
ກອງພັນໃຫຍ່ 661 ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024
ເວລາອອກຂ່າວ: 2025-02-17 09:29:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1223 | ຄວາມນິຍົມ:
ວັນທີ 13 ກຸມພາ 2025 ນີ້, ກອງພັນໃຫຍ່ 661 ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານ ກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກອງພັນ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ກອງພັນໃຫຍ່ 661 ເຂົ້າຮ່ວມ.
ສະຫາຍ ພັນໂທ ແຫຼວຄຳ ຈັນທະວົງ ຫົວໜ້າພະແນກບໍລິຫານ ກອງພັນໃຫຍ່ 661 ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນການ 2025, ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 661 ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ກົດລະບຽບຂອງກອງທັບ, ມະຕິຄຳສັ່ງຂອງຂັ້ນເທິງ ແລະ ນິຕິກຳກົມກອງ ທັງໄດ້ລົງກໍ່ສ້າງຮາກຖານການເມືອງຕາມມູນເຊື້ອຢູ່ 10 ໝູ່ບ້ານດ້ວຍຄວາມຮັບຜິດຊອບສູງ, ຈັດຕັ້ງກຳລັງສາລະເວປ້ອງກັນໃນວັນສຳຄັນຂອງຊາດ,ຂອງພັກ,ຂອງກອງທັບ ເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບປອດໄພ ພ້ອມນັ້ນກໍໄດ້ປະຕິບັດແຜນການກຽມພ້ອມສູ້ຮົບ ຕິດແໜ້ນກັບການປັບປຸງ-ກໍ່ສ້າງພັກ ຕາມ 5 ຫຼັກການ 3 ທິດນຳ ພ້ອມທັງຊຸກຍູ້ ຄະນະພັກຮາກຖານ ປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສຸມໃສ່ຄຸ້ມຄອງ,ກວດກາງົບປະມານລາຍຮັບ-ລາຍຈ່າຍ, ເຄື່ອງອຸປະໂພກ-ບໍລິໂພກ, ນ້ຳມັນເຊື້ອໄຟຕາມຫຼັກການໂປ່ງ
ໃສ, ຊັດເຈນ, ຮັບປະກັນການເຄື່ອນໄຫວປະຕິບັດໜ້າທີ່ ແລະ ເຝິກແອບຮ່ຳຮຽນ ຄຽງຄູ່ກັບການປົກປັກຮັກສາບົວລະບັດຜັດເຊັດ, ສ້ອມແປງ ແລະ ນຳໃຊ້ພາຫະນະ-ເຕັກນິກ, ອາວຸດ-ກະສຸນຕາມຂໍ້ກຳນົດຂອງຂັ້ນເທິງ, ເພື່ອຕອບສະໜອງວຽກງານກຽມພ້ອມສູ້ຮົບ, ຮັບໃຊ້ສູ້ຮົບ ແລະ ເຝິກແອບຮ່ຳຮຽນຕາມຄຳສັ່ງຂອງຂັ້ນເທິງກໍຄືແຜນການກົມກອງ. ໃນພິທີ ຍັງໄດ້ພ້ອມກັນປະກອບຄຳຄິດໃສ່ບົດສະຫຼຸບ ແລະ ແຜນການຕໍ່ໜ້າຢ່າງມີເນື້ອໃນຄົບຖ້ວນ.
ໂດຍ: ອະວິໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ