ສະຫຼຸບຖອດຖອນບົດຮຽນ ການເຂົ້າຮ່ວມຊ້ອມຮົບປະສານສົບທົບຫຼາຍປະເທດ ລະຫັດ " ສັນຕິພາບ ມິດຕະພາບ - 2023 " AMAN YOUYI - 2023
ເວລາອອກຂ່າວ: 2024-12-05 09:43:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 669 | ຄວາມນິຍົມ:
ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການເຂົ້າຮ່ວມຊ້ອມຮົບປະສານສົບທົບຫຼາຍປະເທດ ລະຫັດ " ສັນຕິພາບ ມິດຕະພາບ - 2023 " AMAN YOUYI - 2023 ໄດ້ຈັດຂຶ້ນ. ໃນວັນທີ 4 ທັນວາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະຮັບຜິດຊອບຊີ້ນໍາລວມ, ບັນດາອະນຸກຳມະການຮັບປະກັນ ແລະ ພະນັກງານ-ນັກຮົບ ທີ່ເຂົ້າຮ່ວມການຊ້ອມຮົບຫຼາຍຝ່າຍ ຢູ່ ສປ ຈີນ ເຂົ້າຮ່ວມ.
ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ຄະນະຮັບຜິດຊອບເນື້ອໃນການຈັດຕັ້ງຊ້ອມຮົບຮ່ວມປະສານສົບທົບຫຼາຍປະເທດ ລະຫັດ " ສັນຕິພາບ ມິດຕະພາບ - 2023 " ໄດ້ສະຫຼຸບຕີລາຄາຄືນຜົນສຳເລັດການຈັດຕັ້ງຊ້ອມຮົບຮ່ວມປະສານສົມທົບຫຼາຍປະເທດ ທີ່ ສປ ຈີນ ເປັນເຈົ້າພາບໃນປີ 2023 ຜ່ານມາວ່າ: ການຊ້ອມຮົບຮ່ວມຫຼາຍຝ່າຍຄັ້ງນີ້ ເປັນຄັ້ງທໍາອິດ ທີ່ກອງທັບປະຊາຊົນລາວ ໄດ້ນຳພາກຳລັງເຂົ້າຮ່ວມ ເຊິ່ງປະກອບມີ 6 ປະເທດເຂົ້າຮ່ວມຄື: ສປ ຈີນ, ກຳປູເຈຍ, ລາວ, ມາເລເຊຍ, ໄທ ແລະ ຫວຽດນາມ. ໃນນັ້ນ, ຄະນະຊີ້ນຳ ໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ສິດ ຕິດແທດແຕ່ຕົ້ນຕະຫຼອດປາຍ, ເລີ່ມແຕ່ການສ້າງແຜນການ, ກະກຽມເນື້ອໃນຫັດແອບ, ວັດຖຸອຸປະກອນ ແລະ ການກະກຽມກຳລັງເຂົ້າຮ່ວມການຫັດແອບໄດ້ທັນເວລາ, ເຮັດໃຫ້ການຈັດຕັ້ງປະຕິບັດຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງມີຄວາມຄ່ອງຕົວດີ, ສະແດງອອກໃນເວລາເຂົ້າຮ່ວມຊ້ອມຮົບ ຢູ່ ສປ ຈີນ ບັນດາຄູຫັດແອບໄດ້ຈັດຕັ້ງເຊື່ອມຊຶມໜ້າທີ່, ເຮັດວຽກງານກະກຽມ ແລະ ຈັດຕັ້ງຫັດແອບຖືກຕາມລໍາດັບບາດກ້າວວຽກງານເສນາ, ຖືກຕາມບາດກ້າວຄວາມມຸ່ງປະສົງຂອງການຫັດແອບ ແລະ ຕາມກຳນົດເວລາທີ່ໄດ້ກໍານົດ ຮັບປະກັນຄວາມປອດໄພ 100% ຕະຫຼອດໄລຍະປະຕິບັດການຊ້ອມຮົບສາມາດເສີມຂະຫຍາຍໄດ້ສາຍພົວພັນທີ່ເປັນມິດລະຫວ່າງບັນດາ ປະເທດໃນຂົງເຂດພາກພື້ນລົງສູ່ລວງເລິກ, ເພີ່ມທະວີຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ທາງດ້ານການເມືອງ, ເສີມສ້າງປະຊາຄົມຮ່ວມຊະຕາກຳໃນອານາຄົດ, ສົ່ງເສີມການແລກປ່ຽນຮ່ວມມືດ້ານການທະຫານ, ເສີມຂະຫຍາຍວິໄສທັດ, ເພີ່ມທະວີຄວາມເຂັ້ມແຂງ ມີທັດສະນະການຮ່ວມມືທີ່ເປັນເອກະພາບ, ລວມສູນ, ພ້ອມກັນປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ, ຍົກສູງຄວາມສາມາດຮັບມືກັບລັດທິກໍ່ການຮ້າຍ, ຄວາມສາມາດເຄື່ອນໄຫວທາງການທະຫານ, ເປັນພື້ນຖານໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງໃນທຸກໆດ້ານ, ເພື່ອໃຫ້ທຽບທັນກັບກອງທັບບັນດາປະເທດ ແລະ ສາມາດກຽມພ້ອມຮັບມືກັບທຸກສະຖານະການໄດ້. ໃນກອງປະຊຸມຍັງ ໄດ້ພ້ອມກັນປະກອບຄໍາຄິດເຫັນ ຢ່າງກົງໄປກົງມາ ເພື່ອພ້ອມກັນ ເສີມຂະຫຍາຍດ້ານດີ ແລະ ຊອກ ວິທີິການປັບປຸງແກ້ໄຂບັນຫາທີ່ ຍັງຄົງຄ້າງໃຫ້ດີຂຶ້ນກວ່າເກົ່າ. ຈາກນັ້ນ, ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຕາງໜ້າໃຫ້ອະນຸກໍາມະການ ການເມືອງ ຜ່ານຂໍ້ຕົກລົງ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ຊັ້ນ III ໃຫ້ແກ່ ຄະນະຊີ້ນໍາ, ບັນດາອະນຸກຳມະການຮັບປະກັນ ແລະ ກໍາລັງເຂົ້າຮ່ວມຊ້ອມຮົບຫຼາຍຝ່າຍ ທີ່ ສປ ຈີນ ຈໍານວນ 57 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ ຈຳນວນ 45 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ຈໍານວນ 22 ສະຫາຍ.
ໂອກາດນີ້ ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ມີຄໍາເຫັນໂອ້ລົມ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ຄະນະຊີ້ນໍາລວມຕະຫຼອດຮອດ ພະນັກງານ-ນັກຮົບ ທີ່ໄດ້ເຂົ້າຮ່ວມການຊ້ອມຮົບປະສານສົບທົບຫຼາຍປະເທດ ໃນຫົວຂໍ້ " ສັນຕິພາບ ມິດຕະພາບ - 2023 " ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ຢ່າງຈົບງາມ ເຊິ່ງເປັນບາດກ້າວ ອັນໃໝ່ຂອງກອງທັບເຮົາ ແລະ ສະຫາຍ ຍັງໄດ້ ເນັ້ນໜັກໃຫ້ເອົາໃຈ ໃສ່ວຽກງານຫັດແອບຊ້ອມຮົບ ໃຫ້ເປັນປົກກະຕິ, ຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານ ສິລະປະຍຸດ-ຍຸດທະວິທີ ວິຊາສະເພາະໃຫ້ສູງຂຶ້ນ, ເອົາໃຈໃສ່ປັບປຸງແກ້ໄຂຈຸດ ອ່ອນຂໍ້ຄົງຄ້າງໃຫ້ດີຂຶ້ນເທື່ອລະກ້າວ ເພື່ອຮັບປະກັນໃຫ້ແກ່ການຊ້ອມຮົົບໃນຕໍ່ໜ້າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ