ກອງພັນໃຫຍ່ 703 ສະຫຼຸບວຽກງານການບິນ ປະຈຳປີ 2020
ເວລາອອກຂ່າວ: 2021-03-12 20:38:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 360 | ຄວາມນິຍົມ: ![]()
ວັນທີ 11 ມີນາ 2021 ນີ້, ກອງພັນໃຫຍ່ 703 ໄດ້ຈັດຕັ້ງ ກອງປະຊຸມສະຫຼຸບຖອດຖອນບົດ ຮຽນວຽກງານການບິນ ປະຈຳປີ 2020 ແລະ ຜ່ານທິດທາງແຜນ ການປະຈຳປີ 2021 ຂຶ້ນຢ່າງ ເປັນທາງການໂດຍເປັນກຽດ ເຂົ້າຮ່ວມຂອງສະຫາຍ ພົນຈັດ ຕະວາ ພັນທະມິດ ວໍລະບຸດ ຫົວໜ້າຫ້ອງການອົບຮົມການ ບິນກອງບັນຊາການທະຫານ ອາກາດ ມີບັນດາຜູ້ຕາງໜ້າ ຫ້ອງການ ກທອ, ມີຄະນະພັກ- ຄະນະບັນຊາກອງພັນໃຫຍ່702, 703 ຕະຫຼອດຮອດພະນັກງານ, ນັກບິນ ແລະ ນາຍຊ່າງທົ່ວກອງ ພັນໃຫຍ່ 703 ເຂົ້າຮ່ວມ.
ສະຫາຍ ພັນເອກ ສີນວນ ວົງ ນາໄຊ ຄະນະພັກຫົວໜ້າພະແນກ ອົບຮົມການບິນໄດ້ຂຶ້ນຜ່ານບົດ ສະຫຼຸບຖອດຖອນບົດຮຽນວຽກ ງານຄວາມປອດໄພການບິນລະດູ ແລ້ງ(ໝອກແຫ້ງ) ຕໍ່ລະດູຝົນ ປະຈຳປີ 2020 ຂອງພະແນກອົບ ຮົມການບິນກອງພັນໃຫຍ່ 703. ອີງຕາມແຜນການວຽກງານອົບ ຮົມການບິນປະຈຳປີ 2021 ຂອງ ກອງພັນໃຫຍ່ 703, ອີງຕາມລະ ບຽບຄວາມປອດໄພການບິນ ແລະ ອີງຕາມບົດຮຽນການປະຕິບັດ ໜ້າທີ່ວຽກງານການບິນໃນໄລຍະ 1 ປີຜ່ານມາ ດັ່ງນັ້ນກອງພັນໃຫຍ່ ຈິ່ງໄດ້ສ້າງບົດສະຫຼຸບຖອດຖອນ ບົດຮຽນວຽກງານຄວາມປອດ ໄພການບິນ ເພື່ອເປັນບ່ອນອີງ ແລະ ເປັນການກະກຽມຄວາມ ພ້ອມເຂົ້າຮັບໃຊ້ວິຊາສະເພາະໃນ ໃນລະດູແລ້ງຕໍ່ໃສ່ລະດູຝົນ ເພື່ອ ໃຫ້ຮັບປະກັນເຖິງຄວາມປອດໄພ ໃຫ້ແກ່ການບິນໄດ້ 100%, ເຊິ່ງ ການບິນໃນລະດູຝົນມັນຈະແຕກ ຕ່າງກັບລະດູແລ້ງ, ເພາະໃນລະດູ ຝົນມັນໄດ້ມີຫຼາຍປະກົດການ ອາດຈະເກີດຂຶ້ນຂົມຂູ່ເຖິງຄວາມ ປອດໄພການບິນຂອງພວກເຮົາ ໂດຍສະເພາະແມ່ນຈະມີລົມພາຍຸ ເຂົ້າ ຫຼື ຝົນຕົກໜັກບາງເວລາບິນ ຢູ່ນ່ານຟ້າ. ດັ່ງນັ້ນການສ້າງນັກ ບິນທາງດ້ານເຕັກນິກການຂັບຂີ່ ໃຫ້ໄດ້ມາດຕະຖານ ເປັນນັກບິນ 2 ພ້ອມນັ້ນກໍສ້າງນັກບິນດັ່ງກ່າວ ໃຫ້ມີຄວາມໜັກແໜ້ນທາງດ້ານ ການເມືອງ-ນຳພາແນວຄິດ, ທັດ ສະນະພະນັກງານນຳພາ-ບັນຊາ ທີ່ມີຄວາມຮັບຜິດຊອບສູງຕໍ່ພາ ລະໜ້າທີ່, ມີນໍ້າໃຈອົດທົນຜ່ານ ຜ່າ, ມີນຳ້ໃຈເສຍສະຫຼະກຽມພ້ອມ ປະຕິບັດຄຳສັ່ງ ແລະ ມີຄວາມຈົງ ຮັກພັກດີຕໍ່ຂັ້ນເທິງ, ຕໍ່ປະຊາຊົນ ແລະ ຕໍ່ປະເທດຊາດ. ສ້າງນັກບິນ ໜຶ່ງໄດ້ 1 ສະຫາຍ ແລະ ນັກບິນ ສອງຈຳນວນ 8 ສະຫາຍ, ພ້ອມ ທັງໄດ້ຜ່ານທິດທາງແຜນການ ການບິນຕໍ່ໜ້າ ແລະ ໄດ້ມີຫຼາຍ ສະຫາຍຂຶ້ນປະກອບຄຳຄິດ-ຄຳ ເຫັນໃສ່ກອງປະຊຸມຢ່າງກົງໄປ ກົງມາຕໍ່ທິດທາງແຜນການ ແລະ ເຮັດໃຫ້ກອງປະຊຸມມີເນື້ອໃນຄົບ ຖ້ວນ. ໃນໂອກາດນີ້, ຍັງໄດ້ມອບ ໃບຢັ້ງຢືນນັກບິນ 1 ແລະ ນັກບິນ 2 ຈຳນວນ 9 ສະຫາຍຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















