ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ວປກ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ ສຳຄັນຂອງຊາດ-ຂອງພັກ
ເວລາອອກຂ່າວ: 2024-12-05 15:46:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 900 | ຄວາມນິຍົມ:



ວັນທີ 4 ທັນວາ 2024 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດສໍາຄັນຂອງຊາດ-ຂອງພັກ ຄື: ວັນຊາດທີ 2 ທັນວາ ຄົບຮອບ 49 ປີ (2 ທັນວາ 1975 - 2 ທັນວາ 2024) ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ (13 ທັນວາ 1920-13 ທັນວາ 2024) ໂດຍການເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ, ຄະນະວິຊາຄູ, ຄະນະຮັບຜິດຊອບນັກສຶກສາ, ຕະຫຼອດຮອດນາຍ ແລະ ພົນທະຫານ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ຍົກໃຫ້ເຫັນຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງທີ່ເປັນມູນເຊື້ອຂອງວັນຊາດທີ 2 ທັນວາ ເຊິ່ງເປັນໝາກຜົນແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າຕ້ານກັບຜູ້ຮຸກຮານຂອງຈັກກະພັດຕ່າງດ້າວແບບເກົ່າ ແລະ ແບບໃໝ່ ເພື່ອຫຼຸດພົ້ນຈາກຄວາມເປັນຂ້ອຍຂ້າ, ຍາດເອົາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖວ້ນມາໃຫ້ແກ່ປະເທດຊາດ. ຈົນໄດ້ສະຖະປານາປະເທດຊາດເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ, ທັງເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວ ສັນຕິພາບ, ເອກກະລາດ, ປະຊາທິປະໄຕ, ເອກກະພາບ, ວັດທະນະຖາວອນ. ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງດັ່ງກ່າວ ແມ່ນໄດ້ມາຈາກນໍ້າໃຈຮັກຊາດອັນສູງສົ່ງ, ນໍ້າໃຈເດັດດ່ຽວຕໍ່ສູ້ຢ່າງອົງອາດກ້າແກ່ນ ສູ້ຮົບທົນທານໜຽວແໜ້ນບົນພື້ນຖານຄວາມສະມັກຄີເປັນເອກະພາບ ໃນການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ຕະຫຼອດໄລຍະ 49 ປີຜ່ານມາເຮັດໃຫ້ປະເທດຊາດໄດ້ມີສະຖຽນລະພາບທາງດ້ານການເມືອງໝັ້ນຄົງ, ເສດຖະກິດ-ສັງຄົມໄດ້ຮັບການພັດທະນາເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ, ໂອກາດດຽວກັນນີ້, ສະຫາຍ ພັນເອກ ປອ ສອນທະນູ ແກ້ວໝື່ນເຮືອງ ຫົວໜ້າຫ້ອງການ ວປກ ຍັງໄດ້ເລົ່າຄືນເຖິງຄຸນສົມບັດສິນທຳປະຕິວັດອັນສູງສົ່ງຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເຊິ່ງທ່ານ ແມ່ນຜູ້ທີ່ຮັກຊາດ ແລະ ແມ່ນນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດຜູ້ນຳຂອງພັກ-ລັດ ທີ່ປີຊາສາມາດສະຫຼາດສ່ອງໃສ ທ່ານເປັນນັກທິດສະດີ, ໄປຄຽງຄູ່ກັບພຶດຕິກໍາຕົວຈິງ, ເຊິ່ງທ່ານແມ່ນເປັນສັນຍາລັກແກ່ນສານ ຂອງຄວາມສະມັກຄີພາຍໃນພັກ ແລະ ຂອງຊາດ ທ່ານໄດ້ຊີ້ນໍາປຸກລະດົມປະຊາຊົນລາວບັນດາເຜົ່າລຸກຮືຂຶ້ນຢຶດອຳນາດທົ່ວປະເທດ ໃນປີ 1974-1975 ດ້ວຍ 3 ບາດຄ້ອນຍຸດທະສາດຢ່າງມີພິກໄຫວ ເພື່ອຢຶດອໍານາດທົ່ວປະເທດ. ໂດຍ: ນາງ ວິໄລລັກ ກາຖາຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ