ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ທະຫານແຂວງ​ຫຼວງ​ພະ​ບາງ ມອບ​ເງິນ​ອຸດ​ໜູນ​ ໃຫ້​ນາຍ​ທະຫານ ​ພັກ​ການ ​​ຮັບ​ບຳນານ
ເວລາອອກຂ່າວ: 2024-12-04 09:25:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1303 | ຄວາມນິຍົມ:



ໃນ​ວັນ​ທີ 27 ພະຈິກ 2024 ນີ້,​ ກອງ​ບັນຊາ​ການ​ທະຫານ​ ແຂວງ​ຫຼວງ​ພະບາງໄດ້ຈັດພິທີ​ ມອບເງິນອຸດໜູນໃຫ້ນາຍທະ ຫານພັກ​ການ​ຮັບ​ບຳນານ ໂດຍ​ການ​ເປັນ​ປະທານຂອງ ສະຫາຍ ພັນ​ໂທ ສົມ​ໃຈ ສີສະຫວັດ ກໍາ ມະການຄະນະ​ພັກ​ກອງ​ບັນຊາ​ການ, ຮອງ​ຫົວໜ້າຫ້ອງການ ເມືອງ​ທະຫານ​ແຂວງ, ມີຜູ້ຕາງ ໜ້າ​ອົງການ 5 ຫ້ອງ, ພະແນກ ການ​ທີ່​ກ່ຽວຂ້ອງ ແລະ ​ພະນັກ ງານ​ບຳນານ​ເຂົ້າ​ຮ່ວມ.    ສະຫາຍ ພັນ​ໂທ ເພັງ​ວົງ​ພັນ ວົງ​ໄຊ​ຍະ​ລາດ ຫົວໜ້າ​ພະ​ແນກ​ ພະນັກງານ ​ຫ້ອງ​ການເມືອງ ​ທະ ຫານ​ແຂວງ ໄດ້​​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ​ການອະນຸມັດ​ໃຫ້​ນາຍ​ທະຫານ ພັກ​ການ ​ຮັບ​ບຳນານ, ໂດຍ​ປະຕິບັດ​ຕາມ​ກົດໝາຍ​ ວ່າ​ດ້ວຍ​ປະກັນ​ສັງຄົມ (ສະບັບ​ປັບປຸງ) ແລະ​ ອີງ​ຕາມ​ກົດໝາຍ ວ່າ​ດ້ວຍ​ນາຍ​ທະຫານ ກອງທັບ​ປະຊາຊົນ​ລາວ (ສະບັບ​ປັບປຸງ) ໃນ​ນີ້​, ກະຊວງ​ປ້ອງ​ກັນ​ປະເທດ ຕົກລົງ​ອະ​ນຸ​ມັດ​ໃຫ້​ນາຍ​ທະຫານຢູ່​ກອງ​ບັນຊາ​ການ​ທະຫານແຂວງ​ຫຼວງ​ພະ​ບາງ ພັກ​ການ ​ເຂົ້າ​ຮັບ​ບຳນານ ​ຈຳນວນ 6 ສະຫາຍ ແລະ ມອບ​ເງິນ 5% ແລະ 15% ລວມທັງ​ໝົດ 107.543.000 ກີບ ໃຫ້​ພາກສ່ວນ​ກ່ຽວຂ້ອງ.    ໂອກາດ​ນີ້, ສະຫາຍ ພັນ​ໂທ ສົມ​ໃຈ ສີສະ​ຫັວດ ​ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍຕໍ່​ບັນດາ​ສະຫາຍ​ທີ່​ໄດ້​ເສຍສະຫຼະ, ສຸມ​ສະຕິ​ປັນຍາ, ເຫື່ອແຮງ​ຂອງ​ຕົນ ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ ​ທີ່​ພັກ- ລັດ ແລະ ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ລວມ​ທັງ​ຜົນງານ​ການເຄື່ອນໄຫວ​ຂະ​ບວນ​ການ​ດ້ານ​ຕ່າງໆ ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ກໍ​ຄື​ການ​ນຳພາ-ຊີ້​ນຳ, ສຶກ​ສາ​ອົບຮົມ​ພະນັກງານ-ນັກຮົບ ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງໃນ​ ໄລຍະ​ຜ່ານ​ມາ, ພ້ອມ​ທັງ​​ຮຽກ ຮ້ອງ​ໃຫ້​ສືບຕໍ່​ຮັກສາ ແລະ​ ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ດີງາມ ແລະ​ສືບຕໍ່​ສຶກ​ສາ​ອົບຮົມ​ການເມືອງ- ນໍາພາແນວ​ຄິດໃຫ້​ລູກ​ຫຼານໄດ້​ ຮັບ​ຮູ້​ເຊື່ອມ​ຊຶມ​ຕໍ່​ແນວທາງ​ນະ ໂຍບາຍ​ຂອງ​ພັກ, ຍົກ​ສູງສະຕິ​ ເຄົາລົບ​ກົດໝາຍ​ຂອງ​ລັດ,​ ອວຍ ພອນ​ໃຫ້​ບັນດາ​ສະຫາຍ​ພະນັກ ງານ​ທີ່​ເຂົ້າ​ຮັບ​ບຳນານ ຈົ່ງຮັກ ສາ​ສຸຂະພາບ​ຂອງ​ຕົນ​ໃຫ້​ແຂງ ແຮງ ເພື່ອ​ເປັນ​ແວ່ນ​ແຍງ​ໃຫ້​ແກ່​ພະນັກງານ​ຮຸ່ນ​ສືບ​ທອດ. ໂດຍ: ສົມ​ພອນ ສຸວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ