ກອງປະຊຸມຜູ້ແທນແມ່ຍິງ ທົ່ວກອງບັນຊາການທະຫານແຂວງອຸດົມໄຊ
ເວລາອອກຂ່າວ: 2024-12-04 09:24:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1142 | ຄວາມນິຍົມ:
ກອງປະຊຸມຜູ້ແທນແມ່ຍິງທົ່ວກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 22 ພະຈິກ 2024, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ເລຂາຄະ ນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ, ມີທ່ານ ນາງ ອຳພອນ ອິນຕາລາ ຮອງປະທານສະຫະພັນແມ່ຍິງແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກອງບັນຊາການ ປກສ ແຂວງ, ກອງພັນ 414, ກອງບັນຊາການທະຫານເມືອງ, ໂຮງ ຮຽນ, ໂຮງໝໍ, ກອງພົນທີ 3 ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ອຳພອນ ເພັດສຸພາພອນ ຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຜ່ານຮ່າງບົດສະຫຼຸບການ ເຄື່ອນໄຫວວຽກງານໃນໄລຍະ 5 ປີຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເປັນຕົ້ນໄດ້ຖືເອົາວຽກງານສຶກ ສາອົບຮົມການເມືອງ-ນໍາພາ ແນວຄິດເປັນກົກ ເຮັດໃຫ້ຖັນແຖວພະນັກງານສະມາຊິກສະຫະພັນແມ່ຍິງຮັບຮູ້ເຂົ້າໃຈຕໍ່ແນວທາງຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ກໍຄື ກົດລະບຽບຂອງສະຫະພັນແມ່ຍິງລາວວາງອອກ, ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂະບວນການ 3 ດີຢ່າງເປັນຂະບວນການຟົດຟື້ນແຂງແຮງ ແລະ ໄດ້ເອົາໃຈໃສ່ປະຕິບັດລະບອບດຳເນີນຊີວິດການເມືອງ ເພື່ອປັບປຸງກໍ່ສ້າງສະມາຊິກສະຫະພັນແມ່ຍິງຢູ່ກົມກອງໃຫ້ມີຄວາມສາມັກຄີ ໃນນີ້,ໄດ້ເຂົ້າຮ່ວມເຊື່ອມຊຶມເອກະສານສຳຄັນຕ່າງໆ ຂອງພັກ, ຂອງຊາດ ກໍຄືຂອງກອງທັບ, ສະຫຼຸບຕີລາຄາຂະຂວນແຂ່ງຂັນ 3 ດີ, ຄັດເລືອກບຸກຄົນເປັນພົນລະເມືອງດີ 180 ສະຫາຍ, ພັດທະນາດີ 184 ສະຫາຍ, ຄອບຄົວດີ 183 ສະຫາຍ, ບຸກຄົນ 3 ດີ ປະເພດ I ມີ 179 ສະຫາຍ, ປະເພດ II ມີ 11 ສະຫາຍ, ໄດ້ຮັບໜ່ວຍແມ່ ຍິງ 3 ດີ 5 ປີຊ້ອນ ນອກຈາກນັ້ນ, ຍັງໄດ້ປຸກລະດົມ-ຊຸກຍູ້ໃຫ້ສະມາຊິກສະຫະພັນແມ່ຍິງເຮັດວຽກງານເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ບົນຈິດໃຈເພິ່ງຕົນ ເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ເປັນເອກະສັນຮັບຮອງເອົາທິດທາງແຜນການໃນຕໍ່ໜ້າ. ໂອກາດນີ້, ຍັງໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ວ່າດ້ວຍການຍ້ອງຍໍຜົນ ງານ 5 ປີ ໃຫ້ສະມາຊິກສະຫະ ພັນແມ່ຍິງຮາກຖານກອງບັນຊາການທະຫານແຂວງອຸດົມໄຊ ຈຳ ນວນ 176 ສະຫາຍ ຕື່ມອີກ.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ