ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ
ເວລາອອກຂ່າວ: 2024-12-05 15:48:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 808 | ຄວາມນິຍົມ:



ໃນລະຫວ່າງ ວັນທີ 27 ພະຈິກ - 2 ທັນວາ 2024 ນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຂອງກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຂອງກະຊວງປ້ອງກັນປະເທດ ຢູ່ 3 ຈຸດສຸມ ເມືອງຊຽງຄໍ້ ແຂວງຫົວພັນ ຄື: ຈຸດສຸມ ລາວຮຸ່ງພຽງສາ, ຈຸດສຸມ ມອງນໍ້າ ແລະ ຈຸດສຸມແກ້ວແວ່ນ. ການເຄື່ອໄຫວວຽກງານຕິດຕາມ, ກວດກາ ແລະ ຊຸກຍູ້ໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຂອງກະຊວງປ້ອງກັນປະເທດ, ຢູ່ 3 ຈຸດສຸມ ເມືອງຊຽງຄໍ້ ແຂວງຫົວພັນ ໃນຄັ້ງນີ້, ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຂອງກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຮ່ວມກັບອົງການຈັດຕັ້ງການນໍາເມືອງຊຽງຄໍ້ ແຂວງຫົວພັນ ເພື່ອລາຍງານຄວາມຄືບໜ້າກ່ຽວກັບການກວດກາໂຄງການກໍ່ສ້າງພື້ນຖານໂຄງລ່າງ, ເປັນຕົ້ນໂຄງການກໍ່ສ້າງຂົວຂ້າມນໍ້າມ່າ, ສໍາເລັດການກະກຽມສະໜາມກໍ່ສ້າງຂົວ, ເລີ່ມເທຂາງຂົວ, ການເຈາະເສົາເຂັມຫົວຂົວ ໄດ້ 50%, ຢູ່ຈຸດທີໜຶ່ງໂຄງການກໍ່ສ້າງອູ່ຂ້າມນໍ້າມ່າຈຸດບ້ານໂພນທອງ, ກວດກາການກໍ່ສ້າງເສັ້ນທາງຊອຍຂອງເທສະບານ ເມືອງຊຽງຄໍ້ ແຂວງຫົວພັນ ໄດ້ 70%. ໃນໂອກາດດຽວກັນນີ້, ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຂອງກະຊວງປ້ອງກັນປະເທດ ຍັງໄດ້ເຄື່ອນໄຫວຖອດຖອນບົດຮຽນການພັດທະນາຈຸດສຸມລຽບຊາຍແດນຂອງສອງກອງທັບ ລາວ-ຫວຽດນາມ ຢູ່ກຸ່ມບ້ານຜາແດງ ເມືອງກ້ວນ ແຂວງຫົວພັນ, ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ປະຊາຊົນປູກມັນສາຄູ, ສົ່ງປ້ອນເຂົ້າໂຮງງານໂກອີໂກ, ຜະລິດເປັນແປ້ງ ແລະ ເສັ້ນລ້ອນ, ເຫັນວ່າໂຄງການດັ່ງກ່າວໄດ້ຮັບການຕອບຮັບຈາກປະຊາຊົນ ແລະ ການຮ່ວມມືກັບບໍລິສັດດັ່ງກ່າວເປັນຢ່າງດີ. ຈາກນັ້ນ, ພາຍຫຼັງສໍາເລັດວຽກງານການຕິດຕາມ, ກວດກາ ແລະ ຊຸກຍູ້ໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຂອງກະຊວງປ້ອງກັນປະເທດ, ຢູ່ 3 ຈຸດສຸມ ເມືອງຊຽງຄໍ້ ແຂວງຫົວພັນ, ສະຫາຍ ພົນຈັດຕະວາ ວົງສັກສີ ພັນດອນ ພ້ອມດ້ວຍຄະນະນໍາກົມວິຊາສະເພາະ ແລະ ພະນັກງານ, ວິຊາການ ທີ່ກ່ຽວຂ້ອງ ຍັງໄດ້ເຄື່ອນໄຫວຊີ້ນໍາກວດກາພື້ນທີ່ການລ້ຽງສັດຢູ່ພູຈອມກູບ ເມືອງຊໍາເໜືອ ແຂວງຫົວພັນ ຕື່ມອີກ. ໂດຍ: ຄໍາປະສົງ ລາດຊະວົງ ພາບ: ວິຊາການ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ