຼວງວຽງຈັນ 03 ຄົນ - ຫຼວງພະບາງ 01 ຄົນ • ຜົນກວດທັງໝົດ 129 ຄົນ ຂອງມື້ວານນີ້ ບໍ່ພົບເຊື້ອ. • ໝາຍຄວາມວ່າໃນວັນທີ 07 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. • ນັບແຕ່ເດືອນມັງກອນ ຮອດ ວັນທີ 07 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງ ໝົດ ມີ 2,733 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (26 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່). 3. ການຕິດຕາມຜູ້ເດີນທາງມາຈາກຕ່າງປະເທດໂດຍສະເພາະແຮງງານລາວ ຢູ່ສະຖານທີ່ຈຳກັດບໍລິເວນຕ່າງໆຂອງແຂວງ • ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 83 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 1,010 ຄົນ, ໄດ້ເກົບຕົວຢ່າງມາກວດວິເຄາະ ທັງໝົດນີ້ບໍ່ມີຜູ້ຕິດເຊື້ອ. 4. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ - ປະຈຸບັນ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 10 ຄົນ ລວມທັງນ້ຳເບີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍ, ທັງໝົດເຫັນວ່າມີອາການເບົາບາງ, ໄດ້ເກັບຕົວຢ່າງມາກວດຄືນ ເຫັນວ່າ 6 ຄົນບໍ່ພົບເຊື້ອ ແລະ ມື້ນີ້ຈະໄດ້ເກັບຕົວຢ່າງມາກວດເປັນຄັ້ງທີ່ 2 ຖ້າບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ 24 ຊົ່ວໂມງຈະພິຈາລະນາໃຫ້ອອກໂຮງໝໍ ໄປຈໍາກັດບໍລິເວນຢູ່ເຮືອນອີກ 14 ວັນ; 5. ການຕິດຕາມສະພາບການລະບາດຂອງປະເທດໃກ້ຄຽງ ແລະ ການລະບາດຢູ່ໃນໂລກ ເຫັນວ່າ: • ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 08 ພຶດສະພາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 212 (ປະເທດ/ເຂດ) - ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 3,910,374 (92,992 ໃໝ່) - ເສຍຊິວິດ 270,302 (5,465 ໃໝ່) ກວມເອົາ 6.91 % ຂອງຜູ້ຕິດເຊື້ອທັງໝົດ; - ປີ່ນປົວຫາຍດີ 1,335,248 (47,592 ໃໝ່) ກວມເອົາ 34.1 % ຂອງຜູ້ຕິດເຊື້ອທັງ ໝົດ; - ບັນຫາສຳຄັນ ແມ່ນມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 27,569 ຄົນ ແລະ ເສຍຊີວິດ 2,069 ຄົນຕໍ່ມື້; - ອັດຕາຄວາມຮ້າຍແຮງຂອງມື້ນີ້ແມ່ນ 6.91 % (ມື້ວານນີ້ 6.92 %). • ສະເພາະກຸ່ມປະເທດອາຊຽນກໍ່ເຫັນວ່າ ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອໃໝ່ປະຈຳວັນທີ 07 ພຶດສະພາ 2020 ສູງເຖິງ 741 ຄົນ, ໃນມື້ດຽວນີ້ຢູ່ກຸ່ມປະເທດອາຊຽນມີຜູ້ເສຍຊີວິດ 62 ຄົນ. 6. ຂໍ້ແນະນຳ ບັນດາທ່ານທີ່ນັບຖື ແລະ ຮັກແພງ, • ສປປ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່ 26 ມື້ແລ້ວ (ເລິ່ມແຕ່ວັນທີ 12 ເມສາ 2020 ເປັນຕົ້ນມາ). ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 2,733 ຕົວຢ່າງ, ມີຈໍານວນຜູ້ຕິດເຊື້ອສະສົມ ທັງໝົດ 19 ຄົນ, ຍັງຕິດຕາມອາການ ຢູ່ໂຮງໝໍມິດຕະພາບ 10 ຄົນ. ຕໍ່ຂໍ້ມູນດັ່ງກ່າວນີ້ ຂໍໃຫ້ບັນດາທ່ານມີຄວາມໝັ້ນໃຈ ພວກເຮົາມີຕາງໜ່າງເຝົ້າລະວັງພະຍາດໂຄວິດ 19 ທົ່ວປະເທດ ເລີ່ມຈາກຈຸດຜ່ານແດນແຕ່ລະບ່ອນ, ຜູ້ຈຳກັດບໍລິເວນຢູ່ສູນ ຊື່ງມີການລາຍງານປະຈຳວັນຂື້ນມາຫາສູນປະຕິບັດງານສຸກເສີນ ຂອງກະຊວງສາທາລະນະສຸກທຸກວັນ. ແຕ່ລະມື້ເລີ່ມ 8 ມ ເຊົ້າ ພວກເຮົາໄດ້ມີປະຊຸມສ່ອງແສງຮັບຟັງການລາຍງານປະຈຳວັນ 7 ມື້ໃນໜື່ງອາທິດບໍ່ເວັ້ນວັນເສົາ ຫຼື ອາທິດ. • ໃນໄລຍະຜ່ອນຜັນບາງມາດຕະການ ແຕ່ນີ້ເຖິງ ວັນທີ 17 ພຶດສະພານີ້ ຄະນະສະເພາະກິດພວກເຮົາຈະໄດ້ເອົາໃຈໃສ່ເຝົ້າລະວັງຢ່າງເຂັ້ມງວດຕໍ່ຜູ້ທີ່ຈະເດີນທາງເຂົ້າມາປະເທດເຮົາ ໂດຍການກວດວິເຄາະຫາເຊື້ອພະຍາດທຸກຄົນ ເພື່ອບໍ່ໃຫ້ນໍາເຊື້ອເຂົ້າມາປະເທດເຮົາອີກ. ຜູ້ທີ່ມີຜົນກວດວິເຄາະບວກ ກໍ່ຈະໄດ້ເອົາເຂົ້ານອນຕິດຕາມຢູ່ໂຮງໝໍ ເພື່ອບໍ່ໃຫ້ມີຄວາມສ່ຽງທີ່ຈະແຜ່ກະຈາຍເຊື້ອອອກໄປຕິດໃສ່ຜູ້ອື່ນ, ຜູ້ທີ່ມີຜົນກວດວິເຄາະລົບກໍ່ຈະໄດ້ໄປຈຳກັດບໍລິເວນ ຢູ່ສູນຂອງແຕ່ລະແຂວງຈົນຄົບກຳນົດ 14 ວັນ, ບັນດາທ່ານ, ພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ຢູ່ພາຍໃນປະເທດກໍ່ຈະຕ້ອງໄດ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຕາມແຈ້ງການ ແລະ ຄຳແນະນຳຕ່າງໆ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອຊ່ວຍສະໜັບສະໜູນມາດຕະການຄວບຄຸມ ແກ້ໄຂການລະບາດຂອງພະຍາດ COVID-19 ນີ້ ໃຫ້ມີປະສິດທິຜົນ ເພື່ອຈະໄດ້ກຳນົດມາດຕະການຜ່ອນຜັນສືບຕໍ່ໄປອີກ ຫຼັງຈາກວັນທີ 17 ພຶດສະພາ 2020. ໂດຍສະເພາະການປະຕິບັດມາດຕະການປ້ອງກັນການຕິດເຊື້ອຂອງມວນຊົນ ເປັນຕົ້ນ ການລ້າງມືດ້ວຍນໍ້າສະອາດ ແລະ ສະບູ ຫຼື ໃຊ້ເຈວລ້າງມື ຂ້າເຊື້ອດ້ວຍເຫຼົ້າ 70% ຂື້ນໄປ, ການປະຕິບັດໄລຍະຫ່າງ, ການໃສ່ຜ້າປິດປາກ-ດັງ, ເວລາອອກຈາກບ້ານ ຫຼື ຢູ່ສະຖານທີ່ບໍລິການຕ່າງໆ. • ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ມີຄວາມອົດທົນ ພະຍາຍາມ ເອົາໃຈໃສ່ ຮ່ວມແຮງຮ່ວມໃຈກັນ ຈັດຕັ້ງປະຕິບັດມາດຕະການດັ່ງກ່າວໃຫ້ຖືກຕ້ອງ ແລະ ເຂັ້ມງວດ. • ການປະຕິບັດແຈ້ງການເລກທີ່ 524/ຫສນຍນີ້ເປັນການຊົ່ວຄາວ, ການທີ່ຈະປະກາດເພີ່ມມາດຕະການຜ່ອນຜັນອື່ນໆ ຫຼັງຈາກວັນທີ 17 ພຶດສະພານີ້ ແມ່ນຂຶ້ນກັບພຶດຕິກຳຂອງພວກເຮົາໝົດທຸກຄົນ. ຊື່ງຄະນະສະເພາະກິດຈະໄດ້ປະເມີນສະພາບການຄືນໃໝ່ ວ່າຄວນສືບຕໍ່ປະຕິບັດມາດຕະການຄືເກົ່ານີ້ບໍ່? ຫຼືສາມາດຜ່ອນຜັນມາດຕະການໃດໜື່ງຕື່ມອີກ. • ບັນດາທ່ານໄດ້ຮັບຊາບຂໍ້ມູນຂ່າວສານ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ແລະ ການຕິດຕາມປີ່ນປົວຜູ້ຕິດເຊື້ອຢູ່ໂຮງໝໍ • ຂໍ້ມູນສຳຄັນມື້ນີ້ແມ່ນ ບໍ່ມີຜູ້ຕິດເຊື້ອໃໝ່ ຕິດຕໍ່ກັນເປັນເວລາ 26 ວັນແລ້ວ, ຈຳນວນຜູ້ຕິດເຊື້ອສະສົມແມ່ນ 19 ຄົນຄືເກົ່າ, 10 ຄົນທີ່ຕິດຕາມຢູ່ໂຮງໝໍ ກໍ່ມີອາການເບົາບາງ ກວດບໍ່ພົບເຊື້ອຄັ້ງທີ່ໜື່ງ 06 ຄົນແລ້ວ ແລະ ມື້ນີ້ຈະໄດ້ເກັບຕົວຢ່າງມາກວດເປັນຄັ້ງທີ່ 2 ຖ້າບໍ່ພົບເຊື້ອ ແມ່ນຈະພິຈາລະນາໃຫ້ອອກໂຮງໝໍ ໄປຈໍາກັດບໍລິເວນຢູ່ເຮືອນອີກ 14 ວັນ. • ຖ້າວ່າບັນດາທ່ານ ຫຼື ຄົນໃນຄອບຄົວຂອງທ່ານ ຫາກມີອາການໄຂ້, ໄອ, ເຈັບຫົວ, ເຈັບທ້ອງ ຫຼື ມີອາການອື່ນໆ ກໍ່ຂໍໃຫ້ບັນດາທ່ານ ເຂົ້າໄປພົບແພດຢູ່ໂຮງໝໍ ເພື່ອຈະໄດ້ຄັດແຍກ ວ່າມີອາການສົງໃສ ກ່ຽວກັບພະຍາດ COVID-19 ຫຼື ບໍ່ ພ້ອມທັງຈະໄດ້ເກັບຕົວຢ່າງໄປກວດວິເຄາະຊອກຫາເຊື້ອ ຫຼື ວ່າ ບັນດາທ່ານທີ່ມີພະຍາດອື່ນກໍ່ຈະໄດ້ຄັດແຍກໄປບ່ອນໜຶ່ງສະເພາະ ເພື່ອທຳການປິ່ນປົວຢ່າງທັນການ. • ການຖະແຫຼງຂ່າວມາຮອດມື້ນີ້ໄດ້ສີ້ນສຸດລົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ