
ຄະນະໂຄສະນາປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງ ໂຄວິດ 19 ກະຊວງປ້ອງກັນປະເທດລົງເຜີຍແຜ່ເອກະສານຢູ່ກອງບັນຊາການທະຫານແຂວງວຽງຈັນ
ເວລາອອກຂ່າວ: 2020-05-09 15:01:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 328 | ຄວາມນິຍົມ:
ກອງປະຊຸມເຜີຍແຜ່ເອກະສານ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະ ບາດຂອງພະຍາດໂຄວິດ 19 ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 07 ພຶດສະພາ 2020 ທີ່ ສະໂມສອນກອງບັນຊາການທະຫານແຂວງວຽງຈັນ ໂດຍພາຍໄຕ້ການເປັນປະທານຂອງ ສະຫາຍ ພັນເອກ ປ.ອ ດຣ ຈັນສະໝອນ ມະຫາວົງ ຫົວໜ້າການທະຫານວິທະຍາຄານການແພດກອງທັບ ທັງເປັນຫົວໜ້າຄະນະອະນຸກໍາມະການໂຄສະນາການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19, ເປັນກຽດເຂົ້າຮ່ວມ ມີ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າການທະຫານ ກອງພົນທີ 1, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ, ກອງພັນໃຫຍ່ 497, ວິຊາການຂອງບັນດາກົມກອງອ້ອມຂ້າງເຂົ້າຮ່ວມ.
ສະຫາຍ ຮ້ອຍໂທ ດຣ ນາງ ມະໄລວັນເລົ່າ ວິຊາການສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ຂຶ້ນເຜີຍແຜ່ເອກະສານ ແລະ ຊີ້ແຈງກ່ຽວກັບການແຜ່ລະ ບາດຂອງພະຍາດ ໂຄວິດ 19 ພ້ອມທັງອະທິບາຍໃຫ້ຄວາມຮູ້ຕໍ່ຜູ້ແທນກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນສະພາບການແຜ່ລະບາດຢູ່ໃນທົ່ວໂລກທີ່ຍັງສືບຕໍ່ຮ້າຍແຮງ ແລະ ເພີ່ມຂື້ນເລື້ອຍໆ,ສະ ເພາະຢູ່ພາຍໃນປະເທດຂອງພວກເຮົາກໍ່ມີຜູ້ຕິດເຊື້ອສະສົມທັງໝົດ 19 ກໍລະນີ ແລະ ຈັດຢູ່ໃນລະດັບທີ່ 3 ຂອງການແຜ່ລະບາດ ນອກນັ້ນຍັງໄດ້ຍົກໃຫ້ເຫັນເຖີງທີ່ມາຂອງພະຍາດ ໂຄວິດ 19, ວິທີຕົ້ນຕໍໃນການ, ຄວບຄຸມການລະບາດ, ການກວດຫາເຊື້໋ອພະຍາດຢູ່ໃນກົມກອງຂອງຕົນໃຫ້ຖືກຕ້ອງຕາມຫຼັກການວິທະຍາສາດ ດໍາເນີນຢ່າງມີປະສິດທິຜົນ ພ້ອມທັງແນະນຳບາງວິທີການຕ່າງໆໃນການປ້ອງກັນຕົວເອງຄື: ໝັ່ນລ້າງມືໃສ່ສະບູເປັນປະຈໍາ ຫຼືເຈວລ້າງມືໃສ່ຜ້າອັດປາກ-ອັດດັງ ອະນາໄມທໍາຄວາມສະອາດບ່ອນພັກອາໃສ ເຝົ້າລະວັງຕິດຕາມຄຸ້ມຄອງປິ່ນປົວ ແລະ ແຍກປ່ຽວຄົນເຈັບທີ່ມີອາການສົງໃສຕາມກໍານົດ, ລີກລຽງການເອົາມືສໍາພັດຕາດັງປາກ, ເອົາໃຈໃສ່ໃນການກິນດື່ມ, ຜັກຜ່ອນໃຫ້ພຽງພໍ, ອອກກໍາລັງກາຍ, ກັກຕົນເອງໃນກໍລະນີເດີນທາງມາຈາກພື້ນທີ່ສ່ຽງ. ຈາກນັ້ນຜູ້ແທນກອງປະຊຸມໄດ້ພັດປ່ຽນກັນຂື້ນປະກອບຄຳຄິດຄຳເຫັນ ແລະ ສົນທະນາສອບຖາມບາງບັນຫາທີ່ຍັງບໍ່ທັນເຂົ້າໃຈ ທັງເປັນການແລກປ່ຽນຄວາມຮູ້ກັບ ນັກວິທະຍາກອນ ກ່ຽວກັບວິທີປ້ອງກັນ ແລະ ການກຽມພ້ອມຮັບມືກັບພະຍາດໂຄວິດ 19, ເພື່ອນຳໄປຈັດຕັ້ງປະຕິ ບັດໃຫ້ໄດ້ຮັບປະສິດທິຜົນສູງ. ໂອກາດດັ່ງກ່າວສະຫາຍ ປະທານ ຍັງໄດ້ເໜັ້ນໜັກອີກຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນໃຫ້ທຸກຄົນເອົາໃຈໃສ່ ແລະ ເປັນເຈົ້າການໃນການປ້ອງກັນພະ ຍາດໂຄວິດ 19 ເພື່ອບໍ່ໃຫ້ເກີດເຊື້ອພະຍາດລະບາດໃນກໍາລັງປ້ອງກັນຊາດ ບັນຫາສຳຄັນຕ້ອງຖືເອົາການໂຄສະນາສຸຂະສຶກສາໃຫ້ພະນັກງານ-ນັກຮົບພ້ອມທັງນໍາເອົາເນື້ອໃນຈິດໃຈໃນຄັ້ງນີ້ໄປຈັດຕັ້ງເຜີຍແຜ່ຢູ່ກົມກອງຂອງຕົນໃຫ້ໄດ້ຮັບຜົນດີ.
ໂດຍ: ສາຍຄໍາ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ