ໂຮງໝໍບໍລິເວນ 107 ສຳເລັດການອົບຮົມ ປະຈຳປີ 2024
ເວລາອອກຂ່າວ: 2024-12-05 09:16:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 370 | ຄວາມນິຍົມ:
ທ້າຍເດືອນຕຸລາ ຫາ ເດືອນພະຈິກ 2024 ນີ້, ໂຮງບໍລິເວນ 107 ໄດ້ສຳເລັດການອົບຮົມ ປະຈຳປີ 2024, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ໄພວັນ ຈັນທະສຸກ ຮອງເລຂາຄະນະພັກຮາກຖານ, ອຳນວຍການໂຮງໝໍບໍລິເວນ 107 ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ມີບັນດາຫົວໜ້າພະແນກ-ຂະ
ແໜງການ ຕະຫຼອດຮອດພະນັກ ງານ-ນັກຮົບທົ່ວກົມກອງເຂົ້າຮ່ວມ.
ສະຫາຍ ພັນຕີ ສົມພອນ ພວງແກ້ວ ຮອງຫົວໜ້າພະແນກ ການເມືອງ ໄດ້ຜ່ານຄຳສັ່ງແນະ ນຳຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງອົບ
ຮົມການເມືອງ ປະຈຳປີ 2024 ເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງຂອງກົມກອງ, ເຮັດໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມຕໍ່ລະບຽບວິໄນຂອງກອງທັບ, ກົດໝາຍຂອງລັດ. ໃນການອົບຮົມຄັ້ງນີ້ໄດ້ແບ່ງອອກເປັນ 3
ໄລຍະ ເຊິ່ງມີ 3 ຂົງເຂດວຽກງານຫຼັກຄື: ຂົງເຂດວຽກງານການເມືອງ ອົບຮົມກ່ຽວກັບວຽກງານພັກ-ວຽກງານການເມືອງ, ປັດຊະຍາ, ລັດ ແລະ ກົດໝາຍ, ຂົງເຂດວິຊາສະເພາະເຕັກນິກການແພດ ອົບຮົມກ່ຽວກັບກົດໝາຍ ວ່າດ້ວຍການປິ່ນປົວ (ສະບັບປັບປຸງ) ປະກອບມີ 10 ໝວດ 78 ມາດຕາ, ຂົງເຂດວຽກງານພະລາທິການ-ເຕັກນິກອົບຮົມກ່ຽວກັບໜ້າທີ່ພື້ນຖານຂອງວຽກງານພະລາທິການ, ຫຼັກການພື້ນຖານຂອງວຽກງານພະລາທິການ ແລະ ຂໍ້ກຳນົດ ວ່າດ້ວຍການຄຸ້ມຄອງເບີກຈ່າຍວັດຖຸ ແລະ ການນຳໃຊ້ພາຫະນະເຕັກນິກຂອງກະຊວງປ້ອງກັນ
ປະເທດ ແລະ ກົມໃຫຍ່ພະລາ ທິການກອງທັບວາງອອກ. ໃນການເຜີຍແຜ່ ໂດຍແມ່ນຄະນະພັກ-ຄະນະບັນຊາ ແລະ ວິຊາການທີ່ຮັບຜິດຊອບເປັນຜູ້ຂຶ້ນຫ້ອງເຜີຍແຜ່ບັນດາເອກະສານດັ່ງກ່າວ.
ໂດຍ: ນາງ ສຸລິຈັນ ພັດທະນາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ