
ມອບເຄື່ອງອຸປະກອນສ້ອມແປງ ໃຫ້ຫ້ອງເຕັກນິກ ກອງບັນຊາການທະຫານແຂວງສະຫວັນນະເຂດ
ເວລາອອກຂ່າວ: 2025-02-17 09:33:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1148 | ຄວາມນິຍົມ:
ພິທີມອບ-ຮັບເຄື່ອງອຸປະ ກອນສ້ອມແປງ, ບົວລະບັດອາ ວຸດປືນທະຫານຮາບ ຈາກກົມຄຸ້ມຄອງ ອາວຸດ-ກະສຸນ ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຂຶ້ນໃນຕົ້ນເດືອນກຸມພາຜ່ານມານີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຫົວໜ້າການທະຫານກອງບັນຊາການທະຫານແຂວງສະຫວັນນະເຂດ, ກ່າວມອບໂດຍ ສະຫາຍ ພັນໂທ ວົງທອງ ກຸວົງໄຊ ຫົວໜ້າ ພະແນກຄຸ້ມຄອງການປະກອບ ກົມຄຸ້ມຄອງອາວຸດ-ກະສຸນ ກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາຫ້ອງເຕັກນິກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສຳລັບອຸປະກອນສ້ອມແປງທີ່ ນຳມາມອບໃນຄັ້ງນີ້ ປະກອບມີ 27 ລາຍການ ຄື: ເອໂຕ, ເມີນໄຟຟ້າ, ກະແຈບ໋ອກ, ສະຫວ່ານໄຟຟ້າ, ຄ້ອນຕີ, ຟອຍຖູຂີ້ໝ້ຽງແຂງ-ອ່ອນ, ກະແຈປາກແຂ້, ກະ ແຈປາກເລື່ອນ, ໃບມືດຕັດເຫຼັກ ແລະ ເຄື່ອງມືສ້ອມແປງຊະນິດຕ່າງໆ ທີ່ຮັບໃຊ້ເຂົ້າໃນວຽກງານສ້ອມແປງ, ບົວລະບັດ. ທັງນີ້, ກໍເພື່ອເປັນການຮັບປະກັນໃຫ້ແກ່ວຽກງານວິຊາສະເພາະສ້ອມ ແປງ, ບົວລະບັດ ແລະ ຍົກສູງຄຸນ ນະພາບຂອງອາວຸດຍຸດໂທປະ ກອນໃນທົ່ວກອງທັບ ໃຫ້ສາມາດນຳໃຊ້ໄດ້ເປັນປົກກະຕິ ແລະ ປົກປັກຮັກສາໃຫ້ນຳໃຊ້ໄດ້ຍາວນານ.
ໂດຍ: ວິລະພົງ ເທບໂພ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ