
ຣັດເຊຍ ທົດລອງຖານຍິງລູກສອນໄຟ Tornado-S
ເວລາອອກຂ່າວ: 2024-11-06 09:30:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 385 | ຄວາມນິຍົມ:
ສຳນັກຂ່າວຫວຽດນາມລາຍງານໃຫ້ຮູ້ວ່າ: ຣັດເຊຍ ໄດ້ທົດລອງຖານຍິງລະບົບລູກສອນໄຟ ລຸ້ນ Tornado-S ຈຳນວນ ຫຼາຍຄັ້ງ, ເຊິ່ງລູກສອນໄຟຊະນິດນີ້ ໄດ້ຮັບການພັດທະນາຈາກລະບົບລູກສອນໄຟນຳວິຖີ ລຸ້ນ MB-30 Smerch ທີ່ຜະລິດໂດຍສະຫະພາບໂຊວຽດ ແລະ ໄດ້ຍົກລະດັບໃຫ້ເປັນລູກສອນໄຟ Tornado-S ທີ່ທັນສະໄໝທີ່ສຸດໃນປັດຈຸບັນ.
ລະບົບລູກສອນໄຟ Tornado-S ມີນ້ຳໜັກລວມ ປະມານ 25 ໂຕນ, ມີທໍ່ຍິງຂະໜາດ 300 ມມ ຈຳນວນ 12 ທໍ່ຍິງ, ມີໄລຍະຍິງໄກ ປະມານ 120 ກິໂລແມັດ. ລະບົບຂອງລູກສອນໄຟຊະນິດນີ້ ສາມາດໃຊ້ຮ່ວມກັບຖານຍິງລູກສອນໄຟນຳທາງຊຸດໃຫມ່ໄດ້ເປັນຕົ້ນແມ່ນ: ລຸ້ນ 9M542, 9M544 ແລະ ລຸ້ນ 9M549.
ລູກສອນໄຟລຸ້ນນີ້ ບໍ່ຄືກັບລູກສອນໄຟ ແບບດັ້ງເດີມ, ເນື່ອງ ຈາກ Tornado-S ໄດ້ຖືກອອກແບບມາເພື່ອໂຈມຕີເປົ້າໝາຍທີ່ກຳລັງເຄື່ອນໄຫວໄດ້ຢ່າງແມ່ນຢຳ ຄ້າຍຄືກັບລະບົບ HIMARS ທີ່ຜະລິດໂດຍສະຫະລັດ ອາເມຣິ
ກາ. ລູກສອນໄຟ Tornado-S ຖືກຜະລິດ ແລະ ປະສົມປະສານກັບເຄື່ອງມືນຳທາງທີ່ມີຄວາມທັນສະໄໝ, ລວມທັງຍັງຕິດຕັ້ງລະບົບດາວທຽມນຳທາງ ລຸ້ນ GLONASS ແລະ gyro compass ເຮັດໃຫ້ສາມາດຊອກຄົ້ນຫາເປົ້າໝາຍໄດ້ເປັນຢ່າງດີ ແລະ ທໍາລາຍໄດ້ຢ່າງມີປະສິດທິພາບສູງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ