
ນັກເຕະຮຸ່ນເຍົາວະຊົນ ພີເຄພີ ເຂົ້າຮ່ວມແຂ່ງຂັນລາຍການ SINGACUP ທີ່ປະເທດ ສິງກະໂປ
ເວລາອອກຂ່າວ: 2024-11-06 09:32:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 603 | ຄວາມນິຍົມ:
ຕອນເຊົ້າຂອງວັນທີ 2 ພະຈິກ 2024 ທີມ ສະໂມສອນ PKP uangphabang ທີມແຊັມໃນການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 12 ປີ ( U12 ) ເຊິ່ງເປັນຕົວແທນຂອງບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ12 ໄດ້ອອກເດີນທາງໄປແຂ່ງຂັນ SINGACUP ທີ່ປະເທດສິງກະໂປ ໂດຍການນຳພາຂອງ ທ່ານ ເພັດຕິກອນ ປັນຍາສິດ ຫົວ ໜ້າຄູເຝິກສອນ ແລະ ທີມງານສະໂມສອນ PKP Luangprabang U12. ການເດີນທາງໃນຄັ້ງນີ້ມີຫົວໜ້າຄູເຝິກ ແລະ ນັກກິລາລວມທັງໝົດ 20 ຄົນ ເຊິ່ງມີພໍ່ແມ່ນັກກິລາ 2 ຄົນ ເຊິ່ງການແຂ່ງຂັນບານເຕະລາຍການ SINGACUP ແມ່ນຈັດຂຶ້ນໃນລະຫວ່າງວັນທີ 2-9 ພະຈິກ 2024 ປະເທດສິງ ກະໂປ, ສ່ວນຕາຕະລາງການ ແຂ່ງຂັນແຕ່ລະນັດ ແມ່ນໃຫ້ຕິດ ຕາມທາງ ເພຈເຟສບຸກຂອງສະ ໂມສອນຕື່ມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ