ກອງພັນໃຫຍ່ 642 ມອບເງິນນະໂຍບາຍອຸດໜູນ
ເວລາອອກຂ່າວ: 2024-12-04 09:20:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1418 | ຄວາມນິຍົມ:
ໃນວັນທີ 26 ພະຈິກ 2024, ກອງພັນໃຫຍ່ 642 ໄດ້ມອບເງິນນະໂຍບາຍອຸດໜູນໃຫ້ພະນັກງານທີ່ພັກການ ຮັບບຳນານ, ໂດຍ ການເປັນປະທານ ຂອງສະຫາຍ ພັນໂທ ສີນວນ ສັກຕິເດດ ຮັກສາ ການຫົວໜ້າການເມືອງ ກອງພັນໃຫຍ່ 642, ມີຄະນະພັກ-ຄະນະບັນຊາ 5 ພະແນກການ, ຂະແໜງການທີ່ກ່ຽວຂ້ອງ ແລະ ພະນັກງານບຳນານ ເຂົ້າຮ່ວມ.
ສະຫາຍ ພັນໂທ ສອນໄພວັນ ຈັນທະແສງ ຫົວໜ້າຂະແໜງພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸ ມັດໃຫ້ນາຍທະຫານ ຢູ່ກອງພັນໃຫຍ່ 642 ພັກການ ຮັບບຳນານ ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ພະ ນັກງານ-ນັກຮົບ ໃນກອງທັບປະຊາຊົນລາວ ແລະ ອີງຕາມກົດ ໝາຍ ວ່າດ້ວຍປະກັນສັງຄົມ ແລະ ກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ. ກະຊວງປ້ອງກັນປະເທດ ຕົກລົງອະນຸມັດໃຫ້ພະນັກງານ ຢູ່ກອງພັນໃຫຍ່ 642 ພັກການຮັບບຳນານ ຈຳນວນ 10 ສະຫາຍ ໃນນີ້, ມີຊັ້ນພັນໂທ 7 ສະຫາຍ, ພັນຕີ 2 ສະຫາຍ ແລະ ຮ້ອຍເອກ 1 ສະ ຫາຍ ລວມເປັນເງິນທັງໝົດ 170.923.000 ກີບ.
ສະຫາຍ ພັນໂທ ສີນວນ ສັກຕິເດດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາພະນັກງານບຳນານທີ່ໄດ້ເສຍສະຫຼະສຸມສະຕິປັນຍາ, ເຫື່ອແຮງຂອງຕົນເຂົ້າໃນການປະຕິບັດໜ້າທີ່ ວຽກງານ ທີ່ພັກ-ລັດ ການຈັດ ຕັ້ງຂັ້ນເທິງມອບໝາຍໃຫ້, ລວມທັງຜົນງານການເຄື່ອນໄຫວຂະບວນການດ້ານຕ່າງໆ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການນຳພາ-ຊີ້ນຳ, ສຶກສາອົບຮົມພະ ນັກງານ-ນັກຮົບ ປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງໃນໄລຍະຜ່ານມາ, ຮຽກ ຮ້ອງມາຍັງພະນັກງານ ທີ່ພັກການ ຮັບບຳນານໃນຄັ້ງນີ້ ຈົ່ງສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຕົນ ເຂົ້າໃນການປຸກລະດົມຊຸກຍູ້ລູກຫຼານໃຫ້ເຂົາເຈົ້າໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງລັດໃນໄລຍະໃໝ່, ພ້ອມທັງໄດ້ ອວຍພອນໄຊໃຫ້ບັນດາພະນັກ ງານທີ່ເຂົ້າຮັບບຳນານ ຈົ່ງຮັກສາສຸຂະພາບຂອງຕົນໃຫ້ແຂງແຮງ ເພື່ອເປັນແວ່ນແຍງໃຫ້ພະນັກ ງານຮຸ່ນສືບທອດ, ພ້ອມດຽວກັນນັ້ນ ກໍຕ້ອງໄດ້ໃຫ້ຄວາມຮ່ວມມືໃນທຸກດ້ານກັບອຳນາດການປົກຄອງທ້ອງຖິ່ນ ເພື່ອເຮັດສອງໜ້າທີ່ຍຸດທະສາດຂອງຊາດ, ຂອງພັກໃນໄລຍະໃໝ່.
ໂດຍ: ແຟນຕ່າ ໄຊຍະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ