ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ
ເວລາອອກຂ່າວ: 2021-03-12 08:57:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 371 | ຄວາມນິຍົມ: ![]()
ກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ 3 ແຂວງພາກເໜືອຄື: ແຂວງຊຽງຂວາງ, ໄຊສົມບູນ ແລະ ຫົວພັນ ປະຈຳປີ 2020 ແລະ ຜ່ານທິດທາງແຜນການວຽກ ງານຈຸດສຸມ ປີ 2021 ໄດ້ຈັດຂຶ້ນ
ໃນວັນທີ 11 ມີນາ 2021 ນີ້, ທີ່ ຫ້ອງປະຊຸມແຂວງຊຽງຂວາງ ໂດຍການເປັນປະທານຂອງ ສະ ຫາຍ ພົນເອກ ຈັນສະໝອນ ຈັນ ຍາລາດ ກໍາມະການກົມການ ເມືອງສູນກາງພັກ, ຮອງປະທານ ຜູ້ປະຈຳການຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບສູນກາງ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຜູ້ ຕາງໜ້າຈາກຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະ ເທດ, ກະຊວງປ້ອງກັນຄວາມສະ ຫງົບ, ຫ້ອງການຄະນະກຳມະ ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບສູນກາງ, ບັນ ດາກົມກອງກຳລັງຫຼວງ, ກຳ ລັງທ້ອງຖິ່ນ ແລະ ພະແນກການ ທີ່ກ່ຽວຂ້ອງຂອງແຂວງເຂົ້າ ຮ່ວມ.
ສະຫາຍ ພັນເອກ ບຸນຊູ ໄຊລາ ສີ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງຊຽງ ຂວາງ ໄດ້ຂຶ້ນຜ່ານບົດສະຫຼຸບ ຕີລາຄາສະພາບການເຄື່ອນໄຫວ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບໃນໄລຍະ ຜ່ານມາ ໂດຍພາຍໃຕ້ການຊີ້ນຳ-ນຳພາ ຂອງພັກ, ລັດຖະບານ ກໍຄືຄະນະກຳມະການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນ, ຄະນະພັກ-ຄະນະບັນ ຊາກຳລັງປະກອບອາວຸດກຳລັງ ຫຼວງ ແລະ ກຳລັງທ້ອງຖິ່ນໄດ້ ພ້ອມກັນສືບຕໍ່ຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມ ໃຫຍ່ຂອງອົງຄະນະພັກກະຊວງ ປ້ອງກັນປະເທດ, ກະຊວງປ້ອງ ກັນຄວາມສະຫງົບ, ມະຕິກອງ ປະຊຸມໃຫຍ່ຂອງຄະນະບໍລິຫານ ງານພັກ 3 ແຂວງ ແລະ ມະຕິ ກອງປະຊຸມວຽກງານ ປກຊ-ປກສ 3 ແຂວງ ປະຈຳປີ 2019 ຜ່ານມາ, ເຊິ່ງສາມາດຍາດໄດ້ ຜົນງານຫຼາຍດ້ານເປັນຕົ້ນແມ່ນ ສາມາດຮັກສາໄດ້ສະຖຽນລະ ພາບຄວາມສະຫງົບທາງດ້ານ ການເມືອງ, ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ, ລະບົບ ການຈັດຕັ້ງນັບແຕ່ຂັ້ນຮາກຖານ, ເມືອງ ແລະ ແຂວງ ໄດ້ມີການ ປັບປຸງຊີວິດການເປັນຢູ່ຂອງ ພະນັກງານ, ນັກຮົບກໍາລັງ ປກຊ-
ປກສ ແລະ ປະຊາຊົນບັນດາເຜົ່າ ນັບມື້ດີຂຶ້ນ, ກຳລັງປກຊ-ປກສ ໄດ້ ມີການເຕີບໃຫຍ່ເຂັ້ມແຂງ ແລະ ນັບມື້ທັນສະໄໝຂຶ້ນເປັນກ້າວໆ ພ້ອມກັນນີ້, ຄະນະພັກ-ຄະນະບັນ
ຊາແຕ່ສູນກາງຮອດທ້ອງຖິ່ນຍັງ ໄດ້ສຸມໃສ່ຊີ້ນໍາຢ່າງໃກ້ຊິດຕໍ່ວຽກ ງານດັ່ງກ່າວຢູ່ 3 ແຂວງນີ້ ຢ່າງ
ແຂງແຮງ ເປັນຂະບວນຟົດຟື້ນ ກວ້າງຂວາງ ຕໍ່ເນື່ອງສັງລວມ ແລ້ວ ການເຄື່ອນໄຫວປະຕິບັດ ໜ້າທີ່ການເມືອງຂອງກໍາລັງ ປກຊ-ປກສ ສາມາດປະຕິບັດໜ້າ ທີ່ອັນມີກຽດຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ສໍາເລັດດ້ວຍໝາກຜົນສູງ.
ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນ ສະຫາຍ ໄດ້ຕາງ ໜ້າໃຫ້ການນໍາພັກ-ລັດ, ຄະນະ ກຳມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຂັ້ນສູນກາງ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ໄຊຊະນະທີ່ກໍາ ລັງປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບທຸກຂັ້ນ ພ້ອມດ້ວຍອໍາ ນາດການປົກຄອງ-ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຂອງແຂວງຊຽງຂວາງ, ຫົວພັນ,
ໄຊສົມບູນ ຍາດມາໄດ້ໃນຕະ ຫຼອດໄລຍະຜ່ານມາ ພ້ອມກັນ ນີ້ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ ກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ອໍານາດການປົກ ຄອງທຸກຂັ້ນ ຈົ່ງເພີ່ມທະວີຄວາມ ສາມັກຄີໃຫ້ເປັນປຶກແຜ່ນແໜ້ນ ໜາສືບຕໍ່ປະຕິບັດແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບທົ່ວປວງຊົນຮອບດ້ານຂອງ ພັກວາງອອກ, ປຸກລະດົມກໍາລັງ ແຮງສັງລວມທົ່ວປວງຊົນຮອບດ້ານພ້ອມກັນປະຕິບັດສອງໜ້າ ທີ່ຍຸດທະສາດແຫ່ງການປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃຫ້ມີຄວາມເຕີບ ໃຫຍ່ເຂັ້ມແຂງ, ພ້ອມຫັນກໍາລັງ ລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ໃຫ້ໄດ້ຕາມ 4 ເນື້ອໃນ 4 ຄາດ ໝາຍ ສ້າງໃຫ້ໄດ້ 3 ແຂວງ ມີ ຄວາມສະຫງົບຜາສຸກ ແລະ ເຂັ້ມ ແຂງໃນທຸກດ້ານ, ສືບຕໍ່ຕັ້ງໜ້າ ຜັນຂະຫຍາຍທິດທາງແຜນການ ວຽກງານຈຸດສຸມໃຫ້ສໍາເລັດຕາມ ຄາດໝາຍທີ່ວາງໄວ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















