ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ປະກາດການແຕ່ງຕັ້ງວ່າການແທນ ເລຂາ ແລະ ຮອງເລຂາ ຄະນະບໍລິຫານງານພັກ ທະຫານແຂວງຫຼວງນໍ້າທາ
ເວລາອອກຂ່າວ: 2025-01-22 15:30:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 414 | ຄວາມນິຍົມ:



ວັນທີ 22 ມັງກອນ 2025 ນີ້, ຢູ່ທີ່ສະໂມສອນຂອງກອງບັນຊາການ ທະຫານແຂວງຫຼວງນໍ້າທາ ໄດ້ຈັດພິທີປະກາດການແຕ່ງຕັ້ງວ່າການແທນ ເລຂາ ແລະ ຮອງເລຂາ ຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງຫຼວງນໍ້າທາ ໂດຍການເປັນປະທານ ຂອງ ສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງ, ປະທານຄະນະກໍາມະທິການ ປກສ-ປກສ ແຂວງ ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ອົງທີ່ກ່ຽວຂ້ອງຂອງແຂວງ ຕະຫຼອດຮອດພະນັກງານຫຼັກແຫຼ່ງ 5 ຫ້ອງ, ກົມກອງອ້ອມຂ້າງ ກອງບັນຊາການທະຫານແຂວງ ເຂົ້າຮ່ວມ. ໃນພິທີ ຕາງໜ້າ 3 ອົງການກວດກາພັກ ຂອງແຂວງ ຂຶ້ນຜ່ານຂໍ້ຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການບົງຕົວແຕ່ງຕັ້ງ ວ່າການແທນ ເລຂາ ແລະ ຮອງເລຂາ ຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງຫຼວງນໍ້າທາ. ຄະນະປະຈໍາພັກແຂວງ ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ເປັນເລຂາ ຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງ ແລະ ສະຫາຍ ພັນເອກ ບຸນມີ ໄຊປະເສີດ ຮັກສາການຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ເປັນຮອງເລຂາຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງ. ສະຫາຍ ວຽງສະຫວັດ ສີພັນດອນ ໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ ແລະ ປະຕິບັດໜ້າທີ່ ທີ່ໄດ້ຮັບການມອບໝາຍໃຫ້ປະສົບຜົນສຳເລັດ. ໂດຍ: ແສງທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ