ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ສຸມ​ໃສ່​ສ້າງ​ຂະ​ບວນ​ການ​ດ້ານ​ຕ່າງໆ ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່ຜູ້ແທນ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ ກົມ​ໃຫຍ່​ການເມືອງ​ກອງທັບ
ເວລາອອກຂ່າວ: 2024-12-04 09:28:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1514 | ຄວາມນິຍົມ:



ສະຫາຍ ພົນ​ຈັດຕະວາ ທອງ​ດຳ ພົງ​ສະ​ຫວັດ ຫົວໜ້າ​ກົມປ້ອງ​ກັນ​ພາຍ​ໃນ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ໃຫ້​ສຳພາດ ເນື່ອງ​ໃນ​ໂອກາດ​ສ້າງ​ຂະ​ບວນ​ການ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ ກົມ​ໃຫຍ່​ການເມືອງ​ກອງທັບ ທີ່​ຈະ​ຈັດ​ຂຶ້ນ​ໃນ​ມໍ່ໆ​ນີ້ ໃຫ້​ຮູ້​ວ່າ: ໃນ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ ກົມປ້ອງ​ກັນ​ພາຍ​ໃນ ຍາມ​ໃດ​ກໍ​ໄດ້​ເປັນ​ເຈົ້າ​ການ​ນຳພາ-ຊີ້ນໍາ ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ໃນ​ການຈັດຕັ້ງ​ດຳເນີນ​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ-ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ກອງທັບ, ປະຕິບັດ​ສິດ​ອົງການ​ສືບສວນ-ສອບ​ສວນ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ, ເຮັດ​ໜ້າທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ການ​ນຳ​ພັກ-ລັດ, ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ, ເກັບ​ກຳ ແລະ ຄຸ້ມ​ຄອງ​ສະພາບ​ການເມືອງ​ພາຍ​ໃນ ເຮັດ​ໃຫ້​ກອງທັບ​ມີ​ຄວາມ​ປອດ​ໃສ​ທາງ​ດ້ານ​ການເມືອງ, ໜັກ​ແໜ້ນ​ເຂັ້ມແຂງ​ທາງ​ດ້ານ​ການຈັດຕັ້ງ, ສຶກ​ສາ​ອົບຮົມ​ໃຫ້​ສະມາຊິກ​ພັກ, ພະນັກງານ-ນັກຮົບ ຍົກ​ສູງ​ສະຕິ​ລະວັງ​ຕົວ​ປະຕິວັດ, ເປັນ​ເຈົ້າ​ການ​ປ້ອງ​ກັນ​ຕົນ​ເອງ, ປ້ອງ​ກັນ​ກົມ​ກອງ, ປ້ອງ​ກັນ​ກອງທັບ, ດຳເນີນ​ວຽກ​ງານ​ສືບສວນ-ສອບ​ສວນ​ແກ້​ໄຂ​ຄະດີ​ທີ່​ພົວພັນ​ເຖິງ​ຄວາມ​ສະຫງົບ​ໃນ​ກອງທັບ, ຊຸກຍູ້​ຂະ​ບວນ​ການ​ກໍ່ສ້າງ​ກອງ​ປອດ​ໃສ ປອດ​ໄພ ປອດ​ຄະດີ ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ ແລະ ວຽກ​ງານ​ອື່ນໆ ທີ່​ກ່ຽວຂ້ອງ​ກັບ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ມີ​ໝາກຜົນ​ຕົວ​ຈິງ. ພ້ອມ​ກັນ​ນັ້ນ, ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ອົງການ​ປ້ອງ​ກັນ​ພາຍ​ໃນ, ກໍ່ສ້າງ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ນັບ​ມື້​ສູງ​ຂຶ້ນ ເພື່ອ​ຕອບ​ສະໜອງ​ກັບ​ໜ້າທີ່​ການເມືອງ​ໃນ​ໄລຍະ​ໃໝ່ ພ້ອມ​ທັງ​ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ເຮັດ​ໃຫ້​ຄະນະ​ພັກ​ຮາກ​ຖານ ​ກົມປ້ອງ​ກັນ​ພາຍ​ໃນ ໄດ້​ຮັບ​ການ​ຢັ້ງຢືນ​ເປັນ​ ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ຢ່າງ​ຕໍ່​ເນື່ອງ. ສະຫາຍ ຫົວໜ້າ​ກົມປ້ອງ​ກັນ​ພາຍ​ໃນ ໄດ້​ກ່າວ​ຕື່ມ​ວ່າ: ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ກົມ​ໃຫຍ່​ການເມືອງ​ກອງທັບ ແລະ ວັນ​ສ້າງຕັ້ງ​ກົມປ້ອງ​ກັນ​ພາຍ​ໃນ ຄົບຮອບ 69 ປີ (30 ທັນວາ 1955-30 ທັນວາ 2024) ທີ່​ຈະ​ມາ​ເຖິງ ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ, ກວ້າງຂວາງ ແລະ ມີ​ເນື້ອ​ໃນ​ຄວາມ​ໝາຍ​ເລິກເຊິ່ງ, ກົມ​ກອງ​ປ້ອງ​ກັນ​ພາຍ​ໃນ ​ໄດ້​ສຸມ​ໃສ່​ຫ້າງ​ຫາ​ກະກຽມ​ສ້າງ​ຂະ​ບວນ​ການ​ດ້ານ​ຕ່າງໆ ເປັນຕົ້ນ​ແມ່ນ ຂະ​ບວນ​ການ​ສຶກ​ສາ​ອົບ ຮົມ​ການເມືອງ​-ນຳພາ​ແນວ​ຄິດ ສະມາຊິກ​ພັກ, ພະນັກງານ-ນັກຮົບໃຫ້​ຍົກ​ສູງ​ສະຕິ​ລະວັງຕົວ​ປະຕິວັດ, ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ດ້ານ​ຄຸນ​ທາດ​ການເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ແບບແຜນ​ວິທີ​ເຮັດ​ວຽກ ແລະ ແບບແຜນ​ການ​ດຳລົງ​ຊີວິດ​ທີ່​ປອດ​ໃສ, ຮັບປະກັນ​ໃຫ້​ກົມ​ກອງ​ມີ​ຄວາມ​ສະຫງົບ ແລະ ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ, ສຸມ​ໃສ່​ຂະ​ບວນ​ການ​ກໍ່ສ້າງ​ກອງ​ປອດ​ໃສ ປອດ​ໄພ ປອດ​ຄະດີ ຕິດ​ພັນ​ກັບ ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ດຳເນີນ​ວຽກ​ງານ​ສືບສວນ-ສອບ​ສວນ​ແກ້​ໄຂ​ຄະດີ​ທີ່​ພົວພັນ​ເຖິງ​ຄວາມ​ສະຫງົບ​ພາຍ​ໃນ​ກອງທັບ ໃຫ້​ທັນ​ເວລາ, ພາວະ​ວິໄສ, ຖືກຕ້ອງ​ຕາມ​ກົດໝາຍ ແລະ ມີ​ຄວາມ​ຍຸຕິ​ທຳ, ສະກັດ​ກັ້ນ ແລະ ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້ ທີ່​ເປັນ​ການ​ລ່ວງ​ລະເມີດ​ລະບຽບ​ກົດໝາຍ, ຝ່າຝືນ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ກົດ​ລະບຽບ​ຂອງ​ກອງທັບ, ປະຕິບັດ​ສິດ​ໜ້າທີ່​ຕາມ​ພາລະ​ບົດບາດ​ຂອງ​ອົງການ​ສືບສວນ-ສອບ​ສວນ​ກອງທັບ, ເຮັດ​ໜ້າທີ່​ປ້ອງ​ກັນ​ຄວາມ​ປອດ​ໄພ ໃຫ້​ແກ່​ການ​ນຳ​ພັກ-ລັດ, ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ປ້ອງ​ກັນ​ກອງ​ປະຊຸມ​ພາຍ​ໃນ​ກອງທັບ, ກອງ​ປະຊຸມ​ລະດັບ​ຊາດ ແລະ ລະດັບ​ສາກົນ ພິເສດ​​ໄດ້​ເຂົ້າ​ຮ່ວມ​ປ້ອງ​ກັນ​ບັນດາ​ກອງ​ປະຊຸມ​ອາ​ຊຽນ ປີ 2024. ນອກຈາກ​ນີ້, ຍັງ​ໄດ້​ເຂົ້າ​ຮ່ວມ​ຂະ​ບວນ​ການ​ກິລາ, ສິລະ​ປະ-ວັນນະຄະດີ ທີ່​ກົມ​ໃຫຍ່​ການເມືອງ​ກອງທັບຈັດ​ຂຶ້ນ, ສ່ວນ​ຢູ່​ພາຍ​ໃນ​ກົມ ​ໄດ້​ຈັດ​ຕັ້ງ​ແຂ່ງຂັນ​ກິລາ​ບານສົ່ງ, ກະຕໍ້, ເປ​ຕັງ ແລະ ສ້າງ​ຂະ​ບວນ​ການ​ອະນາໄມ​ຂອບ​ເຂດ​ສຳນັກງານ​ອົງການ​ກົມ​ກອງ ໃຫ້​ສະອາດ​ຈົບງາມ​ສວຍ​ງາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ