ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ລາຍງານຜົນສຳເລັດຂອງການພິຈາລະນາຮັບຮອງ ບົດລາຍງານຂອງລັດຖະບານ ກ່ຽວກັບ ຂົງເຂດວຽກງານວັດທະນະທໍາ-ສັງຄົມ
ເວລາອອກຂ່າວ: 2024-12-04 13:30:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2186 | ຄວາມນິຍົມ:



ໃນວັນທີ່ 4 ທັນວາ 2024 ນີ້, ທ່ານ ຄໍາໃບ ດໍາລັດ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ ໄດ້ລາຍງານຜົນສຳເລັດຂອງການພິຈາລະນາຮັບຮອງ ບົດລາຍງານຂອງລັດຖະບານ ກ່ຽວກັບຜົນສຳເລັດການຄົ້ນຄວ້າພິຈາລະນາວຽກງານຂົງເຂດວັດທະນະທໍາ-ສັງຄົມ ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ຊຶ່ງປະກອບມີ 2 ວຽກງານຕົ້ນຕໍ ດັ່ງນີ້: ການຈັດຕັ້ງປະຕິບັດຍຸດທະສາດການການປະຕິຮູບການສຶກສາ ແລະ ການພັດທະນາຊັບພະຍາ ກອນມະນຸດ ແຫ່ງຊາດ ໃນໄລຍະຜ່ານມາ: ກອງປະຊຸມໄດ້ຮັບຟັງການລາຍງານຈາກຜູ້ຕາງໜ້າລັດຖະບານ ຊຶ່ງລາຍງານໂດຍ ທ່ານ ຮສ ປອ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໃນໄລຍະຜ່ານມາ, ຫຼັງຈາກນັ້ນ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ຂຶ້ນມີຄໍາເຫັນຕໍ່ບົດລາຍງານດັ່ງກ່າວ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງ ດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງສະເໜີວິທີການ ແລະ ມາດຕະການ ເພື່ອໃຫ້ລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງ ນໍາໄປຄົ້ນຄວ້າ, ປັບປຸງວຽກງານດັ່ງກ່າວໃຫ້ມີຜົນສຳເລັດດີຂຶ້ນ. ກອງປະຊຸມ ໄດ້ມີຄວາມເອກະພາບ ແລະ ສະແດງຄວາມຊົມເຊີຍຕໍ່ລັດຖະບານ ທີ່ໄດ້ມີຄວາມພະຍາຍາມ ຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ການພັດທະນາ ຊັບພະຍາກອນມະນຸດ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດແຜນຍຸດທະສາດການປະຕິຮູບລະບົບການສຶກສາ ແຫ່ງຊາດ ໄລຍະທີ 1 (2006-2010) ແລະ ໄລຍະທີ 2 (2010-2015) ເຫັນວ່າ: ການສຶກສາມີການຫັນປ່ຽນ ແລະ ມີຜົນສໍາເລັດຫຼາຍດ້ານ, ການສຶກສາປະຖົມພາກບັງຄັບ ໄດ້ຮັບການປັບປຸງລະບົບສາຍສາມັນສຶກສາໄດ້ເພີ່ມຈາກ 11 ປີ (5+3+3) ມາເປັນ 12 ປີ (5+4+3) ເຫັນວ່າ: ມີຄວາມເຫມາະສົມ, ເພາະເປັນການຍົກລະດັບຄວາມຮູ້ພື້ນຖານຂອງນັກຮຽນ ໃນສາຍສາມັນໃຫ້ມີຄວາມໜັກແໜ້ນຂຶ້ນ; ການລົບລ້າງຄວາມບໍ່ຮູ້ໜັງສື ໄດ້ດໍາເນີນຢ່າງກວ້າງຂວາງ ຕິດພັນກັບການປະຕິບັດແຜນງານລຶບລ້າງຄວາມທຸກຍາກຂອງລັດຖະບານ, ລະບົບກໍ່ ສ້າງສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ລວມທັງການສຶກສາສ້າງຄູ ມີການປ່ຽນແປງຫຼັກສູດ ແລະ ເນື້ອໃນການຮຽນ-ການສອນທຸກຊັ້ນທຸກສາຍ ໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນກວ່າເກົ່າ; ສະຖານການສຶກສາລະດັບຕ່າງໆ ໄດ້ຮັບການພັດທະນາທາງດ້ານປະລິມານ ແລະ ຄຸນນະພາບ ແລະ ໄດ້ຂະຫຍາຍໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກ ນັບມື້ທົ່ວເຖິງກວ່າເກົ່າ. ພ້ອມດຽວກັນນີ້, ໄດ້ທົບທວນການຈັດຕັ້ງປະຕິບັດ ຍຸດທະສາດການພັດທະນາຊັບພະຍາ ກອນມະນຸດ ແຫ່ງຊາດ ແຕ່ປີ 2010-2020 ແລະ 2021-2025, ໃນຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ປະກອບດ້ວຍແຜນປະຕິບັດງານ ທີ່ກວມເອົາ 6 ຍຸດທະສາດຫຼັກ ແລະ 3 ຍຸດທະສາດ ທີ່ປິ່ນອ້ອມ, ຊຶ່ງມາຮອດປັດ¬ຈຸບັນ, ຂັ້ນສູນກາງ ສຳເລັດແລ້ວ 19 ພາກ¬ສ່ວນ ໃນ 27 ພາກສ່ວນ, ຂັ້ນແຂວງ/ນະ¬ຄອນ¬ຫຼວງ ສຳ¬ເລັດ 16 ພາກສ່ວນ ໃນ 18 ພາກສ່ວນ. ສຳລັບການປະເມີນຜົນການຈັດຕັ້ງປະຕິບັດ 4 ກົດໝາຍ ໃນຂົງເຂດວັດທະະນທຳ-ສັງຄົມ: ກອງປະຊຸມ ໄດ້ຮັບຟັງການລາຍງານ ຈາກທ່ານ ລັດຖະມົນຕີຂອງ 4 ກະຊວງ ຄື: ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ. ຫຼັງຈາກນັ້ນ, ຜູ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ຂຶ້ນມີຄໍາເຫັນຕໍ່ບົດລາຍງານດັ່ງກ່າວ, ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ຄົ້ນຄວ້າປະກອບຄຳຄິດຄຳເຫັນ ຢ່າງກວ້າງ, ກົງໄປກົງມາ ໂດຍພື້ນຖານ ຜູ້ແທນສ່ວນຫຼາຍສະແດງຄວາມຊົມເຊີຍ ແລະ ເຫັນດີ ເປັນເອກະພາບ ຕໍ່ການລາຍງານຂອງລັດຖະບານ ຕໍກັບການຈັດຕັ້ງປະຕິບັດກົດ ໝາຍ 4 ສະບັບດັ່ງກ່າວ ໃນໄລຍະຜ່ານມາ ເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍມີຄວາມໜັກແໜ້ນຂຶ້ນ, ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ດີຂຶ້ນ, ແຕ່ເຖິງຢ່າງໃດກໍຕາມ ຜູ້ແທນ ຍັງສະແດງຄວາມເປັນຫ່ວງເປັນໃຍ, ໄດ້ຍົກໃຫ້ເຫັນບັນດາຂໍ້ຄົງຄ້າງ, ບັນດາສາເຫດ ແລະ ສະເໜີວິທີການ, ມາດຕະການແກ້ໄຂໃນຕໍ່ໜ້າ ເປັນຕົ້ນ: ການປັບປຸງກົດໝາຍ ແລະ ນິຕິກຳໄຕ້ກົດ ໝາຍໃນຕໍ່ໜ້າ ໃຫ້ແທດເໝາະກັບຕົວຈິງ, ສອດຄ່ອງກັບລັດຖະທຳມະນູນ,ກົດໝາຍ, ນິຕິກຳໄຕ້ກົດໝາຍ, ສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ ແລະ ການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ, ການປັບປຸງເນື້ອໃນຂອງກົດໝາຍ ຕ້ອງແນ່ໃສ່ ການແກ້ໄຂບັນຫາທີ່ເຫັນວ່າບໍ່ທັນສອດຄ່ອງ, ມີຊ່ອງວ່າງ, ການຈັດຕັ້ງປະຕິບັດມີຄວາມຊຳ້ຊ້ອນ, ບັນຫາທີ່ຂັດກັບກົດໝາຍ ຫຼື ນິຕິກຳອື່ນ ແລະ ເພີ່ມບາງເນື້ອໃນທີ່ກົດໝາຍຍັງບໍ່ທັນໄດ້ກຳນົດ ໃຫ້ຄົບຖ້ວນ, ຮັດກຸມ, ເປັນລະບົບຄົບຊຸດ, ຮີບຮ້ອນຄົ້ນຄວ້າຜັນຂະຫຍາຍມາດຕາຂອງກົດໝາຍ ທີ່ກຳນົດໃຫ້ອອກເປັນນິຕິກຳໃຕ້ກົດໝາຍ ແລະ ປະກາດໃຊ້ໂດຍໄວ. ພ້ອມກັນນັ້ນ, ໃຫ້ສືບຕໍ່ຄົ້ນຄວ້າ ແລະ ສັງລວມ ບັນດາມາດຕາຂອງກົດໝາຍທີ່ເຫັນວ່າ ມີຄວາມຈໍາເປັນຕ້ອງໄດ້ມີການປັບປຸງ ເພື່ອເຮັດໃຫ້ກົດໝາຍ ມີຄວາມສອດຄ່ອງ, ແທດເໝາະກັບສະພາບຕົວຈິງຂອງສັງຄົມ, ສາມາດຈັດຕັ້ງປະຕິບັດໄດ້, ປັບປຸງກົນໄກ ແລະ ຂັ້ນຕອນການປະສານງານກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ, , ການປະເມີນ ແລະ ການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໄຕ້ກົດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ລະຫວ່າງ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ບັນດາຂະແໜງ ການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ເພີ່ມທະວີການໂຄສະນາ, ເຜີຍແຜ່ ກົດໝາຍໃຫ້ເລິກເຊິ່ງ, ຕໍ່ເນື່ອງ, ກວ້າງຂວາງ, ທົ່ວເຖິງ ແລະ ແທດເໝາະກັບແຕ່ລະປະເພດເປົ້າໝາຍ ແນໃສ່ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ, ເປັນເອກະພາບ ຕໍ່ເນື້ອໃນແຕ່ລະກົດ ໝາຍ, ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ໃນທົ່ວສັງຄົມ, ລັດຖະບານ ກໍຄື ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ເຂັ້ມງວດຈັດຕັ້ງປະຕິບັດກົດ ໝາຍ, ກວດກາ ແລະ ປະເມີນຄືນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ເຫັນວ່າບໍ່ທັນສອດຄ່ອງ, ຈັດຕັ້ງປະຕິບັດຫຍຸ້ງຍາກ ໃຫ້ເປັນລະບົບ ແລະ ຕໍ່ເນື່ອງ ເພື່ອຮັບປະກັນການຄຸ້ມຄອງຢ່າງມີປະສິດທິພາບ ແລະ ສາມາດຈັດຕັ້ງປະຕິບັດໄດ້, ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສືບຕໍ່ຍົກສູງຄຸນນະພາບການປະຕິບັດພາລະບົດບາດດ້ານການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ໃຫ້ເປັນລະບົບ, ປົກກະຕິ, ຕໍ່ເນື່ອງ ແລະ ກ້າວໄປສູ່ການປັບປຸງກົດໝາຍດັ່ງກ່າວໃນຕໍ່ໜ້າ. ທັງໝົດນັ້ນ, ແມ່ນໄດ້ສະແດງເຖິງຄວາມຮັບຜິດຊອບໜ້າທີ່ການເມືອງຂອງລັດຖະບານ ໃນການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ, ການພັດທະນາຊັບພະຍາ ກອນມະນຸດແຫ່ງຊາດ ແລະ ການປະເມີນຜົນການຈັດຕຄັ້ງປະຕິບັດ 4 ກົດໝາຍຂົງເຂດວັດທະນະທໍາ-ສັງຄົມ ໃນໄລຍະຜ່ານມາ ແລະ ກຳນົດທິດທາງແຜນການໃນຕໍ່ໜ້າ ໃຫ້ມີປສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ