ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ກອງບັນຊາການທະຫານແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ
ເວລາອອກຂ່າວ: 2025-01-17 16:27:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1057 | ຄວາມນິຍົມ:



ວັນທີ 17 ມັງກອນ 2025 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025). ໂດຍເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະປະຈໍາພັກ-ຄະນະພັກກອງບັນຊາການທະຫານແຂວງ, ພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນທະຫານອົງການ 5 ຫ້ອງ, ໂຮງໝໍທະຫານແຂວງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວນັບແຕ່ໄດ້ຮັບການສ້າງຕັ້ງຈົນເຖິງປັດຈຸບັັນ, ກອງທັບປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ ປີ 1949 ທີ່ຖໍ້າແມ, ຕາແສງພຽງສາ, ເມືອງຊຽງຄໍ້, ແຂວງຫົວພັນ, ເຊິ່ງເປັນເຫດການປະຫວັດສາດໜຶ່ງທີ່ສຳຄັນ, ເປັນບາດກ້າວແຫ່ງການເຕີບໃຫຍ່ ຂະຫຍາຍຕົວຂອງການປະຕິວັດ ແລະ ເປັນບາດກ້າວແຫ່ງການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດປະຕິວັດ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກອງທັບເຮົາກໍໄດ້ຜະເຊີນໜ້າກັບສັດຕູໂຕຮ້າຍກາດ ທີ່ມີກໍາລັງແຮງເໜືອກວ່າ ນັບທັງດ້ານກຳລັງພົນ, ອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ ເພື່ອປົກປັກຮັກສາປະເທດຊາດ ແຕ່ດ້ວຍນ້ຳໃຈຮັກຊາດເດັດດ່ຽວໜຽວແໜ້ນ, ບໍ່ຍອມຈຳນົນ ກອງທັບໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າ ສືບຕໍ່ດໍາເນີນການຕໍ່ສູ້ຍິ່ງໄດ້ຮັບໄຊຊະນະ ແລະ ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ກອງທັບ ກໍໄດ້ປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ເສີມຂະຫຍາຍ ທາດແທ້ມູນເຊື້ອຂອງກອງທັບ, ປັບປຸງກໍ່ສ້າງກຳລັງ, ອົບຮົບ-ຫັດແອບ, ປັບປຸງລະບຽບແບບແຜນ ເຮັດໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ. ໃນພິທີດັ່ງກ່າວ ຍັງໄດ້ປະກາດເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ພາກສ່ວນທີ່ຈົບຈາກສາຍລັດຢູ່ກອງບັນຊາການທະຫານແຂວງຜົ້ງສາລີ, ໃນນີ້ ປະດັບທຽບຊັ້ນຮ້ອຍໂທ ຈໍານວນ 21 ສະຫາຍ, ຍິງ 5 ສະຫາຍ, ປະທຽບຊັ້ນຮ້ອຍຕີ 9 ສະຫາຍ 3 ສະຫາຍ, ເລື່ອນທຽບຊັ້ນວາທີຂຶ້ນຊັ້ນຮ້ອຍຕີ 3 ສະຫາຍ, ຍິງ 2 ສະຫາຍ, ເລື່ອນຊັ້ນວາທີຂຶ້ນຊັ້ນຮ້ອຍຕີ 36 ສະຫາຍ, ເລື່ອນຊັ້ນສິບຕີຂຶ້ນສິບໂທ ຈໍານວນ 39 ສະຫາຍ, ຍິງ 19 ສະຫາຍ. ໃນພິທີ ສະຫາຍຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແລະ ຜູ້ທີ່ໄດ້ຮັບການປະດັບທຽບຊັ້ນ, ເລື່ອນຊັ້ນໃໝ່ໃນຊຸດນີ້ ຕ້ອງໄດ້ຍົກສູງຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນທີ່ໄດ້ຮັບມອບໝາຍ ແລະ ຊີ້ນໍາ-ນໍາພາປະຕິບັດໃຫ້ມີຜົນສໍາເລັດເປັນກ້າວໆ, ພ້ອມກັບການສ້າງຂະບວນການດ້ານຕ່າງໆເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ກໍຄືກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ ທີ່ໃກ້ຈະມາເຖິງໃຫ້ມີຂະບວນການທີ່ຟົດຟື້ນ ແລະ ກວ້າງຂວາງ. ໂດຍ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ