ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ການນຳແຂວງບໍລິຄຳໄຊ ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ຢູ່ອະນຸສາວະລີນັກຮົບນິລະນາມ
ເວລາອອກຂ່າວ: 2025-01-22 15:18:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 395 | ຄວາມນິຍົມ:



ເພື່ອລະນຶກເຖິງຄຸນງາມຄວາມດີ ຂອງນັກຮົບປະຕິວັດ, ຜູ້ນໍາທີ່ແສນເຄົາລົບຮັກ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ອຸທິດຊີວິດ, ເລືອດເນື້ອ, ເຫື່ອແຮງ, ກາຍ ແລະ ໃຈ ເພື່ອພາລະກິດປົດປ່ອຍຊາດ ໃນຕອນເຊົ້າຂອງວັນທີ 20 ມັງກອນ 2025 ນີ້, ການນໍາຂອງແຂວງ ນໍາໂດຍ ທ່ານ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມພະນັກງານຫຼັກແຫຼ່ງແຂວງ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ຢູ່ອະນຸສາວະລີນັກຮົບນິລະນາມ, ອະນຸສາວະລີທ່ານ ສີສົມພອນ ລໍວັນໄຊ, ອະນຸສອນສະຖານທ່ານປະທານ ໄກສອນ ພົມວິຫານ ແລະ ຫໍບູຊາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949 – 20 ມັງກອນ 2025). ພ້ອມນັ້ນ ທ່ານ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງແຂວງບໍລິຄຳໄຊ ພ້ອມຄະນະ ຍັງໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ຄົນເຈັບ ທີ່ກໍານອນປິ່ນປົ່ວຢູ່ໂຮງໝໍທະຫານແຂວງບໍລິຄຳໄຊ ເພື່ອພົບປະພໍ່ແມ່ປະຊາຊົນ ແລະ ໃຫ້ກຳລັງໃຈຄົນເຈັບ ທີ່ເຂົ້າມາຮັບການປິ່ນປົວຢູ່ໂຮງໝໍ່ດັ່ງກ່າວຕື່ມອີກ. ໃນວັນດຽວກັນ ການນຳແຂວງ ນຳໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ແລະ ບັນດາພະແນກການ, ຫ້ອງການການ ແລະ ຂະແໜງການຕ່າງໆ ອ້ອມຂ້າງແຂວງ ກໍ່ໄດ້ພ້ອມກັນນຳເອົາກະຕ່າຂອງຂວັນ ເຂົ້າມາອວຍພອນ ຄະນະກອງບັນຊາການທະຫານແຂວງບໍລິຄຳໄຊ ໂດຍການຕ້ອນຮັບຂອງ ພັນເອກ ຄຳແພນ ວິລື້ທຳ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ບໍລິຄຳໄຊ ພ້ອມຄະນະ. ຂ່າວ-ພາບ ສີທອງ ຈັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ