ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ກອງ​ປະຊຸມ​ສະພາ​ສອບເສັງ​ພາກຮຽນ​ທີ I ຂອງ​ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ
ເວລາອອກຂ່າວ: 2025-01-16 09:16:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 774 | ຄວາມນິຍົມ:



ວັນ​ທີ 9 ມັງກອນ 2024 ນີ້, ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ໄດ້​ຈັດ​ກອງ​ປະຊຸມ​ສະພາ​ສອບເສັງ​ພາກຮຽນ​ທີ I ປະຈຳ​ສົກຮຽນ 2024-2025. ໂດຍ​ການ​ເປັນ​ປະທານຂອງ​ສະຫາຍ ພັນ​ເອກ ເພັດ​ສະໝອນ ວິລະ​ວອນ ຫົວໜ້າ​ການ​ທະຫານ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ, ມີ​ຄະນະ​ຫ້ອງ 4 ຫ້ອງ, 2 ກອງພັນ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ແລະ ນ້ອງ​ນັກຮຽນ​ທົ່ວ​ໂຮງຮຽນ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ດາ​ວັນ ສິມ​ໃບ​ມະນີ ຮອງ​ຫົວໜ້າ​ຫ້ອງ​ສຶກ​ສາ ໄດ້​ຜ່ານ​ແຜນການ​ສອບເສັງ ແລະ ຂໍ້​ຕົກລົງ​ວ່າ​ດ່ວຍ​ການ​ແຕ່ງຕັ້ງ​ຄະນະ​ຊີ້​ນຳ, ອະນຸ​ກຳມະການ ສອບເສັງ​ພາກຮຽນ​ທີ I ປະຈຳ​ສົກຮຽນ 2024-2025.ຈາກ​ນັ້ນ, ສະຫາຍ ພັນ​ເອກ ສັງ​ທອງ ສຸກ​ສີ​ສະຫວາດ ຫົວໜ້າ​ຫ້ອງ​ສຶກ​ສາ ກໍ​ໄດ້​ຜ່ານ​ກົດ​ລະບຽບ​ການ​ສອບເສັງ, ສິດ ແລະ ໜ້າທີ່ ຂອງ​ກຳມະການ​ຍາມ​ຫ້ອງ​ສອບ ເສັງ ແລະ ຜ່ານ​ຕາຕະລາງ​ສອບເສັງ. ທັງ​ນີ້, ກໍ​ເພື່ອ​ເປັນ​ການ​ກວດກາ​ຄືນ​ໃນ​ການຈັດຕັ້ງ​ການ​ຮຽນ-ການ​ສອນ ໃນ​ໄລຍະ​ໜຶ່ງ​ພາກຮຽນ​ທີ່​ຜ່ານ​ມາຂອງ​ຄູ-ອາ ຈານ ແລະ ນັກຮຽນ, ເປັນ​ການ​ປະຕິບັດ​ຂັ້ນ​ຕອນ ບາດກ້າວ​ຂອງ​ການ​ຮຽນ-ການ​ສອນ ຂອງ​ລະບົບ​ສາມັນ​ສຶກ​ສາ​ຕາມ​ທີ່​ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ​ວາງ​ອອກ ແລະ ເປັນ​ການ​ວັດແທກ ປະ​ເມີນ​ຜົນ​ການ​ຮຽນ-ການ​ສອນ ພ້ອມ​ທັງ​ເປັນ​ການ​ຮັບປະກັນ​ໃຫ້​ບັ້ນ​ດຳເນີນ​ການ​ສອບເສັງ ໃຫ້​ນັກຮຽນ ມ. 2, ມ. 6 ແລະ ມ. 7 ເຂົ້າ​ຮ່ວມ​ສອບເສັງ​ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ, ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ບັນລຸ​ຕາມ​ແຜນການ​ວາງ​ອອກ​ໃຫ້​ໄດ້​ຮັບ​ຜົນ​ສູງ. ໂອກາດ​ນີ້, ສະຫາຍ ພັນ​ເອກ ເພັດ​ສະໝອນ ວິລະ​ວອນ ກໍ​ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍ​ທີ່​ຖືກ​ແຕ່ງຕັ້ງ ຮັບຜິດຊອບ​ນັ້ນ ຈົ່ງ​ພ້ອມ​ກັນ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່ ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້​ປະສົບ​ຜົນສຳເລັດ, ຮັກສາ​ຈັນ​ຍາ​ບັນ-ຈັນຍາທຳ, ຮັກສາ​ຄວາມ​ສະຫງົບ​ໃຫ້​ໄດ້ 100%, ປະຕິບັດ​ບັດ​ຕາມ​ກົດ​ລະບຽບ ເພື່ອ​ເຮັດ​ໃຫ້ການ​ສອບເສັງ​ພາກຮຽນ​ທີ I ສົກຮຽນ 2024-2025 ນີ້​ໄດ້​ຮັບ​ໝາກຜົນ​ຕາມ​ຂາດ​ໝາຍ​ທີ່​ວາງ​ໄວ້. ໂດຍ: ໂອ​ລິນ ມິ່ງ​ມີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ