ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ຕ້ອນຮັບຄະນະຊ່ຽວຊານການແພດ ສປ ຈີນ ຊຸດທີ 12
ເວລາອອກຂ່າວ: 2024-12-05 15:29:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 609 | ຄວາມນິຍົມ:



ວັນທີ 4 ທັນວາ 2024 ນີ້, ຄະນະພັກ-ຄະນະອໍານວຍການໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ຕ້ອນຮັບ ສະຫາຍ ພັນເອກ ພິເສດ ຮສ ອານຈຽຍເຈີ ຫົວໜ້າຄະນະຊ່ຽວຊານການແພດຈາກໂຮງໝໍຊີຈິງ ມະຫາວິທະຍາໄລການແພດທະຫານອາກາດ ກອງທັບປົດປ່ອຍປະຊາຊົນຈີນ ຊຸດທີ 12 ພ້ອມດ້ວຍຄະນະຢ່າງອົບອຸ່ນ. ໃນໂອກາດມາປະຕິບັດໜ້າທີ່ຊ່ວຍເຫຼືອດ້ານການແພດຢູ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໃນໄລຍະເວລາ 6 ເດືອນ. ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ຮສ ປອ ສະແຫວງໄຊ ດາລາສາດ ຜູ້ອໍານວຍການ, ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ກ່າວຕ້ອນຮັບຄະນະຊ່ຽວຊານ ຊຸດທີ 12 ຢ່າງເປັນທາງການ ພ້ອມທັງລາຍງານການເຄື່ອນໄຫວອັນພົ້ນເດັ່ນຂອງໂຮງໝໍໃນໄລຍະສ້າງຕັ້ງເຖິງປັດຈຸບັນໂດຍຫຍໍ້ໃຫ້ແກ່ຄະນະຊ່ຽວຊານ ແລະ ໄດ້ຊັບຊ້ອນ-ມອບໝາຍໜ້າທີ່ໃຫ້ແກ່ຊ່ຽວຊານແຕ່ລະສະຫາຍເຂົ້າປະຈໍາການໃນບັນດາພະແນກການ ເພື່ອປະຕິບັດໜ້າທີ່ຕາມຄວາມແທດເໝາະ. ສະຫາຍ ພັນເອກ ພິເສດ ຮສ ອານຈຽຍເຈີ ໄດ້ກ່າວສະແດງຄວາມຂອບໃຈໃນການຕ້ອນຮັບຢ່າງອົບອຸ່ນຂອງຄະນະອໍານວຍການໂຮງໝໍສູນກາງ 103 ກອງທັບ ໃນຄັ້ງນີ້, ພ້ອມທັງກ່າວວ່າຈະສືບຕໍ່ໃຫ້ຄວາມຮ່ວມມື ຊ່ວຍເຫຼືອພັດທະນາວິຊາການດ້ານການແພດຮ່ວມກັບພະນັກງານຂອງໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ເພື່ອເສີມສ້າງໂຮງໝໍໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງໃນດ້ານເຕັກນິກ ແລະ ວິຊາການຍິ່ງໆຂຶ້ນໄປຢ່າງບໍ່ຢຸດຢັ້ງ. ຊ່ຽວຊານ ຊຸດທີ 12 ປະກອບມີຊ່ຽວຊານດ້ານພະແນກຜົ້ງທ້ອງ (ຕັບ ແລະ ບີ), ຊ່ຽວຊານດ້ານພະແນກກະດູກ (ໂດຍສະເພາະແມ່ນກະດູກຂອງເດັກນ້ອຍ), ຊ່ຽວຊານພະແນກເສັ້ນເລືອດຫົວໃຈ, ຊ່ຽວຊານພະແນກໄຟໄໝ້ຜິວໜັງ ແລະ ຜ່າຕັດຜິວໜັງ, ຊ່ຽວຊານພະແນກເສັ້ນປະສາດພາຍນອກ, ຊ່ຽວຊານພະຍາບານ. ໂດຍ: ໂຊກທະວີ ແກ້ວບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ