ສອງກົມກອງ ທະຫານແຂວງໄຊຍະບູລີ ຫັດແອບ ຊ້ອມຮົບປະສານສຽງແຕກຍິງລູກປືນແທ້
ເວລາອອກຂ່າວ: 2024-12-06 09:15:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 634 | ຄວາມນິຍົມ:
ໃນວັນທີ 25 ພະຈິກ 2024, ສອງກົມກອງ ຄື: ກອງພັນ 410 ແລະ ກອງຮ້ອຍທະຫານຊາຍແດນ 153 ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດຕັ້ງຫັດແອບ ຊ້ອມຮົບ ປະສານສຽງແຕກຍິງລູກປືນແທ້ ປະຈຳປີ 2024, ໂດຍມີ ສະຫາຍ ພອນສະຫວັນ ໄຊສົມພັນ ເຈົ້າເມືອງ ເມືອງຫົງສາ ແຂວງໄຊຍະບູລີ, ສະຫາຍ ພັນໂທ ເສິນ ໄຊຍະພອນ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊຍະບູລີ, ຄະນະພັກ-ຄະບັນຊາ ຕະຫຼອດຮອດ ພະນັກງານ-ນັກ ຮົບ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ຄຳ ອຸທຸມພອນ ຫົວໜ້າຈຸຄູພາກສະໝາມ ໄດ້ຕາງໜ້າໃຫ້ທັງສອງກົມກອງ ອະທິບາຍແຜນຮ່າງຕ່າງໆ ໃນການຈັດຕັ້ງປະຕິບັດຫັດແອບ ຊ້ອມຮົບປະສານສຽງແຕກຍິງລູກປືນແທ້, ພ້ອມທັງລາຍງານ ກ່ຽວກັບແຜນການລວມໃນການກະກຽມພ້ອມເຄື່ອນທັບປະສານສຽງແຕກຮ່ວມກັນລະຫວ່າງສອງກົມກອງ ທັງນີ້, ເພື່ອເປັນການສະຫຼຸບສັງລວມບັນດາບົດຮຽນທີ່ໄດ້ເຝິກແອບຮ່ຳຮຽນໃນໄລຍະຜ່ານມາ ເພື່ອເຮັດໃຫ້ນັກເຝິກອົບຮົມແຕ່ລະສະຫາຍມີຄວາມຊຳນິຊຳນານ, ມີຄວາມຄ່ອງແຄ່ວ, ວ່ອງໄວ ໃນການທຳລາຍເປົ້າໝາຍຕາມທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ ທາງດ້ານສິລະປະຍຸດ-ຍຸດທະວິທີ ໃນການນຳໃຊ້ອາວຸດກະສຸນ ເຂົ້າໃນວຽກງານກຽມພ້ອມສູ້ຮົບ. ຜ່ານການຫັດແອບຕົວຈິງ ເຫັນວ່າໄດ້ຮັບຜົນສຳເລັດຕາມແຜນການ ແລະ ຮັບປະກັນໄດ້ຄວາມປອດໄພ 100%.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ