ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍໍ່ ປະທານ ໄກສອນ ພົມວິຫານ
ເວລາອອກຂ່າວ: 2024-12-04 13:44:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1815 | ຄວາມນິຍົມ:



ໃນວັນທີ 2 ທັນວາ 2024 ນີ້, ຄະນະພັກ-ຄະນະອຳນວຍການໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ. ນໍາໂດຍ ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ພ້ອມດ້ວຍຄະນະ ແລະ ຕາງໜ້າຄອບຄົວລູກຫຼານປະທານ ໄກສອນ ພົມວິຫານ, ມີຄະນະພັກ-ຄະນະບັນຊາ, ກອງພັນ ຕະຫຼອດຮອດອົງການຈັດຕັ້ງມະຫາຊົນເຂົ້າຮ່ວມວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍໍ່ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ ( 2 ທັນວາ 1975 - 2 ທັນວາ 2024 ) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ( 13 ທັນວາ 1920 - 13 ທັນວາ 2024 ) ເພື່ອເປັນການສະແດງເຖິງຄວາມຈົງຮັກພັກດີ, ລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງປະ ທ່ານ ໄກສອນ ພົມວິຫານ, ຜູ້ເປັນລູກຮັກຫຼານແພງຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ເປັນຜູ້ນຳທີ່ດີີເດັ່ນ ແລະ ເຄົາລົບຮັກ ຂອງພັກ, ຂອງປວງຊົນລາວທັງຊາດ, ເປັນວີລະບູບຸດແຫ່ງຊາດລາວ ທີ່ໄດ້ອຸທິດຕົນ ຍອມເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ໄດ້ສະຖາປານາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ໃຫ້ຊາວໂລກໄດ້ຮັບຮູ້ ຈົນມາເຖິງປັດຈຸບັນ. ຕໍ່ກັບຜົນງານຄຸນງາມຄວາມດີ ທີ່ໄດ້ກ່າວມານັ້ນ ການນໍາພັກ-ລັດ, ພະນັກງານ, ທະຫານ, ຕໍາຫຼວດ ປະຊາຊົນລາວບັນດາເຜົ່າ ກໍຄືນັກຮຽນ-ນັກສຶກສາປັນຍາຊົນ ເວົ້າສະເພາະ ແມ່ນພະນັກງານຮຸ່ນສືບທອດຂອງກອງທັບປະຊາຊົນລາວ ຕ້ອງຖືເອົາຄໍາສັ່ງສອນຂອງເພີ່ນມາສືກສາອົບຮົມໃຫ້ຖັນແຖວຂອງພະນັກງານ, ສະມາຊິກພັກໃຫ້ມີຄຸນສົມບັດສິນທໍາປະຕິວັດ ແລະ ເປັນຜູ້ສືບທອດພາລະກິດໃນການປົກປັກຮັກສາ-ສ້າງສາພັດທະນາປະເທດຊາດ ໃຫ້ຮຸ່ງເຮືອງສີວິໄລຂຶ້ນໄປເລື້ອຍໆ. ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນທ້າຍເດືອນພະຈິກ 2024 ທີ່ຜ່ານມາໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ຍັງໄດ້ຮ່ວມໃຈກັນບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ແລະ ເຜີຍແຜ່ຄວາມຮູ້ກຽ່ວກັບການປ້ອງກັນພະຍາດ ເຮັດໄອວີ. ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ນາງ ວັນສຸກ ແກ້ວປະເສີດ ຫົວໜ້າພະແນກເສນາຮັກໂຮງຮຽນ ພ້ອມດ້ວຍຄະນະ ແລະ ສະຫາຍ ໄພລິນ ສັກກະທິນ ຕາງໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກ ແຂວງຈຳປາສັກ, ມີພະນັກງານວິຊາການແພດໝໍ ແລະ ອ້າຍນ້ອງນັກຮຽນ ເຂົ້າຮ່ວມ. ໂດຍ: ຄໍາແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ