ຫ້ອງວ່າການກະຊວງປ້ອງກັນປະເທດ ປາຖະກະຖາວັນປະຫວັດສາດ ທີ່ສຳຄັນຂອງຊາດ
ເວລາອອກຂ່າວ: 2024-12-04 13:16:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2718 | ຄວາມນິຍົມ:
ວັນທີ 4 ທັນວາ 2024 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ປາຖະກະຖາມູນເຊື້ອວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ; ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ແລະ ເອກະສານໂຄສະນາ-ປາຖະກະຖາກຽ່ວກັບອາຊຽນ ແລະ ການກະກຽມເປັນເຈົ້າພາບ, ເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຂອງກອງທັບປະຊາຊົນລາວ, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ບັນດາຫົວໜ່ວຍບໍລິສັດ, ກົມກອງ, ຫ້ອງການ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອ, ຄວາມໝາຍ, ຄວາມສຳຄັນ ຂອງວັນຊາດ ທີ 2 ທັນວາ ເຊິ່ງເປັນວັນທີ່ມີຄວາມໝາຍສຳຄັນ ສຳລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍີ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວ ບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ທັງເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ ໃນການສ້າງປະເທດລາວ ໃຫ້ກາຍເປັນປະເທດທີມີ. ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ. ພ້ອມນັ້ນ ຍັງຍົກໃຫ້ເຫັນຊີວິດ ແລະ ປະຫວັດການເຄື່ອນໄຫວນຳພາການຕໍ່ສູ້ປົດປ່ອຍຊາດ, ຄວາມອົງອາດກ້າຫານ, ຄວາມບໍລິສຸດສັດຊື່, ມີຄວາມຈົງຮັກພັກດີ ຂອງປະທານ ໄກສອນ ພົມວິຫານ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ທຸກຊັ້ນຄົນ ຍາມໃດກໍມີຄວາມເສຍສະຫຼະ, ຖືເອົາຜົນປະໂຫຍດສ່ວນລວມສູງກວ່າຜົນປະໂຫຍດສ່ວນຕົວ ແລະ ຍົກໃຫ້ເຫັນປະຫວັດຄວາມເປັນມາ ຈຸດປະສົງ ແລະ ຫຼັກການຂອງອາຊຽນ; ໂອກາດ ແລະ ສິ່ງທ້າທາຍການເຂົ້າຮ່ວມປະຊາຄົມອາຊຽນ ຂອງ ສປປ ລາວ; ການເປັນເຈົ້າພາບ ແລະ ປະທານກອງປະຊຸມ ຂອບທະຫານອາຊຽນ ຂອງກອງທັບປະຊາຊົນລາວ ໃນປີ 2024 ຕື່ມອີກ.
ທັງນີ້, ກໍເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ-ນັກຮົບ ໃນກົມກອງຮັບຮູ້, ເຊື່ອມຊຶມກຳແໜ້ນຢ່າງເລິກເຊີ່ງກ່ຽວກັບປະຫວັດມູນເຊື້ອວັນຊາດ ທີ 2 ທັນວາ ແລະ ຄຸນສົມບັດ-ສິນທຳປະຕິວັດ, ຄຸນງາມຄວາມດີ ຂອງຜູ້ນຳປະຕິວັດ ທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ພ້ອມກັນຈົດຈຳມູນເຊື້ອທີ່ດີເດັ່ນ ແລະ ນໍາເອົາບົດຮຽນຂອງເພີ່ນມາເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມກ້າວໜ້າ, ມີຜົນງານອັນໃໝ່ ແລະ ສ້າງໃຫ້ກົມກອງ ມີທ່າກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມທັງເສີມຂະຫຍາຍມູນເຊື້ອສຳຄັນໃນການຕໍ່ສູ້ກູ້ຊາດ ເຂົ້າໃນຂະບວນການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ໃຫ້ປະກົດຜົນເປັນຈິງ, ຕັ້ງໜ້າປັບປຸງ, ຮັດແໜ້ນຄວາມສາມັກຄີປອງດອງທົ່ວປວງຊົນພາຍໃຕ້ຮົ່ມທຸງຂອງພັກ. ຍົົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກຄົນບໍ່ດີ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ເພິ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໃຫ້ມີຄວາມສັກສິດ, ເຊິດຊູນ້ຳໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພື່ອພັດທະນາຕົນເອງ, ຄອບຄົວ ແລະ ປະເທດຊາດ ຫຼຸດພົ້ນອອກຈາກຄວາມທຸກຍາກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ