ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ຖື​ເອົາ​ການ​ຫຍິບ​ໝາກເບັງຂາຍ​ເປັນ​ວຽກ​ເສີມ ສ້າງ​ລາຍ​ຮັບ​ໃຫ້​ຄອບຄົວ​ໄດ້ 38 ລ້ານ​ກີບ​ຕໍ່​ປີ
ເວລາອອກຂ່າວ: 2025-02-17 09:35:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1273 | ຄວາມນິຍົມ:



ຄອບຄົວ ສະຫາຍ ພັນ​ໂທ ນາງ ບຸນ​ຮອງ ວົງ​ດີ ຮອງ​ຫົວໜ້າ​ພະ​ແນກ​ສຳ​ເນົາ​ເອກະສານ ຫ້ອງ ການ​ກົມ​ໃຫຍ່​ພະລາທິການ​ກອງ ທັບ ແມ່ນ​ໜຶ່ງ​ໃນ​ຄອບຄົວ​ຕົວ​ແບບ ດ້ານ​ການ​ສ້າງ​ເສດຖະກິດ​ຄອບຄົວດ້ວຍ​ການ​ຫຍິບ​ໝາກ ເບັງ​ຂາຍ ສາມາດ​ສ້າງ​ລາຍ​ຮັບ​ໄດ້ 38 ລ້ານ​ກີບ​ຕໍ່​ປີ. ສະຫາຍ ພັນ​ໂທ ນາງ ບຸນຮອງ ວົງ​ດີ ລາຍ​ງານ​ໃນ​ໂອກາດ​ດຳ ເນີນກອງ​ປະຊຸມ​ຜູ້​ແທນ​ສະຫະ ພັນ​ແມ່ຍິງ​ທົ່ວ​ກອງທັບ ຄັ້ງ​ທີ IX ໃຫ້​ຮູ້​ວ່າ: ຍ້ອນ​ເຫັນ​ໄດ້​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ​ຄຳ​ຂວັນ ແລະ ຂໍ້​ແຂ່ງຂັນ 3 ດີ, ແຜນ​ພັດທະນາ​ແມ່ຍິງ​ກອງທັບ ກໍ​ຄື 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດວາງອອກ ວ່າ​ດ້ວຍ​ການ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ. ພາຍຫຼັງ​ທີ່​ໄດ້​ສ້າງ​ຄອບຄົວ​ກັບ​ສະຫາຍ ຄຳ​ຜ່ານ ຄຳ​ເທພາ ພະ ນັກງານ​ເຮັດ​ວຽກ​ຢູ່​ຫ້ອງການ​ປົກຄອງ​ບ້ານ ຈອມ​ມະນີ ເມືອງ​ໄຊ​ເສດ​ຖາ ນະຄອນຫຼວງ​ວຽງ​ຈັນ, ສະພາບ​ການ​ດຳລົງ​ຊີວິດ​ກໍ​ມີ​ການ​ປ່ຽນແປງ​ຫຼາຍ​ຢ່າງ ຕ້ອງ​ໄດ້​ຮັບຜິດຊອບ​ໃນ​ການ​ເບິ່ງ ແຍງ​ດູ​ແລ​ຄອບຄົວ, ອີງໃສ່​ແຕ່​ເງິນເດືອນ​ແມ່ນ​ບໍ່​ພຽງພໍ​ກັບ​ການ​ໃຊ້​ຈ່າຍ​ໃນ​ແຕ່​ລະ​ວັນ, ເພື່ອ​ເຮັດ​ໃຫ້​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ ຄອບຄົວ​ກໍ​ໄດ້​ປຶກສາ​ຫາລື​ກັນ ແລະ ພ້ອມ​ກັນ​ຊອກ​ຫາ​ຈາກ​ຫຼາຍ​ວຽກ ເພື່ອ​ສ້າງ​ລາຍ​ຮັບ​ເພີ່ມ​ເຂົ້າ​ສູ່​ຄອບຄົວ ໂດຍ​ອີງໃສ່​ທ່າແຮງ​ຂອງ​ຄອບຄົວ ໃນ​ເບື້ອງ​ຕົ້ນ ກ່ອນ​ທີ່​ຈະ​ຫຍິບ​ໝາກເບັງ​ຂາຍ​ນັ້ນ ແມ່ນ​ເລີ່ມ​ແຕ່​ປີ 2014 ເປັນຕົ້ນ​ມາ ຍ້ອນ​ເຫັນ​ໝູ່​ເຮັດ ແລະ ໄດ້​ຮັບ​ການ​ຕອບ​ຮັບ​ຈາກ​ສັງຄົມ​ເປັນ​ຈຳນວນ​ຫຼາຍ ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ຄອບຄົວ​ໄດ້​ດີ. ດັ່ງນັ້ນ, ຕົນ​ເອງ​ຈຶ່ງ​ມີ​ແນວ​ຄິດ​ຢາກ​ລອງ​ຫຍິບ​ເບິ່ງ ເພາະວ່າ​ຕົນ​ເອງ​ມີ​ຄວາມ​ມັກ​ຮັກ​ໃນ​ດ້ານ​ຫັດຖະກຳ ໂດຍ​ໃຊ້​ເວລາ​ຫວ່າງນອກ​ໂມງ​ການ​ໃຫ້​ເກີດ​ປະໂຫຍດ ເພື່ອ​ສ້າງ​ລາຍ​ຮັບ​ເພີ່ມ​ໃຫ້​ແກ່​ຄອບຄົວ ເບື້ອງ​ຕົ້ນ​ແມ່ນ​ເລີ່ມ​ຈາກ​ການ​ຫຍິບ​ໃຫ້​ແມ່​ບູຊາ, ຫຍິບ​ໃຫ້​ເອື້ອຍ​ບູຊາ ແລະ ຫຍິບ​ວາງ​ຂາຍ​ຢູ່​ໜ້າ​ເຮືອນ ເຫັນ​ວ່າໄດ້​ຮັບ​ການ​ຕອບ​ຮັບ​ຈາກ​ລູກ​ຄ້າ​ເປັນ​ຢ່າງ​ດີ. ປັດຈຸບັນ​ນີ້, ບໍ່​ໄດ້​ວາງ​ຂາຍ​ຢູ່​ໜ້າ​ຮ້ານ ມີ​ແຕ່​ຫຍິບ​ສົ່ງ​ຕາມ​ການ​ສັ່ງ​ຈອງ​ຂອງ​ລູກ​ຄ້າ ໃນ​ວັນ​ສິນ 8 ຄໍ່າ ຈະ​ຫຍິບ​ໝາກເບັງ​ສົ່ງ 20 ຄອບຄົວ ເທົ່າ​ກັບ 40 ກວ່າ​ຄູ່, ວັນ​ສິນ 15 ຄໍ່າຈະ​ຫຍິບ​ໝາກເບັງ ສົ່ງ 40 ກວ່າ​ຄອບຄົວ ເທົ່າ​ກັບ 80 ຄູ່. ປັດຈຸບັນ, ມີ​ລູກ​ຄ້າ​ປະຈຳ​ກວ່າ 40 ຄອບຄົວ, ກຳລັງ​ແຮງ​ງານ​ໃນ​ການ​ຜະລິດ​ແມ່ນ​ອີງໃສ່​ສະມາຊິກ​ໃນ​ຄອບຄົວ, ໂດຍ​ມີ​ການ​ແບ່ງປັນ​ຄວາມ​ຮັບຜິດຊອບ​ກັນ​ລະອຽດ, ສ່ວນ​ລາຄາ​ໝາກ ເບັງຈະ​ມີ​ລາຄາ​ແຕກ​ຕ່າງ​ກັນ​ຕາມ​ຂະໜາດ​ນ້ອຍ​ຫາ​ໃຫຍ່ ຄື: ໝາກເບັງ 3 ກາບ ລາຄາ 7.000 ກີບ​ຕໍ່​ຄູ່, ໝາກເບັງ 5 ກາບ ລາຄາ 13.000 ກີບ​ຕໍ່​ຄູ່, ໝາກເບັງ 9 ກາບ 25.000 ກີບ​ຕໍ່​ຄູ່ ແລະ ໝາກເບັງ​ບາ​ລະ​ມີ ລາຄາ 50.000 ກີບ​ຕໍ່​ຄູ່ ພ້ອມ​ນີ້, ຍັງ​ໄດ້​ຮ້ອຍ​ພວງມາໄລ ຕາມ​ການ​ສັ່ງ​ຈອງ​ຂອງ​ລູກ​ຄ້າ ໂດຍ​ລາຄາ​ເລີ່ມ​ຕົ້ນ​ພວງລະ 5.000-30.000 ກີບ, ອຸປະກອນ​ທີ່​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ ປະກອບ​ມີ ໃບ​ຕອງກ້ວຍ​ທະນີ, ດອກ​ພຸດ ແລະ ດອກ​ດາວເຮືອງ, ສ່ວນ​ຕົ້ນ ​ທຶນ​ໃນ​ການ​ຜະລິດ​ແມ່ນ​ບໍ່​ຄົງ​ທີ່​ໃນ​ແຕ່​ລະ​ວັນ ຂຶ້ນ​ກັບ​ສິນຄ້າ​ທີ່​ມີ​ໜ້ອຍ-ຫຼາຍ​ໃນ​ທ້ອງ​ຕະຫຼາດ, ຖ້າ​ມີ​ຫຼາຍ​ລາຄາ​ຈະ​ຖືກ​ລົງ, ຖ້າ​ມີ​ໜ້ອຍ​ລາຄາ​ຈະ​ສູງ​ຂຶ້ນ, ສຳລັບ​ວັດຖຸ​ທີ່​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ ບາງ​ຄັ້ງ​ແມ່ນ​ບໍ່​ໄດ້​ຊື້ ຍ້ອນ​ວ່າ​ໄດ້​ປູກ​ໄວ້​ໃຊ້​ເອງ ໂດຍ​ສະເພາະ​ດອກ​ພຸດ ສາມາດ​ຮັບປະກັນ​ໄດ້​ຕະຫຼອດ​ປີ, ສ່ວນ​ໃບຕອງ ແລະ ດອກ​ດາວເຮືອງ ໃນ​ວັນ​ສິນ 15 ຄໍ່າ ຈຳເປັນ​ຕ້ອງ​ໄດ້​ສັ່ງ​ຊື້​ເພີ່ມ. ສຳລັບ​ຍອດ​ຂາຍ​ວັນ​ສິນ 8 ຄໍ່າ​ໄດ້ 800.000 ກີບ​ຕໍ່​ສິນ, ວັນ​ສິນ 15 ຄໍ່າ ໄດ້ 1.300.000 ກີບ​ຕໍ່​ສິນ, ໃນ 1 ເດືອນ ສາມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ຂາຍ​ໝາກເບັງ​ໄດ້ 3 ລ້ານ​ກວ່າ​ກີບ, ສະເລ່ຍ​ລາຍ​ຮັບ​ແຕ່​ລະ​ປີ​ໄດ້ 38.000.000 ກີບ​ຕໍ່​ປີ. ສະຫາຍ ພັນ​ໂທ ນາງ ບຸນຮອງ ວົງ​ດີ ຍັງ​ກ່າວ​ຕື່ມ​ວ່າ: ພາຍຫຼັງ​ທີ່​ຄອບຄົວ​ໄດ້​ຕັດສິນ​ໃຈ​ຫຍິບ​ໝາກເບັງ​ຂາຍ​ເປັນ​ວຽກ​ເສີມ ເພື່ອ​ສ້າງ​ລາຍ​ຮັບ​ເພີ່ມ​ເຂົ້າ​ໃນ​ຄອບຄົວ ເຮັດ​ໃຫ້​ຄອບຄົວ​ມີ​ເງິນ​ເກັບ​ເປັນ​ທຶນ​ການ​ສຶກ​ສາ​ໃຫ້​ລູກ​ໄດ້​ຮໍ່າຮຽນ, ເປັນ​ທຶນ​ສົມທົບ​ໃສ່​ເງິນເດືອນ​ນຳ​ໃຊ້​ເຂົ້າ​ໃນ​ການ​ປຸກ​ສ້າງ​ຫ້ອງ​ແຖວ​ໃຫ້​ເຂົາເຈົ້າ​ເຊົ່າ​ໄດ້ 4 ຫ້ອງ ແລະ ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຈຳເປັນ​ຂອງ​ຄອບຄົວ ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ນັບ​ມື້​ໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ໂດຍ: ສົມ​ຄິດ ພູມ​ມີ​ຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ