ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ກອງ​ໂທລະພາບ​ກອງທັບ ມອບ​ອຸປະກອນ​ໄອ​ທີ​ໃຫ້ ກອງ​ພົນ​ທີ 3
ເວລາອອກຂ່າວ: 2025-01-22 09:15:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 387 | ຄວາມນິຍົມ:



     ວັນ​ທີ 10 ມັງກອນ 2025, ກອງ​ໂທລະພາບ​ກອງທັບ ນຳ ​ໂດຍ ສະຫາຍ ພັນ​ໂທ ທອງ​ນຶກ ທອງ​ປະສິດ ຫົວໜ້າ​ກອງ​ໂທລະ ພາບ​ກອງທັບ, ຜູ້​ຮັບຜິດຊອບ​ວຽກ​ງານ​ເຕັກນິກ ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ເຄື່ອນ​ໄຫວ​ເຮັດ​ວຽກ ແລະ ມອບ​ອຸປະກອນ​ໄອ​ທີ ຈຳນວນ 1 ຊຸດ, ໂຕະ​ຕັ່ງ 1 ຊຸດ​ໃຫ້ ກອງ​ພົນ​ທີ 3 ເພື່ອ​ແນໃສ່​ປັບປຸງ ແລະ ພັດທະນາ​ຄວາມ​ເຂັ້ມແຂງ​ໃຫ້​ສື່​ຕາ​ນ່າງ​ຂ່າວ​ຢູ່​ບັນດາ​ກົມ​ກອງ ເວົ້າ​ລວມ, ເວົ້າ​ສະເພາະຢູ່ ກອງ​ພົນ​ທີ 3 ໃຫ້​ມີ​ຄວາມ​ສະ ດວກ​ວ່ອງໄວ ແລະ ຮັບປະກັນ​ໃນ​ ການ​ສົ່ງ​ຂໍ້​ມູນ​ຂ່າວ​ຜ່ານ​ລະບົບ​ສັນຍານ​ສາຍ​ໄຍ​ແກ້ວ, ໂດຍ​ການ​ກ່າວ​ຮັບ​ຂອງ ສະຫາຍ ພັນ​ເອກ ບຸນ​ຫຼາຍ ອຸດົມ​ຮຸນ ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 3 ພ້ອມ​ດ້ວຍ​ຄະນະ. ສະຫາຍ ພັນ​ເອກ ບຸນ​ຫຼາຍ ອຸດົມ​ຮຸນ ໄດ້​ຕາງໜ້າ​ຄະນະ​ພັກ-ຄະນະ​ບັນຊາ ກອງ​ພົນ​ທີ 3 ສະ ແດງ​ຄວາມ​ຂອບໃຈຕໍ່ຄະນະ​ກອງ​ໂທລະພາບ​ກອງທັບ ທີ່​ໄດ້​ນຳ​ເອົາ​ອຸປະກອນ​ໄອ​ທີ​ມາ​ມອບ​ໃຫ້ ກອງ​ພົນ​ທີ 3 ໃນ​ຄັ້ງ​ນີ້ ພ້ອມ​ທັງ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ເອົາ​ອຸປະກອນ​ດັ່ງກ່າວ ໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຂ່າວສານ​ຂອງ​ກົມ​ກອງ​ໃຫ້​ເກີດ​ຜົນ​ປະໂຫຍດ​ສູງ​ສຸດ.  ໂດຍ: ລີ​ໂດ ດວງ​ສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ