ຄະນະນຳກົມ ວສ-ປສ ການທະຫານອວຍພອນ ສະຫາຍຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2024-12-04 13:22:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2054 | ຄວາມນິຍົມ:
ວັນທີ 3 ທັນວາ 2024 ນີ້, ຄະນະນຳກົມວິທະຍາສາດ-ປະຫວັດສາດ ການທະຫານ, ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ເນື່ອງໃນໂອກາດປີໃໝ່ສາກົນ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ເນື່ອງໃນໂອກາດທີ່ຈະໄປຮັບໜ້າທີ່ໃໝ່.
ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານນັກຮົບທົ່ວກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ອວຍພອນໄຊໃຫ້ທ່ານລັດຖະມົນຕີຈົ່ງມີສຸຂະພາບແຂງແຮງ, ມີຄວາມສຳເລັດໃນໜ້າທີ່ການງານ, ມີຄວາມສຸກກາຍສະບາຍໃຈໃນການຮັບໜ້າທີ່ໃໝ່ຂອງທ່ານ, ສືບຕໍ່ຊີ້ນຳວຽກງານວິທະຍາສາດ-ປະຫວັດສາດການທະຫານ ໃຫ້ນັບມື້ນັບມີທ່າກ້າວຂະຫຍາຍຕົວດີຂຶ້ນເລື້ອຍໆ.
ໂດຍ: ສອນໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ