ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 24 ມິຖຸນາ 2025

  

ບົດຖະແຫຼງຂ່າວ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ປະຈໍາວັນທີ 10 ພຶດສະພາ ປີ 2020
ເວລາອອກຂ່າວ: 2020-05-10 16:53:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 320 | ຄວາມນິຍົມ:



ໂດຍ: ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ​ຜູ້ປະຈໍາການ ຄະນະສະເພາະກິດ I. ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 09 ພຶດສະພາ 2020 1. ວຽກງານຈຸດຜ່ານດ່ານ • ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 2,341 ຄົນ - ຈຸດຜ່ານດ່ານລາວ-ໄທ ທັງໝົດ 1,367 ຄົນ, ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ 07 ຄົນ, ຜ່ານດ່ານຂົວມິິດຕະພາບ I ຈຳນວນ 291 ຄົນ, ເຫຼືອນັ້ນ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ - ຈຸດຜ່ານດ່ານລາວ-ຈີນ ທັງໝົດ 14 ຄົນ,​ ທັງໝົດ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ - ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 883 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ - ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 77 ຄົນ (ແມ່ນກຳມະກອນສ້າງທາງລົດໄຟ ລາວ-ຈີນ) • ໃນທຸກດ່ານ ແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້ • ສຳລັບແຮງງານລາວ ຈຳນວນ 07 ຄົນ ທີ່ເຂົ້າມາໃໝ່ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກນັ້ນ ທັງໝົດແມ່ນມີຖິ່ນຖານມາຈາກແຂວງຈຳປາສັກ • ສຳລັບແຮງງານລາວ ຈຳນວນ 291 ຄົນ ທີ່ເຂົ້າມາໃໝ່ ຜ່ານດ່ານຂົວມິິດຕະພາບ I, ເຊິ່ງມີຖິ່ນຖານມາຈາກ: - ຫຼວງພະບາງ 95 ຄົນ - ອຸດົມໄຊ 61 ຄົນ - ນະຄອນຫຼວງວຽງຈັນ 26 ຄົນ - ສະຫວັນນະເຂດ 29 ຄົນ - ວຽງຈັນ 23 ຄົນ - ໄຊຍະບູລີ 17 ຄົນ - ຄຳມ່ວນ 14 ຄົນ - ຫົວພັນ 05 ຄົນ - ຈຳປາສັກ 07 ຄົນ - ອັດຕະປຶ 08 ຄົນ - ສາລະວັນ 03 ຄົນ - ບໍລິຄຳໄຊ 01 ຄົນ - ຊຽງຂວາງ 01 ຄົນ - ໄຊສົມບູນ 01 ຄົນ • ແຮງງານທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງ ຈົນກ່ວາຈະຄົບກຳນົດ 14 ວັນ. 2. ການເຝົ້າລະວັງ ແລະ ວິເຄາະ • ໃນວັນທີ 09 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 279 ຄົນ, ໃນນັ້ນ ມີກໍລະນີສົງໄສ 27 ຄົນ, ແຮງງານລາວທີ່ກັບມາຈາກປະເທດໄທ 161 ຄົນ ແລະ ແຮງງານຈີນທີ່ເຂົ້າມາລາວ 91 ຄົນ • ກໍລະນີສົງໃສ 27 ຄົນແມ່ນ: ນະຄອນຫຼວງວຽງຈັນ 12 ຄົນ, ຫຼວງນ້ຳທາ 06 ຄົນ,ສະຫວັນນະເຂດ 04 ຄົນ, ອຸດົມໄຊ 04 ຄົນ , ບໍ່ແກ້ວ 1 • ແຮງງານລາວທີ່ກັບມາຈາກປະເທດໄທ 161 ຄົນ ລາຍລະອຽດດັ່ງລຸ່ມນີ້: - ຫຼວງພະບາງ 38 ຄົນ - ອຸດົມໄຊ 31 ຄົນ - ຈຳປາສັກ 25 ຄົນ - ສະຫວັນນະເຂດ 25 ຄົນ - ສາລະວັນ 13 ຄົນ - ຄຳມ່ວນ 08 ຄົນ - ບໍລິຄຳໄຊ 08 ຄົນ - ບໍ່ແກ້ວ 05 ຄົນ - ຊຽງຂວາງ 02 ຄົນ - ນະຄອນຫຼວງວຽງຈັນ 02 ຄົນ - ໄຊຍະບູລີ 02 ຄົນ - ວຽງຈັນ 01 ຄົນ - ໄຊສົມບູນ 01 ຄົນ • ຜົນກວດທັງໝົດຂອງແຮງງານ ຈີນ ແລະ ລາວ ທີ່ເຂົ້າມາ ແລະ ກໍລະນີສົງໄສຂອງມື້ວານນີ້ ບໍ່ພົບເຊື້ອ. • ໝາຍຄວາມວ່າໃນວັນທີ 09 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. • ນັບແຕ່ເດືອນມັງກອນ ຮອດ ວັນທີ 09 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງ ໝົດ ມີ 3,187 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (28 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່). 3. ການຕິດຕາມຜູ້ເດີນທາງມາຈາກຕ່າງປະເທດໂດຍສະເພາະແຮງງານລາວ ຢູ່ສະຖານທີ່ຈຳກັດບໍລິເວນຕ່າງໆຂອງແຂວງ • ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 60 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 1,237 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດນີ້ບໍ່ມີຜູ້ຕິດເຊື້ອ. 4. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ • ປະຈຸບັນນີ້ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 6 ຄົນ ລວມທັງນ້ຳເບີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍ, ທັງໝົດເຫັນວ່າມີອາການເບົາບາງ ແລະ ສືບຕໍ່ຕິດຕາມອາການ ແລະ ກວດວິເຄາະຊອກຫາເຊື້ອອີກໃນໜື່ງອາທິດຕໍ່ໜ້າ. 5. ການຕິດຕາມສະພາບການລະບາດຂອງປະເທດໃກ້ຄຽງ ແລະ ການລະບາດຢູ່ໃນໂລກ ເຫັນວ່າ: • ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 10 ພຶດສະພາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 212 (ປະເທດ/ເຂດ) - ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 4,097,429 (88,138 ໃໝ່) - ເສຍຊິວິດ 280,162 (4,186 ໃໝ່) ກວມເອົາ 6,83 % ຂອງຜູ້ຕິດເຊື້ອທັງໝົດ; - ປີ່ນປົວຫາຍດີ 1,431,967 (54,844 ໃໝ່) ກວມເອົາ 34.9 % ຂອງຜູ້ຕິດເຊື້ອທັງ ໝົດ; - ບັນຫາສຳຄັນ ແມ່ນມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 24,923 ຄົນ ແລະ ເສຍຊີວິດ 1,407 ຄົນຕໍ່ມື້; - ອັດຕາຄວາມຮ້າຍແຮງຂອງມື້ນີ້ແມ່ນ 6.83 % (ມື້ວານນີ້ 6.88 %). • ສະເພາະກຸ່ມປະເທດອາຊຽນກໍ່ເຫັນວ່າ ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອໃໝ່ປະ ຈຳວັນທີ 09 ພຶດສະພາ 2020 ສູງເຖິງ 753 ຄົນ, ໃນມື້ດຽວນີ້ຢູ່ກຸ່ມປະເທດອາຊຽນມີຜູ້ເສຍຊີວິດ 26 ຄົນ. 6. ຂໍ້ແນະນຳ ບັນດາທ່ານທີ່ນັບຖື ແລະ ຮັກແພງ, • ຂໍ້ມູນສຳຄັນໃນມື້ນີ້ແມ່ນການລາຍງານປະຈຳວັນຂອງລະບົບເຝົ້າລະວັງພະຍາດ ຈາກແຕ່ລະແຂວງທົ່ວປະເທດມາຫາສູນປະຕິບັດງານສຸກເສີນ ຂອງກະຊວງສາທາລະນະສຸກ. ຢັ້ງຢືນວ່າ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່ 28 ມື້ແລ້ວ (ເລິ່ມແຕ່ວັນທີ 12 ເມສາ 2020 ເປັນຕົ້ນມາ). ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 3,187 ຕົວຢ່າງ, ມີຈໍານວນຜູ້ຕິດເຊື້ອສະສົມ ທັງໝົດ 19 ຄົນ ວານນີ້ໄດ້ອອກໂຮງໝໍເພິ່ມອີກ 04 ຄົນ, ຍັງ ຕິດຕາມຢູ່ໂຮງໝໍ 06 ຄົນ. • ບັນດາທ່ານໄດ້ຊາບແລ້ວວ່າ ການປະຕິບັດແຈ້ງການເລກທີ 524/ຫສນຍ ມາຮອດເຄິ້ງທາງແລ້ວ, ການທີ່ຈະປະກາດເພີ່ມມາດຕະການຜ່ອນຜັນອື່ນໆ ຫຼັງຈາກວັນທີ 17 ພຶດສະພານີ້ ແມ່ນຂຶ້ນກັບພຶດຕິກຳຂອງພວກເຮົາໝົດທຸກຄົນ. ເຊິ່ງຄະນະສະເພາະກິດຈະໄດ້ປະເມີນສະພາບການຄືນໃໝ່ ວ່າຄວນສືບຕໍ່ປະຕິບັດມາດຕະການຄືເກົ່ານີ້ບໍ່? ຫຼື ສາມາດຜ່ອນຜັນມາດຕະການໃດໜື່ງຕື່ມອີກ . • ຍັງມີຫາງສຽງສັງຄົມທີ່ບໍ່ທັນເຂົ້າໃຈໃນທາງປະຕິບັດທີ່ເປັນເອກະພາບກັນເປັນຕົ້ນແມ່ນ: • ກໍລະນີຄົນເຈັບລາວທີ່ມີຈຸດປະສົງຢາກໄປປີ່ນປົວຢູ່ປະເທດໄທຂໍແນະນຳໃຫ້ປະຕິບັດຕາມແຈ້ງການຂອງຜູ້ວ່າລາດຊະການແຂວງໜອງຄາຍ ທີ່ອະນຸຍາດໃຫ້ຄົນເຈັບທືີ່ມີຄວາມຈຳເປັນໄປຕາມແພດນັດ ແລະ ໄປຮັກສາແບບຕໍ່ເນື່ອງ ເຊີ່ງຈະຕ້ອງໄດ້ນັດໝາຍກັບໂຮງໝໍທີ່ຈະໄປປີ່ນປົວກ່ອນ ແລະ ບໍ່ອະນຸຍາດໃຫ້ໃຊ້ລົດສ່ວນຕົວ ລາຍລະອຽດກໍ່ຂໍໃຫ້ປະສານງານກັບເຈົ້າໜ້າທີ່ປະຈຳດ່ານ. ສຳລັບນັກສືກສາລາວ ຫຼື ຄົນລາວທີ່ຈະກັບເຂົ້າມາຈາກຕ່າງປະເທດໃນໄລຍະນີ້ຈະຕ້ອງໄດ້ປະຕິບັດ ຕາມຄຳແນະນຳຂອງຄະນະສະເພາະກິດກະຊວງການຕ່າງປະເທດ ແຈ້ງອອກສະບັບເລກທີ່ 1342/ຕປທ.ສພກ ລົງວັນທີ່ 7 ພຶດສະພາ 2020 ເຊັ່ນວ່າ ກ່ອນຈະເດີນທາງເຂົ້າມາລາວກໍ່ ຕ້ອງໄດ້ລົງທະບຽນຢູ່ສະຖານກົງສູນຢູ່ປະເທດທີ່ຕົນອາໃສຢູ່ນັ້ນ, ເວລາເຂົ້າມາຮອດປະເທດລາວກໍ່ຈະໄດ້ປະຕິບັດມາດຕະການຕ່າງໆເປັນຕົ້ນວ່າ: ການກວດຫາເຊື້ອພະຍາດໂຄວິດ ແລະ ການຈຳກັດບໍລິເວນ 14 ວັນ. • ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ມີຄວາມອົດທົນ ພະຍາຍາມ ເອົາໃຈ ໃສ່ ຮ່ວມແຮງຮ່ວມໃຈກັນ ຈັດຕັ້ງປະຕິບັດຄຳແນະນຳ ແລະ ມາດຕະການຕ່າງໆ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ. ໂດຍສະເພາະ ການລ້າງມືດ້ວຍນໍ້າສະອາດ ແລະ ສະບູ ຫຼື ໃຊ້ເຈວລ້າງມື ຂ້າເຊື້ອດ້ວຍເຫຼົ້າ 70% ຂື້ນໄປ, ການປະຕິບັດໄລຍະຫ່າງ, ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ຢູ່ສະຖານທີ່ບໍລິການຕ່າງໆ. • ການຖະແຫຼງຂ່າວມາຮອດມື້ນີ້ໄດ້ສີ້ນສຸດລົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ