ມອບ-ຮັບໜ້າທີ່ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ
ເວລາອອກຂ່າວ: 2024-12-05 09:21:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 370 | ຄວາມນິຍົມ:
ພິທີມອບ-ຮັບໜ້າທີ່ ຮອງຫົວໜ້າ ຫ້ອງການເມືອງ ກອງບັນຊາການທະຫານແຂວງອຸດົມ ໄຊ ໄດ້ຈັດຂຶ້ນໃນວັນທີ 26 ພະ ຈິກ 2024 ນີ້, ໂດຍມີ ສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ເລຂາ ຄະນະພັກກອງບັນຊາການ, ຫົວ ໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ, ມີຄະ ນະພັກ-ຄະນະບັນຊາຕະຫຼອດຮອດຫົວໜ້າ-ຮອງຫົວໜ້າພະແນກ ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງລີ ຈຽງນຸສອນ ກໍາມະການຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບການນຳພາ, ຈັດຕັ້ງເຄື່ອນໄຫວຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນທີ່ຕັ້ງ, ພາລະບົດບາດໃນໜ້າທີ່ວຽກງານພັກ-ວຽກງານການເມືອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະ ເທດວາງອອກ, ໃນການຊີ້ນຳ-ນຳພາພະແນກການ ຕະຫຼອດໃນໄລຍະຜ່ານມາ ພ້ອມທັງມອບຮັບໜ້າທີ່ໃຫ້ຄະນະພັກຫ້ອງການເມືອງ ສືບຕໍ່ນຳພາ-ຊີ້ນໍາ ຈັດຕັ້ງປະຕິບັດໝ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ