ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ຫ້ອງການເມືອງ ປກສ ເຂົ້າອວຍພອນ ຫ້ອງການເມືອງ ກມທ
ເວລາອອກຂ່າວ: 2025-01-17 16:09:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 848 | ຄວາມນິຍົມ:



ວັນທີ 17 ມັງກອນ 2025 ນີ້, ສະຫາຍ ພັນໂທ ແປງສີ ສົມພອນເທວາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ. ໂອກາດນີ້, ສະຫາຍ ພັນໂທ ແປງສີ ສົມພອນເທວາ ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະບັນຊາຕະຫຼອດຮອດ ພະນັກງານ-ນັກຮົບ ຫ້ອງການເມືອງ ປ້ອງກັນຄວາມສະຫງົບ ກ່າວຄໍາອວຍພອນໄຊອັນປະເສີດມາຍັງ ຄະນະນໍາ,ພະນັກງານ-ນັກຮົບ ທົ່ວຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ຈົ່ງມີສຸຂະພາບແຂງແຮງ, ມີຜົນສຳເລັດໃນໜ້າທີ່ວຽກງານທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້. ໂອກາດດຽວກັນນີ້, ສະຫາຍ ພັນເອກ ອໍາພອນ ສຸກວິໄຊ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ກ່າວສະແດງຄວາມຂອບໃຈຕໍ່ສະຫາຍ ພັນໂທ ແປງສີ ສົມພອນເທວາ ພ້ອມຄະນະ ທີ່ນໍາເອົາຄວາມອົບອຸ່ນ, ຄວາມສາມັກຄີຮັກແພງ ແລະ ຄໍາອວຍພອນໄຊອັນປະເສີດມາສູ່ກອງທັບ ເວົ້າລວມ, ເວົ້າສະເພາະແມ່ນຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບໃນຄັ້ງນີ້ ພ້ອມທັງອວຍພອນຄືນໃຫ້ສະຫາຍ ແລະ ຄະນະຈົ່ງມີສຸຂະພາບແຂງແຮງ, ມີຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ